ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

กระทู้ล่าสุด

#31
ການປ້ອງກັນຄວາມສ່ຽງໃນໂຟເຣັກ

ປ້ອງກັນຕົວທ່ານເອງກ່ອນທີ່ທ່ານຈະທຳລາຍຕົວເອງ
 ກ່ອນທີ່ເຮົາຈະລົງເລິກໄປ ໃນລາຍລະອຽດກວ່ານີ້ ເຮົາບອກທ່ານໄດ້ ຢ່າງບໍ່ປິດບັງເລື່ອງທີ່ທ່ານ ຕ້ອງຄິດ ກ່ອນທີ່ທ່ານຈະເທຣດ ຄື:

     1. ນັກເທຣດທຸກຄົນ ໜາຍເຖິງທຸກຄົນຈິງໆ ຈະເສຍເງິນໃນການເທຣດ 90% ຂອງເທຣດເດີ ຈະເສຍເງິນ ຂອງເຂົາ ເນື່ອງຈາກ ຂາດການວາງແຜນ, ການຝືກ ແລະ ບໍ່ມີຄວາມຮູ້ ຄວາມເຂົ້າໃຈ ເລື່ອງການຈັດການ ການເງິນ ຖ້າທ່ານບໍ່ຢາກເສຍເງິນ ທ່ານກໍ່ເປັນຊຸບເປິແມນລະ; ທ່ານຈະ ຕ້ອງປະເຊີນກັບ ຄວາມຍາກລໍາບາກ ໃນການເທຣດ ຫຼື ການປັບຕົວໃນການເທຣດ

  2. ການເທຣດໂຟເຣັກ ບໍ່ເໜາະກັບຄົນທີ່ບໍ່ເຮັດວຽກ ບໍ່ເໜາະສຳລັບຄົນ ທີ່ມີລາຍໄດ້ໜ້ອຍ ແລະ ບໍ່ສາມາດເບິ່ງແຍງຕົວເອງຈ່າຍຄ່ານ້ຳຄ່າໄຟ, ຄ່າຊື້ຂອງກິນໃຫ້ຕົວເອງ.
ທ່ານຄວນຈະມີເງິນ ຢ່າງໜ້ອຍໃນການເທຣດຈັກ 10,000 ຫຼຽນ ໃນບັນຊີ mini ເຊິ່ງນັ້ນໜາຍຄວາມວ່າ ເປັນເງິນ ທີ່ທ່ານສາມາດເສຍໄປໄດ້ ບໍ່ແມ່ນຢືມຄົນອື່ນມາຫຼີ້ນ ຢ່າຄິດວ່າທ່ານ ຈະສາມາດເລີ່ມເທຣດ ດ້ວຍເງິນພຽງ ບໍ່ເທົ່າໃດຮ້ອຍຫຼຽນ ແລ້ວ ຈະກາຍເປັນມະຫາເສດຖີ່ ໃນຊົ່ວຂ້າມຄືນ.
ຕະຫຼາດໂຟເຣັກ ເປັນຕະຫຼາດ ທີ່ໄດ້ຮັບຄວາມນິຍົມຫຼາຍ ສຳລັບນັກເກງກຳໄລ ເນື່ອງຈາກຕະຫຼາດ ທີ່ມີຄວາມຄ່ອງຕົວສູງ ຂອງການເຄື່ອນໄຫວ ຂອງທິດທາງຄ່າເງິນ ເມື່ອເກີດ ເທນຂື້ນ ນັກເທຣດ ທົ່ວໂລກສ່ວນໃຫຍ່ ຈະເສຍເງິນ ຂະນະທີ່ຄົນປະສົບ ຄວາມສຳເລັດ ກັບໂຟເຣັກ ມີພຽງບໍ່ເທົ່າໃດເປີເຊັນ ຂອງຈຳນວນເທຣດເດີທັງໜົດ.
ເທຣດເດີສ່ວນໃຫຍ່ ເຂົ້າມາໃນຕະຫຼາດ ພ້ອມກັບຄວາມຫວັງວ່າ ພວກເຂົາຈະສ້າງເງີນ ໄດ້ເປັນລ້ານ ຫຼຽນ; ແຕ່ວ່າໃນຄວາມຈິງແລ້ວ ພວກເຂົາຕ້ອງມີວິໄນ ການເທຣດຜູ້ຄົນສ່ວນຫຼາຍ ຈະຂາດວິໄນຢູ່ແລ້ວ  ເຖິງວ່າຈະພະຍາຍາມ ຈະລົດນ້ຳໜັກ ດ້ວຍການໄປທີ່ບ່ອນ ອອກກຳລັງກາຍ ສາມຄັ້ງຕໍ່ອາທິດ ຍັງເຮັດໄດ້ຍາກ; ຖ້າເທົ່ານັ້ນທ່ານຍັງເຮັດ ບໍ່ໄດ້ ທ່ານຈະເທຣດ ແລ້ວປະສົບຜົນສຳເລັດ ໄດ້ຢ່າງໃດ.

