ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

กระทู้ล่าสุด

#21
ບົດຮຽນພື້ນຖານການເທຣດ / EMA200
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 26, 2025, 09:08 ຊ່ວງສວຍ

> EMA200
ເທຼດດ້ວຍ EMA200 ກັບ MACD
ຖ້າເວົ້າເຖິງ MACD ຄົງບໍ່ມີເທຼດເດີໃດທີ່ບໍ່ຮູ້ຈັກ MACD ເປັນເຄື່ອງມືທີ່ ຄາດສິກ ຕະຫຼອດການ ເປັນທີ່ນິຍົມກັນຫຼາຍບໍ່ວ່າຈະເປັນ ເທຼດເດີ ຫຼຸ້ນໃໝ່ ຫຼື ຫຼຸ້ນໃຫຍ່ ຫຼັກການປະຕິບັດງານໂດຍທົ່ວໄປຂອງ MACD ສາມາດເຂົ້າໄປເບິ່ງໄດ້ທີ່ບົດຄວາມ MACD ໃນສ່ວນນີ້ເຮົາຈະໃຊ້ເຄື່ອງມື  2 ຢ່າງຄື EMA200 ແລະ MACD ໂດຍຄ່າພື້ນຖານຄື 12,26,9
ຮູບແບບການເທຼດ ແບບແລກຄື ການເທຼດ ເມື່ອຢູ່ໃນເທຣນທີ່ສັດເຈນ ຈາກພາບຕົວຢ່າງ EMA200 ບອກເຮົາວ່າລາຄາຢູ່ໃນເທຣນຂາລົງ ແລ້ວເຮົາໃຊ້ສັນຍານຈາກ MACD ເພື່ອລະບຸ ຈຸດເຂົ້າ – ອອກ ອໍເດີ ຂອງເຮົາ ພິຈາລະນາຈາກພາບຕົວຢ່າງຕໍົ່ໄປນີ້
 
ຕາມຕົວຢ່າງເປັນລາຄາຢູ່ໃນເທຣນ ຂາລົງ ເຮົາຈະເຂົ້າຂາຍ ຢ່າງດຽວ (ເທຼດຕາມເທຣນ) ແລະ ຈະເຂົ້າເມື່ອ Histoream ຂອງ MACD ປັບຕົວລົດລົງ ຕ່ຳກວ່າລະດັບຂອງ ເສັ້ນ MA ຫຼື ເຮົາອາດຈະລໍໃຫ້ Histogram ລົງໄປຢູ່ຕ່ຳກວ່າລະດັບ  Zero Line ກໍ່ໄດ້ເຊິ່ງນັ້ນຈະເປັນການຢືນຢັນວ່າແນໆແລ້ວ, ໂດຍສ່ວນຕົວແລ້ວຈະບໍ່ລໍ ຈະເຂົ້າຕັ້ງແຕ່ຈັ້ງຫວະ ທໍາອິດຕາມພາບ ແລະ ເມື່ອມີການຢືນຢັນກໍ່ຈະເປີດ ອໍເດີຊໍ້າເຂົ້າໄປອີກ ແຕ່ເທຼດເດີ ບາງຄົນທີ່ເກັ່ງກໍ່ຈະລໍໃຫ້ມີການຢືນຢັນ ກ່ອນຈຶ່ງຄ່ອຍເຂົາ ແລະ ການອອກຈາກ ອໍເດີ ເຮົາຈະອອກເມື່ອ Histogram ຂອງ MACD ປັບລະດັບຂຶ້ນຢູ່ເໜືອເສັ້ນ MA ເປັນການອອກແບບ ເຊບ ກໍ່າໄລ, ຈະເຂົ້າ ອໍເດີໃໝ່ເມື່ອມີສັນຍານບອກໃໝ່ ສ່ວນໃນການເທຼດ ເມື່ອເປັນ ເທຣນ ຂາຂຶ້ນກໍ່ໃຊ້ຫຼັກການເທຼດຢ່າງດຽວກັນ ລອງພິຈາລະນາຕົວຢ່າງດ້ານລຸ່ມ
 
ເມື່ອລາຄາເປັນ Sideway ລາຄາຈະແລ່ນຂຶ້ນລົງພັນພົວຕາມເສັ້ນ EMA 200 ທີ່ເກືອບຈະບໍໍ່ມີຄວາມສັດເຈນເລີຍ ແລະ Histogram ຂອງ MACD ກໍໍ່ແຄບ ແລະ ນ້ອຍຫຼາຍ ດັ່ງນັ້ນເຮົາຈະລໍໃຫ້ ລາຄາຕັດຜ່ານເສັ້ນ EMA200 ຢ່າງສັດເຈນ ແລະ Histogram ຂອງ MACD ມີຂະໜາດກ້ວາງ ຂຶ້ນ ແລະ ຢູ່ສູງກວ່າເສັ້ນ MA (ໃນກໍລະນີທີ່ເປັນ ເທຣນຂາຂຶ້ນຕາບພາບຕົວຢ່າງ)
 
