ສຸດຍອດ Forex Indicator "Fisher" ບອກຈຸກກັບເທນຊ່ວຍໃຫ້ຂຽວ ແລະ ແດງ 100% for MT4
ຈາກການຝຶກຝົນເປັນເວລານານ ດ້ານເທັກນິກ ເຄັດລັບຕ່າງໆ ເພື່ອໃຊ້ການການ ຕໍ່ສູ້ ກັບ ເຈົ້າ ພໍ່ມັງກອນ Forex ທີ່ເຝົ້າ ຂຸມສັບ ສີຂຽວ ອັນຫຍິ່ງໃຫຍ່ ບັດນີ້ ຂ້າພະເຈົ້າພ້ອມແລ້ວ ທີ່ຈະ ຕໍ່ສູ້ກັບ ມັງກອນດັ່ງກ່າວ ເພາະ ຂ້າພະເຈົ້າມີ ອາ ວຸດຄື "Fisher Indicator" ທີມີ ຄຸນສົມບັດບອກ ເທຣນ "Trend" ຂອງຫຸ້ນຕົວທີ່ເຮົາສົນໃຈໂດຍຖ້າ Trend Up ແທ່ງກຼາບແທງຂຶ້ນ ເປັນສີຂຽວ ແລະ ຖ້າເປັນ Trend Down ແທ່ງກາບແທງລົງ ຈະ ເປັນສີແດ່ງຈຳກັນງ່າຍໆ.
ຕໍ່ໄປເປັນການສາທິດ ວິທີການໃຊ້ "Fisher Indicator" ໃຫ້ທ່ານໄດ້ຂຽວກັນທຸກໆຄັ້ງທີ່ເຂົ້າ ເທຼດ Trad ແຕ່ການ ຈະ ໃຊ້ພຽງ "Fisher Indicator" ເປັນອາວຸດຢ່າງດຽວເຫັນວ່າຈະບໍ່ໄດ້ຜົນ ຈິ່ງຕ້ອງໃຊ້ ດາບ ແລະ ເກາະກັນແທງ ອີກ ສອງ ຊະນິດ ເພື່ອປ້ອງກັນ ໂຟສີແດງ ທີ່ຮ້ອນແຮງ ຈາກ ເຈົ້າພໍ່ມັງກອນ Forex ດາບ ແລະ ເກາະ ທີ່ວ່ານີ້ ໄດ້ແກ່ Stochastic (Stoch) ແລະ Commodity Channel Index (CCI) Indicator ສອງຕົວນີ້ ສຳຄັນຄືກັນ ໃຊ້ເພື່ອປ້ອງກັນການຫຖືກ ຫຼອກ ຫຼື ການຕັ້ງຈຸດ TP ສູງເກີນໄປ
ເອົາລະ ເຮົາມາເລີ້ມກັນດີກ່ວາ, ກ່ອນອື່ນຕ້ອງ ດາວໂຫຼດ Fisher Indicator ກັນກ່ອນ ທີ່ນີ້ ຈາກນັ້ນ ນຳໄຟຼລ ທີ່ໂຫຼດມານັ້ນ ເປັນ ໄຟຼ ຊິບ, ເຮົາຕ້ອງ ຄຼິກຂວາ ເພື່ອ ເອ໋ກແທກ ຊິບກ່ອນ ແລ້ວ ນໍາ ຟາຍ ນັ້ນ ໄປວາງໄດ້ ໃນ C deive> programe file>IronFX Meta4>Expert>Indicator ແລ້ວ ເປີດ ໂປຼແກຼມ MT4 ເປີດໜ້າ ກຼາບຂອງຄູ່ເງິນ ທີ່ທ່ານຈະຫຼິ້ນ ແລ້ວ ເປີດ Indicator ທັງສາມຕົວ ທີ່ຂ້າພະເຈົ້າ ໄດ້ບອກໄວ້ ຄື: Fisher, Stoch ແລະ CCI
ສຳລັບ Stoch ໃຊ້ຕັ້ງຄ່າຕາມນີ້ %K period: 6, MA method: Simple ໃສ່ເສັ້ນ Level 50 ລົງໄປນອກນັ້ນ ຄືເກົ່າໝົດ ສຳລັບ CCI ໃຫ້ຕັ້ງຄ່າຕາມນີ້ Period: 20, Apply to: Typical Price (HLC/3) ໃສ່ເສັ້ນ Level 75 ແລະ 75 ລົງໄປ
ສຳລັບ Fisher ບໍ່ຕ້ອງປັບຫຍັງ, ໃຊ້ໄດ້ເລີຍ
ຈົ່ງເບິ່ງຕົວຢ່າງຈາກພາບລຸ່ມນີ້:
ຈະເທຼດໃຫ້ໄດ້ ກໍ່າໄລດ້ວບ Indicator Fisher ຕ້ອງ ເຮັດຕາມສູດ ນີ້ ເຖິງຈະປອດໄພ, ການເທຼດດ້ວຍວິທີນີ້ ເປັນ ການ ຫາຈຸດກັບຕົວຂອງເທຣນ ບໍ່ແມ່ນເທຼນ ຕາມນໍ້າ ຈະເຮັດໃຫ້ຫາເປົ້າໝາຍບໍ່ເຈີ ຖ້າ ຕົກລົດກໍ່ຂໍໃຫ້ໃຈເຢັນໆ ລໍລົດຄັນໃໝ່ມາ ຢ່າ ໃຈ ຮ້ອນ ແລ່ນນຳລົດ.
