ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

กระทู้ล่าสุด

#41
ປະຈຳເດືອນ 10/2024 / ຕໍ່: ອັບເດດຜົນການແຂ່ງຂັນເທຣດບັ...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 23, 2025, 07:06 ຊ່ວງສວຍ
 (ຕໍ່)
#42
ປະຈຳເດືອນ 10/2024 / ອັບເດດຜົນການແຂ່ງຂັນເທຣດບັນຊີ C...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 23, 2025, 07:05 ຊ່ວງສວຍ
🔥🔥🔥WOWWWW🔥🔥🔥
📣📣ອັບເດດຜົນການແຂ່ງຂັນເທຣດບັນຊີCent ປະຈຳວັນທີ່ 23/07/2025🎉
📣 ຍິນດີກັບແຊ້ມຂອງເຮົາ ທີ່ຍັງສາມາດຄົງ ຕຳແໜ່ງອັນດັບ1 ມາໄດ້ 5 ມື້ຕິດຕໍ່ກັນ. ນັບຕັ້ງແຕ່ມື້ເລີ່ມຈົນຮອດມືນີ້🏅🏅
🙏🙏ຂອບໃຈທຸກທ່ານທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ແລະ ຄັ້ງຕໍ່ໆໄປ🙏
  ✅️ ທຸກຄົນວາມາດຕິດຕາມການແຂ່ງຂັນຂອງພວກເຮົາໄດ້ເລື້ອຍໆ ແລະ ຍັງຈະມີການອັບເດດລົງທຸກໆມື້ໃຫ້ໄດ້ຮັບຮູ້ກັນເດີ 🙏🙏
#laofxtalk.com #forex #Trader #Exness
#43
#ອັບເດດຄູ່ເງິນ GBPUSD ມື້ນີ້💸💸
‼️ ມຸມມອງສ່ວນຕົວ‼️ ປັດຈຸບັນ�ລາຄາ�ກຳລັງຢLຫຍໍ້ຕົວລົງ  ຄາດວ່າລາຄາອາດສາມາດລົງມາຫາໂຊນ Order Block1H 1.349 - 1.348
🎯 ແຜ່ນເທຣດມື້ນີ້:
✅️ເຂົ້າ Buy ໃນລາຄາ 1.349
✅️ Buy ໃນໂຊນ 348
#laofxtalk.com #forex #Trader #GBPUSD
#44
#ອັບເດດຄູ່ເງິນ EURUSD ມື້ນີ້💸💸
‼️ ມຸມມອງສ່ວນຕົວ‼️ ປັດຈຸບັນ�ລາຄາ�ກຳລັງຢLຫຍໍ້ຕົວລົງມາ ຈາກການຂື່ນຢ່າງຮຸນແຮງໃນວັນຈັນ ແລະ ວັນອັງຄານທີ່ຜ່ານນີ້. ຄາດວ່າລາຄາອາດສາມາດຫຍໍ້ຕົວລົງມາຫາໂຊນ Order Block1H 1.172 ຫຼື ລົງມາຫາແນວຮັບ 1H
🎯 ແຜ່ນເທຣດມື້ນີ້:
✅️ເຂົ້າ Buy ໃນລາຄາ 1.172
✅️ Buy ໃນໂຊນແນວຮັບ
#laofxtalk.com #forex #Trader #EURUSD
#45
#ອັບເດດຄູ່ເງິນ USDJPY ມື້ນີ້💸💸