ລັກສະນະຂອງເທຣນທີ່ອອ່ນແອ ນອກຈາກຈະສັງເກດໄດ້ຈາກຄວາມຊັນຂອງ EMA200 ແລ້ວ ເຮົາຍັງສາມາດເບິ່ງສັນຍານຢືນຢັນຄວາມອອ່ນແອຂອງເທຣນໄດ້ຈາກ MACD ດ້ວຍ ໃນພາບ ຕົວຢ່າງ ປັນການຢືນຢັນ ເທຣນທີ່ອອ່ນແອດ້ວຍສັນຍານ Divergence ຂອງ MACD ເປັນການເຕືອນໃຫ້ເຮົາຕຽມຕົວອອກຈາກອໍເດີ ແລະ ມີແນວໂນ້ມທີ່ເທຣນຈະມີການປ່ຽນທິດ
 
ແຕ່ນອກຈາກ Divergence ຈະເຕືອນ ເຮົາວ່າຈະມີການປ່ຽນ ແນວໂນ້ມແລ້ວ ໃນບາງຄັ້ງກໍ່ອາດຈະເປັນແຕ່ສັນຍານການພັກຕົວຂອງເທຣນທີ່ອອ່ນແອ ກ່ອນຈະທີແຮງໄປຕໍ່ໃນທິດທາງເດີມ ດັ່ງນັ້ນ ເຮົາກໍ່ຄວນ ມີການວາງແຜນ ຮັບມືທີ່ດີ ເພື່ອຮອງຮັບເຫດການທີ່ອາດຈະເກີດຂຶ້ນດ້ວຍ.
ການເທຣນດ້ວຍ EMA200 ແລະ Parabolic SAR
Parabolic SAR ເປັນເຄື່ອງມືພື້ນຖານອີກຕົວໜຶ່ງ ຫຼັກການທໍສງານໂດຍທົ່ວໄປ ຄື ບອກແນວໂນ້ມ ແລະ ຈຸດທີ່ຈະມີການປ່ຽນແນວໂນ້ມໄດ້ ດ້ວຍເມັດໄຂ່ປານ້ອຍໆ ທີ່ລຽງກັນ ຖ້າຈຸດໄຂ່ປາຢູ່ດ້ານເທິງ ສະແດງວ່າ ແນວໂນ້ມຂາລົງແລະ ຖ້າຈຸດໄຂ່ປາຢູ່ດ້ານລຸ່ມສະແດງວ່າ ແນວໂນ້ມຢູ່ຂາຂຶ້ນ ຈຸດໄຂ່ປານີ້ຈະລຽງຕົວກັນໄປຕາມໂມເມັນ ຕຳ ຂອງລາຄາເໝືອນເປັນແນວຮັບ ແນວຕ້ານທຳມະຊາດຂອງລາຄາ ຕົວຢ່າງເຊັ່ນ ຖ້າລາຄາຢູ່ໃນແນວໂນ້ມຂາຂຶ້ນ SAR ຈະເປັນຈຸດໄຂ່ປາທີ່ລຽງຕົວກັນຢູ່ໃຕ້ແນວແທ່ງທຽນ  ແລະ ເມື່ອລາຄາມີການກັບຕົວລົງມາຕໍ່າກວ່າລະດັບຂອງຈຸດໄຂ່ປາກໍ່ຈະໄປປະກົດຢູ່ເໜືອແທ່ງທຽນຕໍ່ໄປແທນ ນັ້ນກໍ່ຈະເປັນສັນຍານບອກວ່າ ເລີ້ມມີການປ່ຽນແນວໂນ້ມ ຈາກຂາຂຶ້ນເປັນ ຂາລົງແລ້ວ ໃຫ້ເຮົາອອກຈາກ ອໍເດີ ຂາຍ ແລ້ວໄປ ຊື້ ແທນ
 
ການເທຼດດ້ວຍ EMA200 ແລະ Parabolic SAR ເຮົາກໍ່ຈະຍຶດ EMA200 ເປັນຕົວບອກເທຣນຫຼັກແທນ ແລະ ເຂົ້າອອກ ອໍເດີດ້ວຍສັນຍານຈາກ SAR ດັ່ງຕົວຢ່າງພາບ
 
