Laofxtalk

ເລີ່ມຕົ້ນໃນການຮຽນຮູໃນການເທຣດ Forex => ບົດຮຽນພື້ນຖານການເທຣດ => หัวข้อที่ตั้งโดย: Mr Chanhva PAYONG เมื่อ ก.ค 19, 2025, 01:53 ຊ່ວງສວຍ

ชื่อ: ແນວຮັບ ແລະ ແນວຕ້ານ
โดย: Mr Chanhva PAYONG เมื่อ ก.ค 19, 2025, 01:53 ຊ່ວງສວຍ
ແນວຮັບ ແລະ ແນວຕ້ານ

     ແນວຮັບ (Support) ຄື ຈຸດທີ່ເປັນຈຸດກັບຕົວຂອງກຼາບ ແລ້ວລາຄາໄດ້ລົງມາທົດສອບອີກເທື່ອໜຶ່ງ ເຮົາຈະໃຊ້ຈຸດນັ້ນເປັນແນວຮັບ ຖ້າລາຄາລົງມາທົດສອບຈຸດນັ້ນແລ້ວ ບໍ່ສາມາດຜ່ານລົງໄປໄດ້ ແນວຮັບນັ້ນຈະກາຍເປັນແນວຮັບທີ່ແຂງແຮງ (Strong Support) ໂດຍລາຄາຈະລົງມາທົດສອບຢ່າງນ້ອຍ 2 ຄັ້ງ (Double Bottom) ຫຼືສາມຄັ້ງ (Triple Bottom) ຖ້າລາຄາບໍ່ສາມາດຜ່ານແນວຮັບເລົ່ານີ້ໄດ້ ມັນກໍ່ຈະກັບຂຶ້ນໄປອີກຄັ້ງແນວຮັບມີຢູ່ 2 ແບບຄື: 1 ແນວຮັບຫຼັກ ( Major Support ) 2. ແນວຮັບຮອງ (Minor Support)ແນວຮັບຫຼັກ (Major Support) ຈະເປັນຈຸດກັບຕົວຂອງກຼາບ ຈາກແນວໂນ້ມຂາລົງກາຍເປັນຂາຂຶ້ນ ສ່ວນແນວຮັບຮອງ (Minor Support) ຈະເປັນຈຸດສູງສຸດ ຫຼື ຕ່ຳສຸດ ຂອງກຼາບ ທີ່ເກີດການສະວິງຂອງລາຄາ
ພາບຕົວຢ່າງແນວຮັບ
ແນວຕ້ານ (Resistance) ຄື໊: ຈຸດທີ່ເປັນຈຸດກັບຕົວຂອງກຼາບ ແລ້ວລາຄາກັບຂຶ້ນໄປທົດສອບອີກຄັ້ງ ຖ້າລາຄາກັບຂຶ້ນໄປທົດສອບຈຸດທີ່ເປັນ ແນວຕ້ານແລ້ວ ບໍ່ຜ່ານໄດ້ ຈຸດນັ້ນຈະກາຍເປັນຈຸດ ຕ້ານທີ່ແຂງແຮງ (Strong Resistance) ໂດຍທີ່ລາຄາຈະກັບໄປທົດສອບ 2 ຄັ້ງ ( Double Top ) ຫຼື 3 ຄັ້ງ (Triple Top ) ແນວຕ້ານແບ່ງອອກເປັນ 2 ແບບຄື Major Resistance ແລະ Minor Resistance
ພາບຕົວຢ່າງແນວຕ້ານ Resistance ຕໍ່ໄປເຮົາຈະມາເບິ່ງນຳກັນວ່າ ເຮົາຈະສາມາດຫາແນວຮັບ ແນວຕ້ານໄດ້ແນວໃດ ຫາຈາກຫຍັງ – ໂດຍແບ່ງເປັນ 4 ປະເພດດັ່ງນີ້
  1.   ການຫາແນວຮັບ-ແນວຕ້ານ ຈາກຈຸດສູງສຸດ High ແລະ ຈຸດຕ່ຳສຸດ Low
ຈຸດກັບຕົວຂອງກຼາບດັ່ງຮູບ
ແນວຮັບແນວຕ້ານຂອງ EUR
ເຮົາສັງເກດເຫັນວ່າ ຈຸດກັບຕົວສູງສຸດ ແລະ ຕໍ່າສຸດຂອງກຼາບໃນອາດິດ ສາມາດໃຊ້ເປັນແນວຮັບແນວຕ້ານໄດ້
  2.  ຫາແນວຮັບແນວຕ້ານຈາກການຄຳນວນ
ເຮົາຈະໃຊ້ລາຄາປິດ(Close) ລາຄາສູງສຸດ ( High) ແລະ ລາຄາຕໍ່າສຸດ (Low) ຂອງມື້ທີ່ຜ່ານມາ ນຳມາຄຳນວນ
ໂດຍເອົາເມົາໄປຊີ້ທີ່ແທ່ງທຽນ Daily ດັ່ງຮູບ
ເມື່ອໄດ້ລາຄາແລ້ວນໍາມາໃສ່ສູດ ດັ່ງນີ້ C=Close H=High L=Low
P=Pivot
S=Support
R=Resistance
Calculate
P=(H+L+C)/3

ນໍາ P ມາຄໍານວນຫາແນວຮັບແນວຕ້ານ
Support ແນວຮັບ
S1=P-0.382(H-L)
S2=P-0.500(H-L)
S3=P-0.618(H-L)

Resistance ແນວຕ້ານ
R1=P+0.382(H-L)
R2=P+0.500(H-L)

R3=P+0.618(H-L)