ຈະເປີດ Long Position ກໍ່ຕໍ່ເມື່ອ
1. ກຼາບແທ່ງຫຼ້າສຸດຂອງ Fisher ເປັນສີຂຽວແລ້ວເທົ່ານັ້ນ
2. ເສັ້ນ CCI ນ້ອຍກ່ວາ 75
3. ເສັ້ນຫຼັກ ຂອງ Stoch (ເສັ້ນສີຂຽວ) ຕ້ອງນ້ອຍກ່ວາ 50 ຖ້າເງື່ອນໄຂດັ່ງກ່າວ ຄົບຖ້ວນ ກໍ່ Long ໄດ້ເລີຍ ບໍ່ມີບັນຫາ
ຈະເປີດ Short Position ກໍ່ຕໍ່ເມື່ອ
1. ກຼາບແທ່ງຫຼ້າສຸດຂອງ Fisher ເປັນສີແດງແລ້ວເທົ່ານັ້ນ
2. ເສັ້ນ CCI ຫຼາຍກ່ວາ 75
3. ເສັ້ນ ຫຼັກຂອງ Stoch (ເສັ້ນສີ ຂຽວ) ຕ້ອງໃຫຍ່ກ່ວາ 50 ຖ້າເຂົ້າເງື່ອນໄຂດັ່ງກ່າວ Short ໄດ້ເລີຍ ບໍ່ມີບັນຫາ
ເທຼດຕາມເງື່ອນໄຂ ບໍ່ເຂົ້າໃຈໃຫ້ເບິ່ງຮູບ, ສູດນີ້ ໃຊ້ໄດ້ຜົນດີ ກັບທຸກຄ່າເງິນ ແລະ ຫຼິ້ນສັ້ນໆ ເບິ່ງສະເພາະ time fame 15M 30M ແລະ 1H ເທົ່ານັ້ນ ໂດຍເບິ່ງ 1H ເປັນຫຼັກ ແລ້ວ ເຝົ້າຄອຍເບິ່ງສັນຍານ ຈາກ 15M ຂຶ້ນມາເລື້ອຍໆ ທ່ານສາມາດໃຊ້ Fibonacci ຮ່ວມເພື່ອຫາຈຸດ TP ໄດ້ດ້ວຍ ໂດຍ ສ່ວນຕົວຂ້າພະເຈົ້າແລ້ວ ມັກຫຼິ້ນ GBP/JPY ຖ້າເຂົ້າເງື່ອນໄຂດັ່ງກ່າວ ແລ້ວ ລະກໍ່ 50 ຈຸດ ເປັນຢ່າງຕໍ່າ ແຕ່ຕ້ອງເບິ່ງອົງປະກອບອື່ນໆ ເຊັ້ນ: ຂ່າວ ດ້ວຍ ແຕ່ຈາກປະສົບການທີ່ຂ້າພະເຈົ້າເທຼດມາ ຕາມເງື່ອນໄຂນັ້ນ ຂ້າພະເຈົ້າ ບໍ່ເຄີຍ ປິດ ຕິດລົບເລີຍ ຈັກຄັ້ງດຽວ ເວັ້ນກໍ່ຕໍ່ເມື່ອ ຄວາມໃຈຮ້ອນ, ຜີດວິໄນ ເຂົ້າໃນຊ່ວງ ທີ່ເງື່ອນໄຂຍັງບໍ່ຄົບ ນັ້ນແຫຼະ ທີ່ເຮັດໃຫ້ຂ້າພະເຈົ້າຕິດລົບ ແລ້ວຢ່າລືມຕັ້ງ stop loss ໄວ້ດ້ວຍລະ.
ການເທຼດ ຕ້ອງໃຈເຢັນ ຕ້ອງມີ ວິໄນໃນ ບໍ່ໂລກ ສຳຄັນໃຈຕ້ອງໝັ້ນຄົງ ຢ່າງຫຼົງໄປເພາະ ຄຳເວົ້າບາງຄຳ ເວົ້າ, ຖ້າມັນ ເຂົ້າ ເງື່ອນໄຂແລ້ວ ບໍ່ນານ ມັນຈະເຖິງ TP ຂອງເຮົາແນ່ນອນ ເຖິງແມ້ວ່າ ຈະມີການ ທົດສອບຈິດໃຈ ເຮັດໃຫ້ແດງເປັນ ພັກໆ ແຕ່ອາດເປັນ ເພາະແຮງຂ່າວ ຫຼື ບໍ່ກໍ່ເພາະ ຄົນບາງກຸ່ມ ທີ່ພະຍາຍາມ ຈະປັ້ນຫຸ້ນ ແຕ່ສຸດ ທ້າຍ ແລ້ວມັນ ກໍ່ຈະເປັນ ໄປຕາມເງື່ອນໄຂ ແນ່ນອນ.
ບົດຄວາມດີໆຈາກ: llsyscat