 ການຫຼີ້ນໄລຍະສັ້ນນັ້ນ ບໍ່ເໜາະກັບມືສະມັກຫຼິ້ນ ແລະ ມັນເປັນຫົນທາງ ທີ່ເຕັມໄປດ້ວຍອຸກປະສັກ ໃນການເຮັດໃຫ້ຕົວເອງລວຍຂື້ນ ທ່ານບໍ່ສາມາດ ສ້າງກຳໄລໄດ້ ມະຫາສານ ໂດຍບໍ່ສ່ຽງເລີຍ ບໍ່ໄດ້ດອກ ກົນລະຍຸດການ ເທຣດທີ່ສ່ຽງສູງຍ່ອມ ໜາຍເຖິງໂອກາດ ທີ່ທ່ານຈະຂາດທືນສູງ ເຂົ້າໄປນຳ ເທຣດເດີທີ່ເຮັດເທົ່ານັ້ນ. ເອີ້ນໄດ້ວ່າ ບໍ່ມີເຖິງວ່າກົນລະຍຸດ ໃນການເທຣດເຖິງວ່າ ທ່ານຈະເອີ້ນມັນວ່າ ກົນລະຍຸດ ການພະນັນກໍ່ຕາມ.
ໂຟເຣັກບໍ່ແມ່ນຫົນທາງໄປສູ່ຄວາມລ້ຳລວຍມັ້ງຄັ້ງ

ການເທຣດໂຟເຣັກເປັນທັກສະ ແລະ ຕ້ອງໃຊ້ເວລາໃນການຮຽນຮູ້
ນັກເທຣດທີ່ມີທັກສະທີ່ດີ ສາມາດເຮັດເງິນໄດ້ ຈາກການເທຣດ; ຢ່າງໃດກໍ່ຕາມ ກໍ່ຄືອາຊີບອື່ນໆ ຄືກັນວ່າຄວາມສຳເລັດ ບໍ່ໄດ້ມາພຽງຊົ່ວຂ້າມຄືນ, ການເທຣດໂຟເຣັກບໍ່ ແມ່ນເລື່ອງງ່າຍໆ (ຄືທີ່ຄົນບາງຄົນເຊື່ອ) ລອງຄິດເບິ່ງວ່າ ຖ້າທຸກຄົນທີ່ເທຣດ ຈະໄດ້ເປັນເສດຖີກັນໜົດ ເປັນຫຍັງລະດັບມືອາຊີບ ທີ່ເທຣດມາຫຼາຍປີ ກໍ່ຕ້ອງຂາດທືນຢູ່.
ເລົ່າໄວ້ໃນຫົວຂອງທ່ານຕະຫຼອດ
ບໍ່ມີທາງລັດ ໃນການເທຣດໂຟເຣັກ ມັນໃຊ້ເວລາດົນ ແລະ ດົນຍິ່ງກວ່າຢ່າງອື່ນ ໃນການທີ່ເຮົາຈະກາຍເປັນມືອາຊີບ. ບໍ່ມີຕົວສຳຮອງໃຫ້ປ່ຽນ ເມື່ອເຮົາຮູ້ສຶກເມື່ອຍ ແລະ ຄິດວ່າວຽກນັ້ນ ຍາກໃນການຝຶກ ເທຣດເດໂມ ແລະ ການຫຼີ້ນເງີນປອມແລ້ວ ຄິດວ່າເປັນເງີນຈິງ
ຢ່າຟ້າວເປີດບັນຊີເງິນຈິງຈົນກວ່າທ່ານຈະເທຣດແລ້ວໄດ້ກຳໄລໃນບັນຊີເດໂມ