‼️ ມຸມມອງສ່ວນຕົວ‼️ ປັດຈຸບັນ�ລາຄາ�ກຳລັງຢູ່ໃນໂຊນແນວຮັບຈາກ 1H ແລະ ຄາດວ່າ ລາຄາອາດສາມາດຫຍໍ້ຕົວໄປຫາໂຊນ Order Block1H 147.414 ຫຼທ ຖ້າໄປບໍ່ຮອດກໍ່ຕ້ອງຫາຈຸດກັບຕົວ�ເຂົ້າອີກຮອບ 1 ແຕ່ທີ່ສຳຄັນຍັງຢູ່ໃນຂາລົງ ດີທີ່ສຸດຄວນຫາ Order Sell
🎯 ແຜ່ນເທຣດມື້ນີ້:
✅️ເຂົ້າ Sell ໃນລາຄາ 147.414
✅️ ຖ້າລາຄາສາມາດທະລຸSwing High ລ່າສຸດໄດ້ໃຫ້ປ່ຽນໜ້າເທຣດ
#laofxtalk.com #forex #Trader #USDJPY
#46
ຄູ່ເງີນ Gold ປະຈຳວັນທີ 01/10/2024 / ວິເຄາະ GOLD ປະຈຳວັນທີ່ 23/07/2...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 23, 2025, 09:07 ຊ່ວງເຊົ້າ
#ອັບເດດກຮາຟທອງຄຳມື້ນີ້💸💸
‼️ ມຸມມອງສ່ວນຕົວ‼️ ປັດຈຸບັນ�ລາຄາ�ກຳລັງຫຍໍ້ຕົວລົງມາ ຈາກການຂື້ນຢ່າງຮຸນແຮງຈາກວັນຈັນ ແລະ ວັນອັງຄານທີ່ຜ່ານມາ . ເຊິ່ງຄາດວ່າ ລາຄາມີແນວໂນ້ມທີ່ຈະສາມາດຫຍໍ້ຕົວມາຮອດໂຊນ 3,403 - 3,390 ທີ່ເປັນທັງແນວຮັບສຳຄັນ
🎯 ແຜ່ນເທຣດມື້ນີ້:
✅️ເຂົ້າ Buy ໃນລາຄາ 3,403
✅️ເຂົ້າ Buy ໃນລາຄາ 3,390.9
#laofxtalk.com #forex #Trader ##GOLD
#47
ປະຈຳເດືອນ 10/2024 / ອັບເດດຜົນການແຂ່ງຂັນເທຣດບັນຊີ C...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 22, 2025, 05:47 ຊ່ວງສວຍ
🎉ອັບເດດຜົນການແຂ່ງຂັນເທຣດບັນຊີCent ປະຈຳວັນທີ່ 22/07/2025🎉
  📣 ຍິນດີກັບແຊ້ມຂອງເຮົາ ທີ່ຍັງສາມາດຄົງ ຕຳແໜ່ງອັນດັບ1 ມາໄດ້ 4 ມື້ຕິດຕໍ່ກັນ. ນັບຕັ້ງແຕ່ມື້ເລີ່ມຈົນຮອດມືນີ້🏅🏅
🙏🙏ຂອບໃຈທຸກທ່ານທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ແລະ ຄັ້ງຕໍ່ໆໄປ🙏
  ✅️ ທຸກຄົນວາມາດຕິດຕາມການແຂ່ງຂັນຂອງພວກເຮົາໄດ້ເລື້ອຍໆ ແລະ ຍັງຈະມີການອັບເດດລົງທຸກໆມື້ໃຫ້ໄດ້ຮັບຮູ້ກັນເດີ 🙏🙏
#laofxtalk.com #forex #Trader #Exness
#48
ບົດຮຽນພື້ນຖານການເທຣດ / ກົນລະຍຸດການຕັ້ງ Stop Loss
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 22, 2025, 12:06 ຊ່ວງສວຍ
ກົນລະຍຸດການຕັ້ງ Stop Loss