ຕົວຢ່າງການຄໍານວນຂອງ ອີຢູ່

ຈາກກຼາບລາຄາຕ່ຳສຸດ L=1.3559 ລາຄາສູງສຸດ H= 1.3683 ລາຄາປິດ C=1.3633
P=(1.3683+1.3559+1.3633)/3 = 1.3625 , H-L=0.0124
S1=1.3625-0.382(0.0124)=1.3577
S2=1.3625-0.500(0.0124)=1.3563
S3=1.3625-0.618(0.0124)=1.3548

R1=1.3625+0.382(0.0124)=1.3672
R2=1.3625+0.500(0.0124)=1.3687
R3=1.3625+0.618(0.0124)=1.3701

  ເມື່ອໄດ້ແລ້ວກໍ່ຈົດບັນທຶກໄວ້ເທິງກຼາບກໍ່ໄດ້ ໂດຍໃຊ້ເຄື່ອງມື Horizontal Line ໃສ່ລາຄາລົງໄປຈະໄດ້ດັ່ງຮູບ
ແຕ່ບໍ່ຕ້ອງຄຳນວນໃຫ້ຫຍຸ້ງຍາກດອກ ລອງໂຫຼດ  Indicator ກ່ຽວກັບແນວຮັບແນວຕ້ານ ເອົາໄປໃຊ້ກັນດີກ່ວາ DownLoad Support and Resistance Indicators

ອີກວິທີໜຶ່ງຄືໃຊ້ເວບຄໍານວນ
http://www.pivotpointcalculator.com/
http://www.actionforex.com/markets/pivot-points/standard-pivot-points-2010040848154/

  Actionforex ເປັນເວບທີ່ໃຫ້ຄວາມຮູ້ໄດ້ດີ
  3. ຫາແນວຮັບແນວຕ້ານຈາກ Fibonacci
ການຫາແນວຮັບຈາກ Fibonacci Retracement ກ່ອນອື່ນເລີຍເຮົາຕ້ອງໃຊ້ Fibonacci ວັດຈາກ Low ໄປຫາ
High ຂອງຄື້ນປັດຈຸບັນ ແລ້ວຫາແນວຮັບ ຈາກລະດັບການປັບຖານຂອງ Fibonacci ທີ່ລະດັບ 78.6 61.8 50.0 38.2 23.6 ແລະ 0 % ດັ່ງຮູບ
ແລະ ແນວຕ້ານທີ່ຢູ່ເທິງລະດັບ Fibonacci 100 % ແນວຕ້ານຈະຢູ່ທີ່ລະດັບ 138.2, 161.8 ,261.8, ແລະ 423.6 % ດັ່ງຮູບດ້ານລຸ່ມ
ຫາແນວຕ້ານຈາກ Fibonacci Retracement ດ້ວຍການວັດຂາລົງ
-      ຫາແນວຮັບແນວຕ້ານຈາກ Fibonacci Fan
Fibonacci Fan ວັດໄດ້ 2 ແບບຄື  1. ວັດຂາຂຶ້ນ Bullish ໂດຍທົ່ວໄປຫຸ້ນມີຂຶ້ນມັນກໍ່ຕ້ອງມີລົງເມື່ອລຄາຂຶ້ນໄປສູງສຸດ ກໍ່ຕ້ອງລົງມາປັບຖານ ຕໍາແໜ່ງທີ່ມັນຈະປັບຖານກໍຄື ຕຳແໜ່ງຂອງ Fibonacci 61.8-38.2 %
ເບິ່ງຮູບດ້ານລຸ່ມ

ຕົວຢ່າງການໃຊ້ Fibonacci Fan ວັດຫາລາຄາແນວຮັບ (ລາຄາປັບຖານ) ຂອງລາຄາຂາຂຶ້ນ
ວິທີການວັດ ໃຊ້ເອົາ Fibonacci Fan ໄປທີ່ຈຸດ Low ແລ້ວລາກໄປໄວ້ທີ່ High
ຕົວຢ່າງການໃຊ້ Fibonacci Fan ເພື່ອຫາແນວຕ້ານຂອງລາຄາຂາລົງ (ລາຄາປັບຖານ)
4. ການຫາແນວຮັບແນວຕ້ານຈາກ Trendline
ເທຣນລາຍ ເປັນ ເຄື່ອງມືໜຶ່ງທີ່ຫາແນວຮັບແນວຕ້ານ ໄດ້ດີອີກເຄື່ອງມືໜຶ່ງໂດຍແນວຕ້ານທີ່ໄດ້ຈາກການລາກເທຣນ ລາຍ ເຮົາຈະເອີ້ນວ່າ Resistance Trendline ແລະ ແນວຮັບທີ່ໄດ້ຈາກການລາກລົງເອີ້ນວ່າ Support Trendline

  ການຫາແນວຮັບຈາກ Support Trendline ການຫາແນວຮັບຈາກ Trendline ເຮົາຈະວັດຈາກຈຸດຕ່ຳສຸດເກົ່າທຽບກັບຈຸດຕ່ຳສຸດໃນປັດຈຸປັນ
ຕົວຢ່າງການລາກເທຣນລາຍເພື່ອຫາ Support Trendline (ແນວຮັບ )
ຕົວຢ່າງການຫາແນວຕ້ານຈາກການລາກເທຣນລາຍ (Resistance Trendline)
ລອງຝຶກການລາກເທຣນລາຍ ແລ້ວທ່ານຈະຮູ້ວ່າ ພຽງ ເທຣນລາຍກໍ່ເຮັດໃຫ້ເຮົາຮູ້ວ່າຈຸດກັບຕົວບ່ອນໃດ ແນວຮັບ ບ່ອນໃດແນວຕ້ານທີ່ຈະ ງ່າຍຕໍ່ການຕັດສິນໃຈ້ເຂົ້າເທຼດ ຂອງທ່ານ.