ຖ້າທ່ານບໍ່ສາມາດ ເຮັດໃຫ້ທ່ານເຮັດກຳໄລ ໃນບັນຊີເດໂມໄດ້ ຢ່າງໜ້ອຍທ່ານກໍ່ຕ້ອງ ລອງເທຣດເດໂມ ຈັກສອງເດືອນ ເພາະຢ່າງໜ້ອຍ ທ່ານກໍ່ຈະບໍ່ເສຍເງິນຈິງ ຂອງທ່ານໄປ ຢ່າງໜ້ອຍສອງເດືອນ ແມ່ນບໍ່? ຖ້າພຽງສອງເດືອນ ທ່ານຍັງເທຣດເດໂມ ບໍ່ໄດ້ກໍ່ເຊົ່າຫຼິ້ນສະ.
ຈື່ໄວ້ວ່າຫຼີ້ນຄູ່ຫຼັກໆຈັກຄູ່ໜຶ່ງ
ມັນຍາກທີ່ຈະເທຣດ ດ້ວຍການເທຣດຫຼາຍຄ່າເງິນ ເມື່ອຕອນ ທີ່ທ່ານກຳລັງຮຽນຫຼີ້ນ ຫຼີ້ນພຽງຄູ່ຫຼັກໆ ຄູ່ດຽວ ພໍເພາະວ່າຄ່າ spread ຈະຖືກນຳ.
ທ່ານອາດຈະເປັນຜູ້ຊະນະ ໃນການເທຣດໂຟເຣັກ ແຕ່ວ່າໃນຊີວິດຂອງທ່ານ ທ່ານຕ້ອງສຶກສາ ມັນຢ່າງໜັກ ເຮັດວຽກບ້ານທຸ້ມເທ ແລະ ຕ້ອງໃຊ້ໂຊກຊ່ວຍໜ້ອຍໜື່ງ ຕ້ອງໃຊ້ສາມັນສຳນຶກ ແລະ ການຕັດສີນໃຈທີ່ດີ ເປັນຢ່າງຫຼາຍ.

#32
ຮູບພາບປະກອບ
#33
ການວິເຄາະ ການເຄື່ອນເໜັງ ຂອງລາຄາ ຈາກຂ່າວ
ສຳຄັນຫຼາຍສຳລັບຜູ້ທີ່ຕ້ອງການປະສົບຄວາມສຳເລັດໃນການເກງກໍ່າໄລຈາກຫຸ້ນໂຟເຫຼັກ ໂດຍທ່ານສາມາດ ສຶກສາຈາກ ແລ່ງຂ່າວຫຼາຍໆ ແຫ່ງ ແຕ່ ແຫຼ່ງຂ່າວ ທີ່ສຳຄັນ ແລະ ໄດ້ຮັບຜົນສູງສຸດກໍ່ຄື ທ່ານສາມາດ ເບິ່ງ ແລະ ຕິດຕາມ ການອອກຂ່າວຕັ້ງແຕ່ວັນ ຈັນ ຫາ ວັນສຸກ ຕະຫຼອກ 24 ຊົ່ວໂມງ ໄດ້ຈາກເວບຫຼັກ  http://www.forexfactory.com ໂດຍວິທີການເບິ່ງແມ່ນອິງຕາມຄຳອະທິບາຍຂ້າງລຸ່ມ
1.  ຕັ້ງເວລາ ປ່ຽນໃຫ້ຕັງເວລາກັບບ້ານເຮົາ
2.  ຕະກູນເງິນທີ່ມີຜົນຈາກຂ່າວ
3.  ປະເພດຜົນກະທົບ ຈະມີ ສາມສີດ້ວຍກັນ ຄື ສີແດງ = ຈະມີຜົນກະທົບຫຼາຍ ສ່ວນສີສົ້ມ ແລະ ສີ ເຫຼືອງຈະມີຜົນກະທົບ ກາງ ແລະ ຕໍ່າຕາມລໍາດັບ
4.  ຜົນການອອກຂ່າວຕົວຈິງ ຈຸດນີ້ເອງທີ່ເຮົາເຝົ້າຕິດຕາມ ເມື່ອເຖິງເວລາໃກ້ຈະອອກ ເຮົາຕ້ອງໝັ່ນຄຼິກ ເພື່ອ Refresh ຕົວປຸ່ມສີຂຽວເລີ້ຍໆ ຈົນກ່ວາຂ່າວຈະອອກ
5.  ຜົນການຄາດເດົາຂອງຂ່າວ ຄວາມແມ່ນຍຳແມ່ນ 50% ຄວນເຝົ້າລໍຜົນການອອກຂ່າວຈິງຈາກຂໍ້ 4 ຈະດີກ່ວາ
6.  ຜົນການອອກຂ່າວຄັ້ງກ່ອນ
7.  ກຼາບ



