ການວິເຄາະ ການເຄື່ອນເໜັງ ຂອງລາຄາ ຈາກຂ່າວ
ສຳຄັນຫຼາຍສຳລັບຜູ້ທີ່ຕ້ອງການປະສົບຄວາມສຳເລັດໃນການເກງກໍ່າໄລຈາກຫຸ້ນໂຟເຫຼັກ ໂດຍທ່ານສາມາດ ສຶກສາຈາກ ແລ່ງຂ່າວຫຼາຍໆ ແຫ່ງ ແຕ່ ແຫຼ່ງຂ່າວ ທີ່ສຳຄັນ ແລະ ໄດ້ຮັບຜົນສູງສຸດກໍ່ຄື ທ່ານສາມາດ ເບິ່ງ ແລະ ຕິດຕາມ ການອອກຂ່າວຕັ້ງແຕ່ວັນ ຈັນ ຫາ ວັນສຸກ ຕະຫຼອກ 24 ຊົ່ວໂມງ ໄດ້ຈາກເວບຫຼັກ http://www.forexfactory.com ໂດຍວິທີການເບິ່ງແມ່ນອິງຕາມຄຳອະທິບາຍຂ້າງລຸ່ມ
1. ຕັ້ງເວລາ ປ່ຽນໃຫ້ຕັງເວລາກັບບ້ານເຮົາ
2. ຕະກູນເງິນທີ່ມີຜົນຈາກຂ່າວ
3. ປະເພດຜົນກະທົບ ຈະມີ ສາມສີດ້ວຍກັນ ຄື ສີແດງ = ຈະມີຜົນກະທົບຫຼາຍ ສ່ວນສີສົ້ມ ແລະ ສີ ເຫຼືອງຈະມີຜົນກະທົບ ກາງ ແລະ ຕໍ່າຕາມລໍາດັບ
4. ຜົນການອອກຂ່າວຕົວຈິງ ຈຸດນີ້ເອງທີ່ເຮົາເຝົ້າຕິດຕາມ ເມື່ອເຖິງເວລາໃກ້ຈະອອກ ເຮົາຕ້ອງໝັ່ນຄຼິກ ເພື່ອ Refresh ຕົວປຸ່ມສີຂຽວເລີ້ຍໆ ຈົນກ່ວາຂ່າວຈະອອກ
5. ຜົນການຄາດເດົາຂອງຂ່າວ ຄວາມແມ່ນຍຳແມ່ນ 50% ຄວນເຝົ້າລໍຜົນການອອກຂ່າວຈິງຈາກຂໍ້ 4 ຈະດີກ່ວາ
6. ຜົນການອອກຂ່າວຄັ້ງກ່ອນ
7. ກຼາບ
ຈາກຂ່າວຂ້າງເທິງເຮົາຈະຍົກຕົວຢ່າງຜົນກະທົບຕໍ່ກຼາບເຊັ້ນ ເວລາ 2:00 ຂອງຕະກູນເງິນ EUR ຜົນ ຂ່າວອອກເປັນ -02% ຈະມີຜົນກະທົບຕໍ່ກຼາບໃນເວລາດັ່ງກ່າວດັ່ງນີ້:
ຈະສັງເກດເຫັນວ່າເສັ້ນກຼາບກົ່ງລົງ ສະນັ້ນຈຸດນັ້ນເອງ ເປັນໂອກາດທີ່ເຮົາເຂົ້າຊື້ Short (Sell)
ຮູບພາບປະກອບ