ໃນຕົວຢ່າງລາຄາຢູ່ເໜືອ EMA200 ເປັນເທຣນຂາຂຶ້ນ ເຮົາຈະເຂົ້າ ອໍເດີ ຊື້ ຢ່າງດຽວ ການເຂົ້າອໍເດີ ເຮົາກໍ່ເບິ່ງ ສັນຍານ SAR ເມື່ອເລີ້ມມີຈຸດໄຂ່ປາ ຂື້ນທີ່ໃຕ້ກ້ອງແທ່ງທຽນ ເຮົາກໍ່ເຂົ້າ ຊື້ ແລະ ອອກອໍເດີ ເມື່ອ ມີຈຸດໄຂ່ປາຂອງ SAR ເກີດຂຶ້ນທີ່ເໜືອ ແທ່ງທຽນ
ລະບົບເທຼດງ່າຍໆ 2 ລະບົບນີ້ ເປັນຕົວຢ່າງການສ້າງລະບົບໂດ້ຍການໃຊ້ EMA200 ມາເປັນຕົວບອກ ແນວໂນ້ມຂອງລາຄາ ແລ້ວໃຊ້ເຄື່ອງມືອີກຕົວມາຊ່ວຍໃນການບອກຈຸດເຂົ້າ ແລະ ອອກ ເຊິ່ງເຮົາອາດຈະບໍ່ໃຊ້ເປັນ  MACD ຫຼື Parabolic SAR ແຕ່ອາດຈະໃຊ້ເປັນເຄື້ອງມືອື່ນແທນ ກໍ່ໄດ້ ແລ້ວແຕ່ຄວາມຖະນັດຂອງແຕ່ລະບຸກຕົນ ໃນການສ້າງລະບົບເທຼດຂອງເຮົາເອງນັ້ນ ກ່ອນອື່ນຕ້ອງຕອບຄຳຖາມຕົວເອງໃຫ້ໄດ້ກ່ອນວ່າ ຕົວເອງຕ້ອງການເບິ່ງ ຫາ ຍັງ ຈາກ ກຼາບ ແລ້ວເຄື່ອງມືໃດທີ່ຈະຊ່ວຍຕອບສະໜອງ ຄວາມຕ້ອງການຂອງທ່ານໄດ້, ສຶກສາເຄື່ອງມືນັ້ນໆ ໃຫ້ເຂົ້າໃຈ ຫຼັກການ ແລະ ໜ້າທີ່ຂອງມັນ ຈົນສາມາດໃຊ້ປະໂຫຍດຈາກມັນໄດ້ຢ່າງມີປະສິດທິພາບ ເທົ່ານີ້ລະບົບເທຼດງ່າຍໆ ຂອງທ່ານກໍ່ອາດ ກາຍເປັນລະບົບເທຼດທີສ້າງກໍ່າໄລໃຫ້ທ່ານໄດ້ ບໍ່ແພ້ລະບົບເທຼດ ເທບໆທີ່ເຂົາຂາຍກັນໃນລາຄາຫຼາຍຮ້ອນຫຼຽນໄດ້ຄືກັນ
ຈໍາໄວ້ວ່າ ລະບົບເທຼດ ບໍ່ຈຳເປັນຕ້ອງຫຼາຍ ຫຼື ຫຍຸ້ງຍາກ, ເຮັດໃຫ້ມັນງ່າຍໆ ດີກວ່າ ຍິ່ງງ່າຍເທົ່າໃດກໍ່ຈະຊວ່ຍໃຫ້ການຕັດສິນໃຈ ໃນການເທຼດຂອງທ່ານງ່າຍຂຶ້ນ ຄວາມຜິດທີ່ເກີດຂຶ້ນກໍ່ຈະນ້ອຍລົງ (ເພາະບໍ່ຕ້ອງຂິດຫຼາຍ

#22
ບົດຮຽນພື້ນຖານການເທຣດ / Moving Average Convergence-Div...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 26, 2025, 09:06 ຊ່ວງສວຍ
 
> Moving Average Convergence-Divergence (CDMA)
Moving Average Convergence Divergence (MACD)
MACD ເປັນເຄື່ອງມືທີ່ເຄື່ອນທີ່ໄປໃນທິດທາງດຽວກັບລຄາ (TREND FOLLOWING) ສາມາດໃຊ້ວັດລະດັບ (DEGREE) ຕະຫຼາດວ່າເປັນຕະຫຼາດຂາຂຶ້ນ ຫຼື ຂາລົງຕາມມາດຖານສຳລັບ MACD ຢູ່ມທີ່ 12,26,9 ຜູ້ເທຼດສາມາດໃຊ້ MACD ເພື່ອຊ່ວຍໃນການລະບຸ ພຶດຕິກຳຂອງເທຣນ ຫຼືລາຄາໄດ້ ເຊັ່ນ ລາຄາກຳລັງເປັນເທນ ລາຄາກຳລັງສະລໍຕົວ ຫຼືສະສົມແຮງ ຫຼື ລາຄາກຳລັງ ຈະກັບຕົວ MACD ມີສ່ວນປະກອບ ຢູ່ 3 ຢ່າງຄື:
1. ເສັ້ນ Moving Average
2. ແທ່ງ Histogram
3. ເສັ້ນ Zero Line
  MACD ແບບ Histogram ສາມາດບອກຜູ້ເທຼດໄດ້ເຖິງ ພາວະຂອງເທຣນ ຊຶ່ງມີຢູ່ 3 ສະຖານະຄື
1. ສະພາວະທີ່ກຼາບເປັນເທຣນ
2. ສະພາວະທີ່ກຼາບເປັນຕົວສະລໍ
3. ສະພາວະທີ່ກຼາບກັບຕົວ
ສັນຍານຈາກ MACD ແບບ Histogram ທີ່ບົ່ງບອກວ່າລາຄາເປັນເທຣນຂຶ້ນ (UPTREND) ເມື່ອກຸ່ມຂອງແທ່ງ Histogram ສາມາດຢືນເໜືອເສັ້ນ Moving Average ໃນ MACD ໄດ້ ແລະ ເສັ້ນ Moving Average ໃນ MACD ແລະ ກຸ່ມຂອງ Histogram ສາມາດຢືນເໜືອເສັນ Zero Line ໄດ້ ຈາກນັ້ນແທ່ງ Histogram ລູ່ຂຶ້ນເລື້ອຍໆ
  ສັນຍານຈາກ MACD ແບບ Histogram ທີ່ບົ່ງບອກວ່າລາຄາກໍ່ລັງຊະລໍຕົວ (UPTREND SIDEWAY) ກຸ່ມຂອງ Histogram ຢູ່ຕ່ຳກວ່າເສັ້ນ Moving Average ໃນ MACD ແລະ ເສັ້ນ Moving Average ໃນ MACD ແລະ ກຸ່ມຂອງ Histogram ສາມາດຢືນເໜືອເສັ້ນ  Zero Line ໄດ້
 