ຈາກຂ່າວຂ້າງເທິງເຮົາຈະຍົກຕົວຢ່າງຜົນກະທົບຕໍ່ກຼາບເຊັ້ນ ເວລາ 2:00 ຂອງຕະກູນເງິນ EUR ຜົນ ຂ່າວອອກເປັນ -02%  ຈະມີຜົນກະທົບຕໍ່ກຼາບໃນເວລາດັ່ງກ່າວດັ່ງນີ້:
ຈະສັງເກດເຫັນວ່າເສັ້ນກຼາບກົ່ງລົງ ສະນັ້ນຈຸດນັ້ນເອງ ເປັນໂອກາດທີ່ເຮົາເຂົ້າຊື້ Short (Sell)































#34
ບົດຮຽນພື້ນຖານການເທຣດ / ສຸດຍອດ Forex Indicator “Fisher...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 24, 2025, 02:40 ຊ່ວງສວຍ
ສຸດຍອດ Forex Indicator "Fisher" ບອກຈຸກກັບເທນຊ່ວຍໃຫ້ຂຽວ ແລະ ແດງ 100% for MT4
ຈາກການຝຶກຝົນເປັນເວລານານ ດ້ານເທັກນິກ ເຄັດລັບຕ່າງໆ ເພື່ອໃຊ້ການການ ຕໍ່ສູ້ ກັບ ເຈົ້າ ພໍ່ມັງກອນ Forex ທີ່ເຝົ້າ ຂຸມສັບ ສີຂຽວ ອັນຫຍິ່ງໃຫຍ່ ບັດນີ້ ຂ້າພະເຈົ້າພ້ອມແລ້ວ ທີ່ຈະ ຕໍ່ສູ້ກັບ ມັງກອນດັ່ງກ່າວ ເພາະ ຂ້າພະເຈົ້າມີ ອາ ວຸດຄື "Fisher Indicator" ທີມີ ຄຸນສົມບັດບອກ ເທຣນ  "Trend" ຂອງຫຸ້ນຕົວທີ່ເຮົາສົນໃຈໂດຍຖ້າ  Trend Up ແທ່ງກຼາບແທງຂຶ້ນ ເປັນສີຂຽວ ແລະ ຖ້າເປັນ Trend Down ແທ່ງກາບແທງລົງ ຈະ ເປັນສີແດ່ງຈຳກັນງ່າຍໆ.
ຕໍ່ໄປເປັນການສາທິດ ວິທີການໃຊ້ "Fisher Indicator" ໃຫ້ທ່ານໄດ້ຂຽວກັນທຸກໆຄັ້ງທີ່ເຂົ້າ ເທຼດ Trad ແຕ່ການ ຈະ ໃຊ້ພຽງ "Fisher Indicator" ເປັນອາວຸດຢ່າງດຽວເຫັນວ່າຈະບໍ່ໄດ້ຜົນ ຈິ່ງຕ້ອງໃຊ້ ດາບ ແລະ ເກາະກັນແທງ ອີກ ສອງ ຊະນິດ ເພື່ອປ້ອງກັນ ໂຟສີແດງ ທີ່ຮ້ອນແຮງ ຈາກ ເຈົ້າພໍ່ມັງກອນ Forex ດາບ ແລະ ເກາະ ທີ່ວ່ານີ້ ໄດ້ແກ່ Stochastic (Stoch) ແລະ Commodity Channel Index (CCI) Indicator ສອງຕົວນີ້ ສຳຄັນຄືກັນ ໃຊ້ເພື່ອປ້ອງກັນການຫຖືກ ຫຼອກ ຫຼື ການຕັ້ງຈຸດ TP ສູງເກີນໄປ
ເອົາລະ ເຮົາມາເລີ້ມກັນດີກ່ວາ, ກ່ອນອື່ນຕ້ອງ ດາວໂຫຼດ Fisher Indicator ກັນກ່ອນ ທີ່ນີ້ ຈາກນັ້ນ ນຳໄຟຼລ ທີ່ໂຫຼດມານັ້ນ ເປັນ ໄຟຼ ຊິບ, ເຮົາຕ້ອງ ຄຼິກຂວາ ເພື່ອ ເອ໋ກແທກ ຊິບກ່ອນ ແລ້ວ ນໍາ ຟາຍ ນັ້ນ ໄປວາງໄດ້ ໃນ C deive> programe file>IronFX Meta4>Expert>Indicator ແລ້ວ ເປີດ ໂປຼແກຼມ  MT4 ເປີດໜ້າ ກຼາບຂອງຄູ່ເງິນ ທີ່ທ່ານຈະຫຼິ້ນ ແລ້ວ ເປີດ Indicator ທັງສາມຕົວ ທີ່ຂ້າພະເຈົ້າ ໄດ້ບອກໄວ້ ຄື: Fisher, Stoch ແລະ CCI
ສຳລັບ Stoch ໃຊ້ຕັ້ງຄ່າຕາມນີ້  %K period: 6, MA method: Simple ໃສ່ເສັ້ນ Level 50 ລົງໄປນອກນັ້ນ ຄືເກົ່າໝົດ ສຳລັບ CCI ໃຫ້ຕັ້ງຄ່າຕາມນີ້  Period: 20, Apply to: Typical Price (HLC/3) ໃສ່ເສັ້ນ Level 75 ແລະ 75 ລົງໄປ
ສຳລັບ Fisher ບໍ່ຕ້ອງປັບຫຍັງ, ໃຊ້ໄດ້ເລີຍ
ຈົ່ງເບິ່ງຕົວຢ່າງຈາກພາບລຸ່ມນີ້:
 