ກົນລະຍຸດການຕັ້ງ Stop Loss (ຈຸດຂາດທຶນ)
"ເປັນຫຍັງລາຄາແລ່ນຊົນ Stop loss (SL) ຂອງເຮົາອີກແລ້ວ" ນີ້ເປັນຄໍາຖາມທີ່ເທຼດເດີຖາມຕົນເອງແບບເຊັງໆ ເປັນປະຈໍາເມື່ອ ອໍເດີເຮົາຖືກ SL
ທີ່ມັນເປັນເຊັ່ນນັ້ນກໍ່ເພາະວ່າ ຕະຫຼາດຈະເຮັດທຸກຢ່າງທີ່ມັນຢາກຈະ ເຄື່ອນໄຫວໄປທາງມີ່ມັນຢາກຈະໄປ ເທຼດເດີຈະຕ້ອງເຈີກັບຄວາມທ້າທາຍໃໝ່ໆ ໃນທຸກວັນ ສ່ວນຫຼາຍກໍ່ເປັນເລື່ອງຂອງການເມືອງທົ່ວໂລກ ເຫດການສໍາຄັນທາງເສດຖະກິດ ຫຼື ແມ້ແຕ່ກະທັ້ງຂ່າວລື ທີ່ກ່ຽວກັບທະນາຄານກາງ ທີສາມາດ ເຮັດໃຫ້ລາຄາ ແລ່ນໄປໃນທິດທາງໃດກໍ່ໄດ້ ໃນເວລາອັນສັ້ນ ແບບທີ່ທ່ານບໍ່ທັນຕັ້ງຕົວ ນັ້ນໝາຍຄວາມວ່າ ຈະຕ້ອງມີເທດເດີ ບາງຄົນເປີດອໍເດີ ໃນທິດທາງ ທີ່ຕົງກັນຂ້າມກັນ ກັບລາຄາ ແລະ ຕ້ອງເສຍເງິນຢ່າງຫຼີກລ້ຽງບໍ່ໄດ້ ແຕ່ເຮົາສາມາດຄວບຄຸມໄດ້ ວ່າເຮົາຈະເຮັດແນວໃດເມື່ອເຮົາຕົກຢູ່ໃນສະຖານະການຢ່າງນັ້ນ ເຮົາສາມາດ ເປີດ ອໍເດີ ເພື່ອຕັດ ການຂາດທຸນ ໃນຕອນນັ້ນເລີຍ ຫຼື ວ່າທ່ານຈະນັ່ງລໍຄອຍຄວາມຫວັງວ່າ ລາຄາມັນຈະກັບມາໃນທີ່ທ່ານຕ້ອງການ ແລະ ຖ້າມັນບໍ່ກັບມາຢ່າງທີ່ຫວັງໄວ້ແລ້ວປ່ອຍໄປຢ່າງນັ້ນເລີ້ືອຍໆໂດຍບໍ່ມີ ການຕັດສິນໃຈ ພ໋ອດ ຂອງທ່ານກໍ່ຈະສະອາດໄດ້ (ລ້າງພ໋ອດ)
ຄາເວົ້າທີ່ວ່າ "Live to trade another day!" ໜ້າຈະເປັນຄຳຂັວນຂອງເທດເດີ ມືໃໝ່ທຸກຄົນ ເພາະຍິ່ງ ທ່ານຢູ່ລອດໄດ້ດົນເທົ່າໃດ ທ່ານກໍ່ຈະສາມາດຮຽນຮູ້ ໄດ້ຫຼາຍເທົ່ານັ້ນ ແລະ ນັ້ນກໍ່ຈະເພີມໂອກາດທີ່ຈະປະສົບຄວາມສຳເລັດ ຂອງທ່ານດ້ວຍ
ກົນລະຍຸດອີກຢ່າງທີ່ສຳຄັນຄື "stop losses" ຊື່ງເປັນທັດສະ ທີ່ສໍາຄັນ ທີ່ເທຼດເດີ ຄວນຈະຮູ້ໄວ້ ເພື່ອເປັນອາວຸດຢ່າງໜຶ່ງໃນການເທຼດ ການທີ່ມີການຕັ້ງ SL ນີ້ ນອກຈາກຈະຊ່ວຍຕັດ ການຂາດທຸນຂອງທ່ານເພື່ອໃຫ້ມີໂອກາດໃນການກູ້ສະຖານະການແລ້ວ ມັນຍັງຊ່ວຍກໍາຈັດຄວາມວິຕົກກັງວົນທີ່ເກີດຈາກການສູນເສຍ ໃນການເທຼດ ໂດຍບໍ່ຕ້ອງວາງແຜນດ້ວຍ ແລະ ກໍ່ເປັນຜົນດີໃນການເທຼດຂອງທ່ານດ້ວຍ