ສັນຍານຈາກ MACD ແບບ Histogram ທີ່ບົ່ງບອກວ່າລາຄາກຳລັງກັບຕົວ ຈາກເທຣນຂຶ້ນເປັນລົງ (Reversal) ເມື່ອກຸ່ມຂອງ Histogram ຢູ່ຕ່ຳກົ່ວເສັ້ນ Moving Average ໃນ MACD ຈາກນັ້ນແທ່ງ Histogram ລູ່ລົງເລື້ອຍໆ ແລະ ເສັ້ນ Moving Average ໃນ MACD ແລະ ກຸ່ມຂອງ Histogram ສາມາດຢືນຢູ່ໃຕ້ເສັ້ນ Zero Line
 
ວິທີເທຼດຈາກ MACD
ຜູ້ເທຼດບໍ່ຈຳເປັນຕ້ອງລໍໃຫ້ Histogram ຫຼື ເສັ້ນ Moving Average ໃນ MACD ຕັດ Zero Line ເມື່ອເຫັນ Histogram ເລີ້ມຕັດກັບເສັ້ນ Moving Average ຜູ້ເທຼດ ສາມາດເທຼດ ຕາມທາງ ນັ້ນໄດ້ ເລີຍ ເພາະມັນຈະເປັນລາຄາໃນພາວະຊະລໍຕົວພໍດີ
 

#23
ບົດຮຽນພື້ນຖານການເທຣດ / Moving Average
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 26, 2025, 09:05 ຊ່ວງສວຍ
 