ຈະເທຼດໃຫ້ໄດ້ ກໍ່າໄລດ້ວບ Indicator Fisher ຕ້ອງ ເຮັດຕາມສູດ ນີ້ ເຖິງຈະປອດໄພ, ການເທຼດດ້ວຍວິທີນີ້ ເປັນ ການ ຫາຈຸດກັບຕົວຂອງເທຣນ ບໍ່ແມ່ນເທຼນ ຕາມນໍ້າ ຈະເຮັດໃຫ້ຫາເປົ້າໝາຍບໍ່ເຈີ ຖ້າ ຕົກລົດກໍ່ຂໍໃຫ້ໃຈເຢັນໆ ລໍລົດຄັນໃໝ່ມາ ຢ່າ ໃຈ ຮ້ອນ ແລ່ນນຳລົດ.
ຈະເປີດ Long Position ກໍ່ຕໍ່ເມື່ອ
1. ກຼາບແທ່ງຫຼ້າສຸດຂອງ Fisher ເປັນສີຂຽວແລ້ວເທົ່ານັ້ນ
2. ເສັ້ນ CCI ນ້ອຍກ່ວາ 75
3. ເສັ້ນຫຼັກ ຂອງ Stoch (ເສັ້ນສີຂຽວ) ຕ້ອງນ້ອຍກ່ວາ 50 ຖ້າເງື່ອນໄຂດັ່ງກ່າວ ຄົບຖ້ວນ ກໍ່ Long ໄດ້ເລີຍ ບໍ່ມີບັນຫາ
ຈະເປີດ Short Position ກໍ່ຕໍ່ເມື່ອ
1. ກຼາບແທ່ງຫຼ້າສຸດຂອງ Fisher ເປັນສີແດງແລ້ວເທົ່ານັ້ນ
2. ເສັ້ນ CCI ຫຼາຍກ່ວາ 75
3. ເສັ້ນ ຫຼັກຂອງ Stoch (ເສັ້ນສີ ຂຽວ) ຕ້ອງໃຫຍ່ກ່ວາ 50 ຖ້າເຂົ້າເງື່ອນໄຂດັ່ງກ່າວ  Short ໄດ້ເລີຍ ບໍ່ມີບັນຫາ
ເທຼດຕາມເງື່ອນໄຂ ບໍ່ເຂົ້າໃຈໃຫ້ເບິ່ງຮູບ, ສູດນີ້ ໃຊ້ໄດ້ຜົນດີ ກັບທຸກຄ່າເງິນ ແລະ ຫຼິ້ນສັ້ນໆ ເບິ່ງສະເພາະ time fame  15M 30M ແລະ 1H ເທົ່ານັ້ນ ໂດຍເບິ່ງ 1H ເປັນຫຼັກ ແລ້ວ ເຝົ້າຄອຍເບິ່ງສັນຍານ ຈາກ 15M ຂຶ້ນມາເລື້ອຍໆ ທ່ານສາມາດໃຊ້  Fibonacci ຮ່ວມເພື່ອຫາຈຸດ TP ໄດ້ດ້ວຍ ໂດຍ ສ່ວນຕົວຂ້າພະເຈົ້າແລ້ວ ມັກຫຼິ້ນ GBP/JPY ຖ້າເຂົ້າເງື່ອນໄຂດັ່ງກ່າວ ແລ້ວ ລະກໍ່ 50 ຈຸດ ເປັນຢ່າງຕໍ່າ ແຕ່ຕ້ອງເບິ່ງອົງປະກອບອື່ນໆ ເຊັ້ນ: ຂ່າວ ດ້ວຍ ແຕ່ຈາກປະສົບການທີ່ຂ້າພະເຈົ້າເທຼດມາ ຕາມເງື່ອນໄຂນັ້ນ ຂ້າພະເຈົ້າ ບໍ່ເຄີຍ ປິດ ຕິດລົບເລີຍ ຈັກຄັ້ງດຽວ ເວັ້ນກໍ່ຕໍ່ເມື່ອ ຄວາມໃຈຮ້ອນ, ຜີດວິໄນ ເຂົ້າໃນຊ່ວງ ທີ່ເງື່ອນໄຂຍັງບໍ່ຄົບ ນັ້ນແຫຼະ ທີ່ເຮັດໃຫ້ຂ້າພະເຈົ້າຕິດລົບ ແລ້ວຢ່າລືມຕັ້ງ stop loss ໄວ້ດ້ວຍລະ.
ການເທຼດ ຕ້ອງໃຈເຢັນ ຕ້ອງມີ ວິໄນໃນ ບໍ່ໂລກ ສຳຄັນໃຈຕ້ອງໝັ້ນຄົງ ຢ່າງຫຼົງໄປເພາະ ຄຳເວົ້າບາງຄຳ ເວົ້າ, ຖ້າມັນ ເຂົ້າ ເງື່ອນໄຂແລ້ວ ບໍ່ນານ ມັນຈະເຖິງ  TP ຂອງເຮົາແນ່ນອນ ເຖິງແມ້ວ່າ ຈະມີການ ທົດສອບຈິດໃຈ ເຮັດໃຫ້ແດງເປັນ ພັກໆ ແຕ່ອາດເປັນ ເພາະແຮງຂ່າວ ຫຼື ບໍ່ກໍ່ເພາະ ຄົນບາງກຸ່ມ ທີ່ພະຍາຍາມ ຈະປັ້ນຫຸ້ນ ແຕ່ສຸດ ທ້າຍ ແລ້ວມັນ ກໍ່ຈະເປັນ ໄປຕາມເງື່ອນໄຂ ແນ່ນອນ.
ບົດຄວາມດີໆຈາກ: llsyscat