ຈຸດ SL ຄວນເປັນຈຸດທີ່ "ລົບລ້າງຄວາມຜິດ" ໃນການເທດສໍາລັບອໍເດີ ນັ້ນໆຂອງທ່ານ ດັ່ງນັ້ນເມື່ອລາຄາມາເຖິງຈຸດ SL ມັນກໍ່ໜ້າຈະເປັນສັນຍານວ່າ "ມັນເຖິງເວລາທີ່ຕ້ອງອອກຈາກອໍເດີນີ້ແລ້ວ"
ການຕັ້ງ SL ນັ້ນມີ 4 ວິທີ ທີ່ເຮົາສາມາດເລືອກໃຊ້ໃນສະຖານະການທີ່ ແຕກຕ່າງກັນ ຫຼືເລືອກແລ້ວແຕ່ຄວາມຖະນັດຂອງເຮົາ
  -  ຫຍຸດຕາມສັດສ່ວນຂອງເງິນທຸນ
  -  ຢຸດຕາມຮູບແບບຂອງກຼາບ
  -  ຫຍຸດຕາມຄວາມຜັນຜວນ
  -  ຫຍຸດຕາມເວລາ
1. ຫຍຸດຕາມສັດສ່ວນຂອງເງິນ
ການຕັ້ງ SL ແບບນີ້ເປັນການຕັ້ງ SL ແບບພື້ນຖານທີ່ສຸດ ໂດຍໃຊ້ການກໍາກັບຄວາມສ່ຽງ ຈາກສັດສ່ວນຂອງເງິນ ທຸນທີ່ຢູ່ໃນບັນຊີ ຢ່າງເຊັ້ນວ່າເຮົາ ເຕັມໃຈທີ່ຈະສ່ຽງຂາດທຸນໄດ້ທີ່ 2% ຕໍ່ການເທຼດໃນແຕ່ລະຄັ້ງ ແຕ່ວ່າເທດເດີທຸກຕົນ ຈະຍອມຮັບຄວາມສ່ຽງໄດ້ບໍ່ເທົ່າກັນ ບາງຄົນອາດຈະຮັບຄວາມສ່ຽງໄດ້ເຖິງ 10% ໃນຂະນະບາງຄົນອາດຈະຍອມຮັບຄວາມສ່ຽງພຽງ 1% ເທົ່ານັ້ນ
ແລະໃນການຕັ້ງ SL ທ່ານຄວນຈະຕັ້ງຕາມສະພາວະຂອງຕະຫຼາດ ຫຼື ຕາມລະບົບການເທຼດຂອງທ່ານ ບໍ່ແມ່ນຕັ້ງຕາມຈໍານວນເງິນທີ່ທ່ານຈະຍອມເສຍໄດ້
-      ເພື່ອບໍ່ເປັນການສັບສົນເຮົາມາເບິ່ງຕົວຢ່າງນໍາກັນ
ທ້າວ ແຊມ ມີບັນຊີມິນິ ທີ່ມີເງິນຢູ່ $500 ແລະ ຂະໜາດ Lot size ທີ່ເຂົາສາມາດເທຼດໄດ້ ຄື 10k ( ໃນບັນຊີມິນິ 10k ເທົ່າກັບການເທຼດທີ່ຈຸລະ $1) ແຊມ ຕ້ອງການທີ່ຈະເທຼດ GBP/USD ແລະເຂົາເຫັນວ່າລາຄາຢູ່ແຖວໆ ຕົ້ນທີ່ລະດັບ 1.5620 ເຂົາຈຶ່ງຕ້ອງການທີ່ຈະຂາຍ ແລະຕາມຫຼັກການລົງທຶນຂອງລາວຄື ລາວຈະໄດ້ເສຍບໍ່ເກີນ 2% ຂອງເງິນທຶນໃນການເທດແຕ່ລະຄັ້ງ ແລະ ສໍາລັບການເທຼດທີ່ຂະໜາດ 10k ຂອງ GBP/USD ແຕ່ລະຈຸດມີຄ່າ $1 ແລະ 2% ຂອງເງິນໃນບັນຊີ ແຊມ ເທົ່າກັບ $10 ສະນັ້ນແດງກໍ່ຈະຕັ້ງ SL ໄດ້ຫຼາຍທີ່ສຸດທີ່ 10 ຈຸດ ດັ່ງນັ້ນແຊມຈະຕ້ອງຕັ້ງຈຸດ SL ຂອງເຂົາໄວ້ທີ່ 1.5630





