ການຕິດຕັ້ງ Indicator
ການເທຣດ CFD , Gold , forex ແລະ ອື່ນໆ ໃນຕະຫຼາດຕ່າງປະເທດເຮົາຈະສາມາດເທຣດຜ່ານໂປຣແກຣມເທຣດມາດຕະຖານແບບ Metatrader (MT4,MT5) ເຊິ່ງເປັນແພດຟອມເປີດທີ່ໄດ້ຮັບຄວາມນິຍົມ ແລະ ໃຊ້ກັນເປັນສາກົນ ເຮັດໃຫ້ມີກຸ່ມຜູ້ໃຊ້ ແລະ ນັກພັດທະນາຫຼາຍຄົນ ສ້າງເຄື່ອງມືວິເຄາະລາຄາສິນຄ້າປະເພດເທດນິຄອດ ແລະມີການສ້າງ algorithm ສຳຫຼັບລະບົບເທຣດອັດຕະໂນມັດ (Expert Advice) ໃຫ້ເຮົາໄດ້ນຳມາທົດລອງໃຊ້ ແລະ ສຶກສາ ໃນການພັດທະນາລະບົບເທຣດຂອງເຮົາ
1.jpg
ມື້ນີ້ມາລອງຕິດຕັ້ງ Indicatorປະເພດພິເສດເພິ່ມເຕິມຈາກເຄື່ອງມືພື້ນຖານທີ່ມາກັບໂປຣແກຣມ
1. ດາວໂຫຼດ indicator ຈາກເວັບທີ່ເຜີຍແຜ່
ໂດຍທົ່ວໄປ indicator ຈະເປັນຟາຍປະເພດ .mt4 ຫຼື .mq4
2.png
2. ເລືອກໄປທີ່
C:\Program Files\MetaTrader - exness\experts\indicators
ກໍລະນີບໍ່ໄດ້ໃຊ້ exness ຊື່ຂອງໂຟລເດີ້ ກໍ່ປ່ຽນໄປຕາມ ໂບຣກເກີ ຂອງທ່ານ
3. Copy ຟາຍທີ່ໂຫຼດມາໃສ່ລົງໃນ ໄດເຮກທໍຣີ ຂ້າງເທິງ
3.png
4. ເປີດໂປຣແກຣມ Mt4 ໄປທີ່ Toolsbox >> Costom indicators ເລືອກ indicator ທີ່ທ່ານຕິດຕັ້ງແລ້ວ ລາກເຂົ້າໄປວາງໃນກຣາບ ຫຼື Click ຂວາ >> Attach to a chart
4.png
ເມື່ອຕິດຕັ້ງແລ້ວ ໄດ້ເຄື່ອງມື indicator ຄືຮູບ
5.png