#35
ວິທີເກງກໍ່າໄລຈາກ ຫຸ້ນໂຟເຫຼັກ
ຕົວຂັບເຄື່ອນຕະຫຼາດ ສ້າງຜົນກະທົບ ເຮັດໃຫ້ ເສັ້ນກຼາບ ເຄື່ອນໄຫວ ຂຶ້ນລົງ ນັ້ນແມ່ນມາຈາກການອອກຂ່າວ, ຖ້າຂ່າວແຮງ ທີ່ມີຜົນລັບ ເປັນ ບວກ ຫຼື ລົບ ສູງກໍ່ຈະ ເຮັດໃຫ້ ເສັ້ນກຼາບ ເຄື່ອນຂຶ້ນສູງສຸດ ຫຼື ລົງຕໍ່າສຸດ
ສະນັ້ນ ການເກງກໍ່າໄລຈາກ ຫຸ້ນໂຟເຫຼັກ ເຮົາສາມາສຶກສາ ແລະ ຕິດຕາມໄດ້ຈາກສາມສິ່ງຄື:
1.   Fundamental Analysis                =               ວິເຄາຫາລາຄາທີ່ເໝາະສົມ
2.   News                                          =               ຂ່າວຈາກ ການຄາດເດົາ, ການຕິດຕາມຂ່າວ ແລະ ຂ່າວພາຍໃນ
3.   Technical Analysis                     =               Graph = ສະຖິຕິປະຍຸກ
ແຕ່ສ່ວນຫຼາຍ ແມ່ນວິທີ ທີ່ 2 ແລະ ທີ່ 3 ທີ່ນັກເທຼດທັງຫຼາຍນິຍົມໃຊ້ກັນເພາະສະດວກ ແລະ ສຶກສາງ່າຍ ເຊິ່ງວິທີດັ່ງກ່າວທີ່ສາມາດສຶກສາໄດ້ຈາກ

 
 