> Moving Average
Moving Average ຫຼື ເສັ້ນຄ່າສະເລ່ຍ ເປັນເສັ້ນທີ່ຄຳນວນຄ່າສະເລ່ຍ ຂອງການແລ່ນຂອງລາຄາອອກມາຈາກ ແທ່ງທຽນ ແທ່ງທຽນຈະປະກອບໄປດ້ວຍ COLH ຫຼື Close Open Low High ເສັ້ນຄ່າສະເລ່ຍ ຈະຄຳນວນອອກມາຈາກ ແນວເຫຼົ່ານີ້ ໂດຍຜູ້ ເທຼດ ສາມາດເລືອກໄດ້ວ່າ ຢາກໃຫ້ເສັ້ນຄ່າສະເລ່ຍຄຳນວ, ອາດຈະເປັນ Close ຂອງແທ່ງທຽນຢ່າງດຽວ ຫຼື ເອົ່າຈາກ High ຂອງແທ່ງທຽນ ຢ່າງດຽວ ເຊິ່ງ ຜູ້ເທຼດສາມາດປັບໄດ້ຕາມຮູບລົ່ມນີ້
 Close = ຈຸດປິດຂອງແທ່ງທຽນ
Open = ຈຸດເປີດຂອງແທ່ງທຽນ
High = ຈຸດສູງສຸດຂອງແທ່ງທຽນ
Low = ຈຸດຕໍ່າສຸດຂອງແທ່ງທຽນ
 Medium Price (HL/2) = ເອົາຄ່າລະຫວ່າງ High ແລະ Low ມາບວກກັນ ແລ້ວ ຫານດ້ວຍ 2
Typical Price (HLC/3) = ເອົາຄ່າລະຫວ່າງ High,Low ແລະ Close ມາບວກກັນແລ້ວຫານ ດ້ວຍ 3
Weighted Close (HLCC/4) = ເອົາຄ່າລະຫວ່າງ High, Low, Close, Close ມາບວກກັນແລ້ວຫານ ດ້ວຍ 4
 ກົນລະຍຸດການລົງທຸນນັ້ນ ຈະກຳນົດເສັ້ນຄ່າສະເລ່ຍ ໃນຈໍານວນວັນ ທີ່ແຕກຕ່າງກັນ ຂຶ້ນຢູ່ກັຍໄລຍະເວລາ ການລົງທຸນ ຂອງແຕ່ລະບຸກຄົນ ຫຼື ຮອບການເຄື່ອນທີ່ ຂອງລາຄາຕົວນັ້ນວ່າກຳນົດດ້ວຍເສັ້ນສະເລ່ຍເທົ່າໃດ ທີ່ໜ້າຈະໄດ້ ຜົນຕອບແທນສູງ ທີ່ສຸດ ຜູ້ເທຼດ ສາມາດຕັ້ງຄ່າຂອງເສັ້ນສະເລ່ຍໄດ້ໃນຊ່ອງ "Period" ໂດຍເສັ້ນຄ່າສະເລ່ຍທີ່ໃຊ້ກັນທົ່ວໄປມີຄື: ເສັ້ນ
5 ວັນ                ໃຊ້ສໍາລັບການລົງທຶນໄລຍະສັ້ນ
10 ສັນ              ໃຊ້ສຳລັບການລົງທຶນໄລຍະສັ້ນ
25 ວັນ              ໃຊ້ສຳລັບການລົງທຶນໄລຍະຂອ້ນຂ້າງປານກາງ
75 ວັນ              ໃຊ້ສຳລັບການລົງທຶນໄລຍະກາງ
200 ວັນ           ໃຊ້ສຳລັບການລົງທຶນໄລຍະຍາວ
 ຊະນິດຂອງເສັ້ນ Moving Average
 ເສັ້ນຄ່າສະເລ່ຍທີ່ເທຼດເດີນິຍົມໃຊ້ກັນມີຢູ່ 2 ປະເພດ ຄື:
1.   Simple Moving Average (SMA)
2.   Exponential Moving Average (EMA)
Simple Moving Average ໜ້າທີຂອງມັນຄື ຫາຄ່າສະເລ່ຍ ລາຄາ ໃນຊ່ວງເວລາທີ່ເຮົາກຳໜົດ ສ່ວນ EMA ຍໍ່ມາຈາກ Exponential Moving Average ເຊິ່ງໜ້າທີ່ຂອງມັນຄື ເປັນການຫານຄ່າສະເລ່ຍ ຖ່ວງນໍ້າໜັກ ໂດຍການໃຫ້ ຄວາມສຳຄັນກັບຄ່າຕົວໜຶ່ງທີ່ຊື່ SMOOTHING FACTOR ສູດມັນກໍ່ມີວ່າ 2/(n+1) ທີ່ມີຜົນຕໍ່ການປ່ຽນແປງຂອງລາຄາ ແລະ ຖ່ວງນໍ້າໜັກ ໃຫ້ຄ່າສຸດທ້າຍມີຄວາມສຳຄັນເຜີ້ມຂຶ້ນ
 ແລ້ວ SMA ກັບ EMA ຕ່າງກັນແນວໃດ?
 ການເຄື່ອນທີ່ຂອງ SMA ຈະຊ້າກົ່ວ EMA ໂດຍຖ້າເຮົາຈະຫຼິ້ນແບບ ຕັດກັນແລ້ວເຂົາ ເຮົາກໍ່ໃຊ້ EMA ຈະໃຫ້ຄວາມແມ່ນຍຳກວ່າ ສ່ວນ SMA ນັ້ນ ມັນຈະເປັນແນວຮັບ ແນວຕ້ານໃຫ້ເຮົາໄດ້ດີກວ່າ ເພາະເປັນການຄໍານວນຖານຕົ້ນທຸນ ຂອງນັກລົງທຸນ ຈິງໆ ແຕ່ລາຄາຂອງຄູ່ເງິນບາງຕົວກໍ່ໃຊ້  EMA ດີກວ່າ SMA ຫຼື SMA ດີກວ່າ EMA ມັນກໍ່ຂຶ້ນຢູ່ກັບ ວ່າເຮົາເລືອກ ຈຸດປະສົງອັນໃດ ( ທີ່ດີແລ້ວຕົວ SMA ໃຊ້ເປັນພຽງແນວຮັບແນວຕ້ານທຳມະດາ )
 ຕົວຢ່າງການໃຊ້ Moving Average
 ເສັ້ນຄ່າສະເລ່ຍທີ່ໃຊ້ໂດຍສ່ວນໃຫຍ່ຈະມີ EMA 5 10 ສອງເສັ້ນ ນີ້ຈະເອົາໄວ້ເບິ່ງການຕັດກັນເພື່ອເຂົ້າ ອໍເດີ ແລະ EMA 55 110 220 ສາມເສັ້ນນີ້ຈະເອົາ ໄວ້ເປັນ ແນວຮັບ ແນວຕ້ານ
1.  ຖ້າຫາກວ່າລາຄາແມ່ນຢູ່ໃນ ຂາຂຶ້ນ uptrend ແລ້ວມີການປັບຕົວລົງມາ ເສັ້ນສະເລ່ຍ 55 110 220 ຈະກາຍເປັນແນວຮັບ ທັນທີ, ຖ້າລາຄາບໍ່ສາມາດຜ່ານສາຍເຫຼົ່ານັ້ນ ລາຄາກໍ່ຈະ ກັບຕົວຂຶ້ນໄປສູ່ແນວໂນ້ມ ຂາເຂົ້າເດີມອີກຄັ້ງ ແລະ ຖ້າຫາກວ່າລາຄາສາມາດທະ ລຸຜ່ານເສັ້ນຄ່າສະເລ່ຍ 55 110 220 ລົງມາໄດ້ແນວໂນ້ມ ກໍ່ຈາກການມາເປັນ ຂາລົງ downtrend ທັນທີ
2. ຖ້າແນວໂນ້ມຢູ່ໃນຊ່ວງແນວໂນ້ມຂາລົງລາຄາມີການປັບຕົວ ຂຶ້ນໄປ (ປັບຖານ) ເສັ້ນສະເລ່ຍ 55 110 220 ຈະກາຍເປັນແນວຕ້ານຂອງລາຄາທັນທີ ຫຼື ເຮົາອາດຈະເອີ້ນວ່າ ເສັ້ນແນວໂນ້ມຂາລົງ Downtrend.
 ຕົວຢ່າງຈາກເສັ້ນແນວໂນ້ມຂາຂຶ້ນ
 