ແຕວ່າ GBP/USD ມີການເຄື່ອນໄຫວມາຫຼາຍກ່ວາ 100 ຈຸດຕໍ່ວັນ ລາຄາຈຶ້ງອາດຈະແລ່ນມາຊົນຈຸດ SL ຂອງ ແຊມໄດ້ ຢ່າງງ່າຍດາຍ ເພາະຕໍາແໜ່ງ SL ນັ້ນຈຳກັດດ້ວຍການຕັ້ງຄ່າ ຄວາມສ່ຽງຈາກເງິນໃນບັນຊີຂອງລາວ ແລະ ລາວຕັ້ງ SL ໂດຍຍຶດຕາມຕາມຈໍານວນເງິນ ທີສາມາດສູນເສຍໄດ້ ແທນທີ່ຈະກຳນົດຕາມເງື່ອນໄຂຈາກການເຄື່ອນໄກວຂອງ GBP/USD



ແລະໃນທີ່ສຸດລາຄາກໍ່ແລ່ນມາຊົນ SL ຂອງແຊມ ເພາະຈຸດ SL ຂອງເຂົາທີວາງໄວ້ນ້ອຍເກີນໄປ ແລະ ນອກຈາກນັ້ນຄື ເຂົາເສຍໂອກາດທີ່ຈະເກັບຫຼາຍກ່ວາ 100 ຈຸດດ້ວຍ
ຈາກຕົວຢ່າງນີ້ ທ່ານໄດ້ເຫັນເຖິງອັນຕະລາຍຈາກການຕັ້ງ SL ຈາກການໃຊ້ສັດສ່ວນຄວາມສ່ຽງຂອງເງິນທຸນ ທີ່ບັງຄັບໃຫ້ເທຼດເດີຕ້ອງຕັ້ງຈຸດໃນລະດັບລາຄາທີ່ບໍ່ເໝາະສົມ ກັບພາວະຂອງຕະຫຼາດ ແລະ ໃນກໍລະນີນີ້ ຈຸດ SL ກໍ່ຢູ່ໃກ້ກັບຈຸດເປີດ ອໍເດີຫຼາຍ ແລະ ເປັນການຕັ້ງ SL ທີ່ບໍ່ໄດ້ໃຊ້ຫຼັກວິຊາການ ທາງເທັກນິກເລີຍ (ເຫັນວ່າໃກ້ແນວຕ້ານກ່ໍ່ໃສ່ເລີຍ ບໍໄດ້ວິເຄາະຢ່າງອື່ນຮ່ວມເລີຍ.
ທ່ານຮູ້ແລ້ວວ່າ ທ່ານຄວນຈະຕັ້ງ SL ໃນລະດັບທີ່ເຮົາສາມາດ ຈະກັບຕົວມາໃນທິດທາງທີ່ທ່ານຄາດຄິດໄວ້ໂດຍບໍ່ຊົນ SL ຂອງທ່ານ ແຕ່ກໍລະນີນີ້ລາຄາມັນແລ່ນໄປຊົນ SL ແລ້ວ ຈຶ່ງໝົດໂອກາດທີ່ຈະສ້າງກ່ຳໄລ ແລະ ວິທີແກ້ບັນຫາສຳລັບແຊມກໍ່ຄື ຫາໂບຼກເກີທີ່ເໝາສົມກັບສະຕຼາຍການເທຼດ ແລະ ເງິນທຶນຂອງລາວ
ໃນກໍລະນີຂອງແຊມ ເຂົາຄວນແກ້ໄຂການຊອກຫາໂບຼກເກີທີ່ເຂົາສາມາດກຳໜົດຂະໜາດການຊື້ຂາຍທີ່ນ້ອຍລົງ ຫຼື ແມ້ແຕ່ສາມາດກຳນົດຂະໜາດເອງໄດ້ ຢ່າງເຊັ່ນ ສາມາດເທຼດ ທີ່ຂະໜາດ 1k ໃນຄູ່ເງິນ GBP/USD ໄດ້ເຊິ່ງແຕ່ລະຈຸດ ຈະມີຄ່າເທົ່າກັບ $0.10 ຈຶ່ງຈະເຮັດໃຫ້ແຊມສາມາດຕັ້ງຈຸດ SL ໄດ້ຕາມເງື່ອນໄຂຄວາມສ່ຽງຂອງເຂົາໄດ້ຢ່າງສະບາຍໆ ແຊມ ສາມາດຕັ້ງຈຸດ SL ສໍາລັບການເທຼດ GBP/USD ໄດ້ເຖິງ 100 ຈຸດ ໃນຄວາມສ່ຽງທີ່ 2% ຂອງເງິນໃນບັນຊີຂອງລາວ ແລະ ຕອນນີ້ລາວສາມາດຕັ້ງ SL ໃຫ້ເໝາະສົມກັບສະພາວະຂອງຕະຫຼາດຮວມທັງເປັນໄປຕາມລະບົບການຊື້ຂາຍ ຕາມແນວຮັບແນວຕ້ານ ແລ້ວ.