   Share

#36
ຄູ່ເງີນ Gold ປະຈຳວັນທີ 01/10/2024 / ອັບເດດກຮາຟ GBPUSD ປະຈຳວັນທີ່24...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 24, 2025, 09:04 ຊ່ວງເຊົ້າ
#ອັບເດດກຮາຟ GBPUSD ປະຈຳວັນທີ່24/07/2025
‼️ປັດຈຸບັນ ‼️ ລາຄາ� #GBPUSD  ກຳລັງທະລຸແນວຕ້ານເກົ່າ ແລະ ຖ້າລາຄາສາມາດທະລຸຂື້ນໄດ້ມັນກໍ່ຈະໄປຕໍ່ ແຕ່ຖ້າບໍ່ສາມາດທະລຸຂື້ນ  ມັນກໍ່ຈະກັບມາຫາໂຊນ1.355 - 1.352 ແລ້ວຄ່ອຍຂື້ນ
🎯ແຜ່ນເທຣດມື້ນີ້
✅️ລໍຖ້າໃຫ້ລາຄາທະໂຊນແນວຕ້ານ ແລ້ວຕາມ BUY
✅️ ຫາກບໍທະລຸແລ້ວຫຍໍ້ຕົວລົງມາ ໃຫ້ຕິດຕາມຕໍ່ໃນໂຊນ 1.355- 1.352
#laofxtalk.com #forex #Trader #Exness #GBPUSD
#37
ຄູ່ເງີນ Gold ປະຈຳວັນທີ 01/10/2024 / ອັບເດດກຮາຟ EURUSD ປະຈຳວັນທີ່24...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 24, 2025, 09:03 ຊ່ວງເຊົ້າ
#ອັບເດດກຮາຟ EURUSD ປະຈຳວັນທີ່24/07/2025
‼️ປັດຈຸບັນ ‼️ ລາຄາ� EURUSD ກຳລັງຢູ່ກອບແນວຕ້ານຂອງກອບເວລບລາຍວັນ ແລະ ຖ້າລາຄາສາມາດທະລຸຂື້ນໄດ້ມັນກໍ່ຈະໄປຕໍ່ ແຕ່ຖ້າບໍ່ສາມາດທະລຸຂື້ນ  ມັນກໍ່ຈະກັບມາຫາໂຊນ1.174 - 1.173 ແລ້ວຄ່ອຍຂື້ນ
🎯ແຜ່ນເທຣດມື້ນີ້
✅️ລໍຖ້າໃຫ້ລາຄາທະໂຊນແນວຕ້ານ ແລ້ວຕາມ BUY
✅️ ຫາກບໍທະລຸແລ້ວຫຍໍ້ຕົວລົງມາ ໃຫ້ຕິດຕາມຕໍ່ໃນໂຊນ 1.174 -1.173
#laofxtalk.com #forex #Trader #Exness #EURUSD
#38