ຕົວຢ່າງຈາກເສັ້ນແນວໂນ້ມຂາລົງ
 
 
#24
ບົດຮຽນພື້ນຖານການເທຣດ / Relative Strength Index (RSI)
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 26, 2025, 09:02 ຊ່ວງສວຍ

> Relative Strength Index (RSI)
 Relative Strength Index (RSI)
 RSI ເປັນເຄື່ອງມືທີ່ໃຊ້ວັດການແກ່ວງຕົວຂອງລາຄາ ເພື່ອກວດເບິ່ງພາວະການຊື້ ຫຼາຍເກີນໄປ (OVERBOUGHT) ຫຼື ຂາຍຫຼາຍເກີນໄປ (OVERSOLD) ໂດຍໃຊ້ລະດັບເໜືອ 70% ບອກພາວະການຊື້ຫຼາຍເກີນໄປ OVERBOUGHT ແລະ ລະດັບຕໍ່າກ່ວາ 30% ບອກພາວະ ການຂາຍຫຼາຍເກີນໄປ OVERSOLD ແລະ ຍັງໃຊ້ເປັນສັນຍານເຕືອນວ່າ ແນວໂນ້ມ ຂອງລາຄາຫຸ້ນ ທີ່ມີທິດທາງຂຶ້ນ ຫຼື ລົງນັ້ນ ກຳລັງໃກ້ຈະອ່ອນຕົວລົງ RSI ປະກອບໄປດ້ວຍ
 
1. ເສັ້ນ Moving Average
2. ເສັ້ນບອກບໍລິເວນ Overbought Oversold (ເສັ້ນ 30 ແລະ ເສັ້ນ 70)
Overbought ແລະ Oversold ຄືຫຍັງ? ແລ້ວໃຊ້ຄູ່ກັບ RSI ໄດ້ແນວໃດ?
OVERBOUGHT ຄືສັນຍານຈາກ RSI ທີ່ບົ່ງບອກຕະຫຼາດຂາຂຶ້ນເລີ້ມມີຄົນ "ຊື້" ຫຼາຍເກີນໄປ ແລະ ອີ່ມຕົວແລ້ວ ເຊິ່ງລາຄາມີຄວາມເປັນໄປໄດ້ທີ່ຈະປັບຕົວລົງ
OVERSOLD ຄືສັນຍານຈາກ RSI ທີ່ບົ່ງບອກຕະຫຼາດຂາລົງ ເລີ້ມມີຄົນ "ຂາຍ" ຫຼາຍເກີນໄປ ແລະ ອີມຕົວແລ້ວ ເຊິ່ງລາຄາມີຄວາມເປັນໄປໄດ້ທີ່ຈະປັບຕົວຂຶ້ນ
ຜູ້ເທຼດ ຈະຕ້ອງເບິ່ງ ເທຣນ ຫຼື ແນວໂນ້ມ ຂອງລາຄາໃຫ້ອອກ ກ່ອນວ່າ ຂະນະ ກຼາບ ກຳລັງແລ່ນເປັນ ເທຣນ ຫຍັງ ເມື່ອຜູ້ເທຼດ ສາມາດລະບຸ ເທຣນ ໄດ້ ຊັດເຈນ ແລ້ວ ກໍ່ໃຫ້ເບິ່ງແຕ່ Over ຂອງກຼາບເທຣນນັ້ນ
ຍົກຕົວຢ່າງເຊັ່ນ:
ຫາກຜູ້ເທຼດ ເຫັນກຼາບເປັນເທຣນຂາຂຶ້ນ ຜູ້ເທຼດກໍ່ຕ້ອງເບິ່ງແຕ່ຕອນເສັ້້ນ Moving Average ຂອງ RSI ເວລາກັບມາທີ່ແນວ Oversold ຢ່າງດຽວ ແລ້ວລໍທຽບສະວິງຂອງ Oversold ກັບສະວິງ Low ຂອງລາຄາຢ່າງດຽວ
ຕົວຢ່າງຂອງການເບິ່ງ Overbought ແລະ Oversold
 

