> Relative Strength Index (RSI)
Relative Strength Index (RSI)
RSI ເປັນເຄື່ອງມືທີ່ໃຊ້ວັດການແກ່ວງຕົວຂອງລາຄາ ເພື່ອກວດເບິ່ງພາວະການຊື້ ຫຼາຍເກີນໄປ (OVERBOUGHT) ຫຼື ຂາຍຫຼາຍເກີນໄປ (OVERSOLD) ໂດຍໃຊ້ລະດັບເໜືອ 70% ບອກພາວະການຊື້ຫຼາຍເກີນໄປ OVERBOUGHT ແລະ ລະດັບຕໍ່າກ່ວາ 30% ບອກພາວະ ການຂາຍຫຼາຍເກີນໄປ OVERSOLD ແລະ ຍັງໃຊ້ເປັນສັນຍານເຕືອນວ່າ ແນວໂນ້ມ ຂອງລາຄາຫຸ້ນ ທີ່ມີທິດທາງຂຶ້ນ ຫຼື ລົງນັ້ນ ກຳລັງໃກ້ຈະອ່ອນຕົວລົງ RSI ປະກອບໄປດ້ວຍ
1. ເສັ້ນ Moving Average
2. ເສັ້ນບອກບໍລິເວນ Overbought Oversold (ເສັ້ນ 30 ແລະ ເສັ້ນ 70)
Overbought ແລະ Oversold ຄືຫຍັງ? ແລ້ວໃຊ້ຄູ່ກັບ RSI ໄດ້ແນວໃດ?
OVERBOUGHT ຄືສັນຍານຈາກ RSI ທີ່ບົ່ງບອກຕະຫຼາດຂາຂຶ້ນເລີ້ມມີຄົນ "ຊື້" ຫຼາຍເກີນໄປ ແລະ ອີ່ມຕົວແລ້ວ ເຊິ່ງລາຄາມີຄວາມເປັນໄປໄດ້ທີ່ຈະປັບຕົວລົງ
OVERSOLD ຄືສັນຍານຈາກ RSI ທີ່ບົ່ງບອກຕະຫຼາດຂາລົງ ເລີ້ມມີຄົນ "ຂາຍ" ຫຼາຍເກີນໄປ ແລະ ອີມຕົວແລ້ວ ເຊິ່ງລາຄາມີຄວາມເປັນໄປໄດ້ທີ່ຈະປັບຕົວຂຶ້ນ
ຜູ້ເທຼດ ຈະຕ້ອງເບິ່ງ ເທຣນ ຫຼື ແນວໂນ້ມ ຂອງລາຄາໃຫ້ອອກ ກ່ອນວ່າ ຂະນະ ກຼາບ ກຳລັງແລ່ນເປັນ ເທຣນ ຫຍັງ ເມື່ອຜູ້ເທຼດ ສາມາດລະບຸ ເທຣນ ໄດ້ ຊັດເຈນ ແລ້ວ ກໍ່ໃຫ້ເບິ່ງແຕ່ Over ຂອງກຼາບເທຣນນັ້ນ
ຍົກຕົວຢ່າງເຊັ່ນ:
ຫາກຜູ້ເທຼດ ເຫັນກຼາບເປັນເທຣນຂາຂຶ້ນ ຜູ້ເທຼດກໍ່ຕ້ອງເບິ່ງແຕ່ຕອນເສັ້້ນ Moving Average ຂອງ RSI ເວລາກັບມາທີ່ແນວ Oversold ຢ່າງດຽວ ແລ້ວລໍທຽບສະວິງຂອງ Oversold ກັບສະວິງ Low ຂອງລາຄາຢ່າງດຽວ
ຕົວຢ່າງຂອງການເບິ່ງ Overbought ແລະ Oversold