ຄູ່ເງີນ Gold ປະຈຳວັນທີ 01/10/2024 / ອັບເດດກຮາຟ USDJPY ປະຈຳວັນທີ່24...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 24, 2025, 09:02 ຊ່ວງເຊົ້າ
#ອັບເດດກຮາຟ USDJPY ປະຈຳວັນທີ່24/07/2025
‼️ປັດຈຸບັນ ‼️ ລາຄາ� USDJPY ກຳລັງສ້າງແນວຕ້ານຈຳນວນຫຼາຍ ຫຼື ເອີ້ນວ່າ LIQUIDITY  ແລະ ຖ້າລາຄາສາມາດທະລຸລົງ ມັນກໍ່ຈະລົງມາອີກ ແຕ່ຖ້າສາມາດລົງມາ ມັນກໍ່ຈະກັບໄປກວດ SL ທູ່ຢູ່ຕາມໂຊນ LIQUIDITY ຕ່າງໆ.
🎯ແຜ່ນເທຣດມື້ນີ້
✅️ລໍຖ້າໃຫ້ ກັບມາຮອດໂຊນ 146.500 ຖ້າບໍທະລຸເຂົ້າ Sell
✅️ ຫາກທະລຸແລ້ວໃຫ້ ຕິດຕາມຕໍ່ໃນໂຊນ 146.885
#laofxtalk.com #forex #Trader #Exness #USDJPY
#39
#ອັບເດດກຮາຟທອງຄຳປະຈຳວັນທີ່24/07/2025
‼️ປັດຈຸບັນ ‼️ ລາຄາ�ທອງ�ຄຳ�ກຳລັງຢູ່ໃນກອບແນວຕ້ານໃຫຍ່ຂອງກອບເວລາ Dayli ແລະ ຖ້າລາຄາສາມາດທະລຸລົງ ມັນກໍ່ຈະລົງມາອີກ ແຕ່ຖ້າສາມາດທະລຸຂື້ນ ມັນກໍ່ຈະຂື້ນຄືກັນ.
🎯ແຜ່ນເທຣດມື້ນີ້
✅️ລໍຖ້າໃຫ້ ທະລຸຂື້ນກ່ອນແລ້ວເຂົ້າ Buy ຕາມ
#laofxtalk.com #forex #Trader #Exness #GOLD
#40
#ອັບເດດຂ່າວປະຈຳວັນທີ່24/07/2025
🔥 ມື້ນີ້, ເປັນມື້ດີມື້ເດັ່ນຫລືຈະເປັນມື້ທີ່ຕ້ອງລະມັດລະວັງ ເນື່ອງຈາກມີຂ່າວຮຸນແຮງຫຼາຍຢ່າງ ບໍ່ວ່າຊີເປັນຕະຫຼາດຢູໂຣບກັບນີວຢອກ. ສະນັ້ນຕ້ອງເທຣດຕາມແຜ່ນ ດີທີ່ສຸດ.
#laofxtalk.com #forex #Trader #Exness #GOLD #USDJPY #EURUSD #GBPUSD