 

#25
ບົດຮຽນພື້ນຖານການເທຣດ / ການໃສ່ Indicator
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 26, 2025, 08:58 ຊ່ວງສວຍ
ການໃສ່ Indicator
Indicator ເປັນຕົວບົ່ງບອກພຶດຕິກໍາ ການເຄື່ອນເໜັງຂອງລາຄາ ສະນັ້ນການເທຼດ ໂດຍປາສະຈາກ ອິນດິເຄເຕີ ກໍ່ຄື ການລັບຕາຢ່າງ, ການໃສ່ອິນດິເຄເຕີ ແມ່ນຂຶ້ນກັບເທັກນິກ ວິທີການເທຼດສະເພາະຂອງໃຜມັນ ແລະ ມີ ຫຼາກຫຼາຍ ອິນດີເຄເຕີ ທີ່ສຳຄັນ ແຕ່ຖ້າຈະເອົາມາອອກມາໃສ່ ທັງໝົດ ກໍ່ອາດ ເຮັດໃຫ້ ສັບສົນ ແລະ ຫຍຸ້ງຍາກໃນການ ອ່ານລາຄາໄດ້ ສະນັ້ນ ພວກເຮົາ ມີ ບາງອິນດິເຄເຕີ ທີ່ເຫັນວ່າສຳຄັນ ໃຫ້ຄວາມ ແມ່ນຢໍາສູງ ແລະ ຂາດບໍ່ໄດ້ ທີ່ເທຼດເດີ ຫຼາຍທ່ານ ຈະບໍ່ໃຊ້ໃນ ແຟ໋ດຟອມ ການເທຼດ ຂອງພວກເຂົານັ້ນໄດ້ ແກ່:
Biollinger brands
Moving Average
Parabolic SAR
MACD
Stochastic Oscillator
ໂດຍວິທີການເອົາອິນດິເຄເຕີ ເຫຼົ່ານີ້ ໃສ່ໃນ ແຟຼດຟອມ ຂອງທ່ານໄດ້ຢ່າງງ່າຍດາຍ ໂດຍອີງຕາມ ຕົວຢ່າງລຸ່ມນີ້:
- ການໃສ່ Biollinger brands
ການໃສ່ Moving Average
                ເສັນ Moving Average ທີໃສ່ສ່ວນຫຼາຍຈະມີ ເສັ້ນ 5 ວັນ, 20ວັນ, 100ວັນ ແລະ 200ວັນ ໂດຍການໃສ່ນັ້ນ ຈະຕ້ອງປ່ຽນສີ ຂອງເສັ້ນ ໃຫ້ ແຕກຕ່າງກັນ
ກຳນົດ Period ເປັນ ວັນ
ກຳນົດ Period ເປັນ 20 ວັນ
ກຳນົດ Period ເປັນ 100 ວັນ
ກຳນົດ Period ເປັນ 200 ວັນ
ການໃສ່ Parabolic SAR
ການໃສ່ MACD
   ເມື່ອເຜີ້ມ MACD ແລ້ວເຮົາຈະເຫັນ ວ່າຍັງບໍ່ມີເສັ້ນ ທີ່ແລ່ນຕັດເສັ້ນສະເລ່ຍ ສະນັ້ນເຮົາສາມາດເອົາໃສ່ໄດ້ ດ້ວຍການ ຄຼິກເມົ່າຄ້າງທີ່ Moving average ຈາກ Navigator ແລ້ວລາມາວາງທີ່ MACD  ແລະ ເລືອກ Period =1 & Apply to = First Indicator's Data ດັ່ງຮູບຂ້າງລຸ່ມ
ການໃສ່ Stochastic Oscillator
              ການໃສ່ ເສັ້ນ ສະໂຕຼ ເຮົາຈະ ເພີມເສັ້ນ Level ເຂົ້າ ໄປເຕີມອີກ ເພື່ອງ່າຍໃນການ ກຳນົດ ການຊື້ ແລະ ຂາຍ ຫຼາຍເກີນໄປ ໂດຍໃຊ້ Level ທີ່ 10, 25, 50, 75 ແລະ 90

 
#26
#ອັບເດດກຮາຟຄູ່ເງິນ GBPUSD ປະຈຳວັນທີ່25/07/2025
‼️ປັດຈຸບັນ ‼️ ລາຄາຄູ່ເງິນ #GBPUSD ກຳລັງຢູ່ໃນTrend ຂາລົງ ທີ່ໃກ້ຈະຮອດແນວຕ້ານເປັນ ແລະ ມີແນວໂນ້ມທີ່ຈະຫຍໍ້ຕົວແລ້ວຂື້ນຕໍ່. ຫາກບໍ່ສາມາດທະລຸໂຊຍ Order Block 1H  1.348 ແລະ  ຖ້າທິລຸໂຊນ 1.348 ອາດຈະລົງຍາວ
🎯ແຜ່ນເທຣດມື້ນີ້:
✅️ຫາຈຸດເຂົ້າ Buy ໃນໂຊນ 1.348 ຫາກເກີດມີ Price Action ກັບຕົວ
#laofxtalk.com #forex #Trader #Exness #GBPUSD
#27
#ອັບເດດກຮາຟຄູ່ເງິນ EURUSD ປະຈຳວັນທີ່25/07/2025
‼️ປັດຈຸບັນ ‼️ ລາຄາຄູ່ເງິນ #EURUSD ກຳລັງຢູ່ໃນໂຊນຂາຂື້ນທີ່ບໍ່ຜ່ານແນວຕ້ານເປັນ 2-3ຄັ້ງ ທີ່ແລ້ວ ແລະ ມີແນວໂມສູງທີ່ຈະລົງຕໍ່. ເນື່ອງຈາກລາຄາ ໄດ້ສ້ສງ MSS ແລະເກີດມີ Price Action ກັບຕົວ
🎯ແຜ່ນເທຣດມື້ນີ້:
✅️ຫາຈຸດເຂົ້າ Sell ໃນໂຊນ 1.176
#laofxtalk.com #forex #Trader #Exness #EURUSD
#28
#ອັບເດດກຮາຟຄູ່ເງິນ USDJPY ປະຈຳວັນທີ່25/07/2025
‼️ປັດຈຸບັນ ‼️ ລາຄາຄູ່ເງິນ USDJPY ກຳລັງຢູ່ໃນໂຊນຂາຂື້ນ ແລະ ມີແນວໂມສູງທີ່ຈະຂື້ນຕໍ່. ເນື່ອງຈາກລສຄາສາມາດທະລຸ Swing High ລ່າສຸດ ແລ້ວເກີນ MSS ຂື້ນ
🎯ແຜ່ນເທຣດມື້ນີ້:
✅️ຫາຈຸດເຂົ້າຊື້ ຫາກຫຍໍ້ຕົວ
✅️ຫາກລົງມາຫາໂຊນ 146.645 ແລ້ວມິPrice Action ກັບຕົວ ເຂົ້າຊື້ຕໍ່ໄດ້
#laofxtalk.com #forex #Trader #Exness #USDJPY
#29
#ອັບເດດກຮາຟທອງ�ຄຳ�ປະຈຳວັນທີ່25/07/2025
‼️ປັດຈຸບັນ ‼️ ລາຄາທອງ�ກຳລັງຢູ່ໃນໂຊນທີ່ຫາຫຍໍ້ຕົວເມື່ອໄປຮອດຈຸດແນວຮັບສຳຄັນ ແລະ ຄາດວ່າຖ້າສາມາດທະລຸໄດ້ Swing High ນ້ອຍໆກ່ອນໜ້າ ມີເປີເຊັນສູງທີ່ຈະຂື້ນຕໍ່. ແຕ່ຖ້າລົງມາແລ້ວ ທະລຸໂຊນ 3,350.6 ອາດຈະລົງຍາວເລີຍນະ
🎯ແຜ່ນ້ທຣດມື້ນີ້:
✅️ຫາຈຸດເຂົ້າຊື້ ຫາກລົງຕໍ່ບໍ່ໄດ້ ຫລື ຂື້ນຕໍ່ເລີຍ
✅️ຫາກລົງມາຫາໂຊນ 3,340.7 ໃຫ້ລໍຖ້າຈົນກວ່າຊີ Price Action ກັບຕົວ ແລ້ວຈຶ່ງເຂົ້າຊື້.
#laofxtalk.com #forex #Trader #Exness #GOLD
#30
ປະຈຳເດືອນ 10/2024 / ອັບເດດຜົນການແຂ່ງຂັນເທຣດບັນຊີ C...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 24, 2025, 07:52 ຊ່ວງສວຍ
🔥🔥WOWWW YES OK🔥🔥
#ອັບເດດຜົນການແຂ່ງຂັນເທຣດບັນຊີ CENT ລ່າສຸດວັນທີ່ 24/07/2025
 🎉🎉ຂໍສະແດງຄວາມຍິນດີກັບບັນຊີ ID: 26301558 ທີ່ສາມາດຍາດມາຢູ່ອັນທີ່ 1 ຈາກທີ່ກ່ອນໜ້ານີ້ຍັງຢູ່ໃນອັນດັບທີ່ 3 ເລີຍ‼️
🏅🏅ລຸ້ນກັນວ່າ ໃຜຊີຄົງແຊ້ມພາາຍໃນມື້ອື່ນນີ້ເດີ🏆🏆