2. ຢຸດຕາມຮູບແບບຂອງກຼາບ
ວິທີການຢຸດ SL ອີກວິທີໜຶ່ງທີ່ເໝາສົມຫຼາຍກ່ວາວິທີຜ່ານມາຄື ຕັ້ງຕາມຮູບແບບຂອງກຼາບ ເປັນການຕັ້ງ SL ໂດຍຍຶດຕາມສິ່ງທີ່ຕະຫຼາດບອກເຮົາດ້ວຍຮູບແບບຂອງຕົວມັນເອງ
ເຮົາສາມາດສັງເກດການເຄື່ອນໄຫວຂອງລາຄາໄດ້ ໃນບາງຄັ້ງກໍ່ຄືວ່າ ບໍໍ່ສາມາດທີ່ຈະ ແລ່ນທະລຸ ຜ່ານແນວຮັບແນວຕ້ານໄດ້ ແລະ ກໍ່ມີຫຼາຍຄັ້ງທີ່ລາຄາແລ່ນຜ່ານ ແນວຮັບແນວຕ້ານໄດ້ໃນທີ່ສຸດ ຫຼັງຈາກແລ່ນໄປແລ່ນມາຢູ່ໃນຮັບແນວຮັບແນວຕ້ານນັ້ນມາໄລຍະໜຶ່ງ
ການຕັ້ງຈຸດ SL ໃຫ້ເໜືອ ຫຼື ຕ່ຳກ່ວາ ລະດັບແນວຮັບແນວຕ້ານ ນັ້ນກໍ່ເປັນສິ່ງທີ່ສົມເຫດສົມຜົນ ໃນກໍລະນີທີ່ລາຄາບໍ່ Break ລະດັບແນວຮັບແນວຕ້ານ ແຕ່ຖ້າລາຄາສາມາດ break ຮອບລາຄານັ້ນ ກໍ່ຈະເຮັດໃຫ້ເທຼດເດີອື້ນແລ່ນເຂົ້າມາເທຼດດ້ວຍເມື່ອເຫັນ ການທະລຸຂອງລາຄາ  (Breakout) ແລະ ເທຼດເດີເຫຼົ່ານັ້ນອາດຈະເຮັດໃຫ້ລາຄາແລ່ນໄປໃນທິດທາງ ກົງກັນຂ້າມກັນກັບ ອໍເດີ ຂອງທ່ານ (ທີ່ລິ້ນຢູ່ໃນຮອບລາຄາ) ໄດ້ ແລະ ຢ່າງທີ່ທ່ານຮູ້ວ່າ ເມື່ອເວລາພັກຕົວຢູ່ໃນຮອບ ລາຄານັ້ນ ໝາຍເຖິງ ການສະສົມພະລັງງານ ເຊິ່ງເມື່ອລາຄາເກີດການ Breakout ແລ້ວກໍ່ຈະມີ ແນວໂນ້ມ ຫຼາຍທີ່ລາຄາອາດແລ່ນພຸ່ງຂຶ້ນ ໄປຕາມເທຣນ, ຕໍ່ໄປມາເບິ່ງຕົວຢ່າງການຕັ້ງ  SL ອີກຢ່າງໜຶ່ງທີ່ເກີດການ Breakout ຂອງລາຄາ
ຈາກຕົວຢ່າງການຕັ້ງ SL ໂດຍຢຶດຕາມແນວຮັບແນວຕ້ານ



ຕາມພາບຕົວຢ່າງເຮົາເຫັນໄດ້ວ່າລາຄາມີການຊື້ຂາຍກັນຢູ່ເໜືອ ເສັ້ນແນວຮັບ (ສີດຳ) ແລະເມື່ອລາຄາແລ່ນທະລຸຜ່ານແນວຕ້ານດ້ານເທິງ (ສີແດງ) ໄປໄດ້ ທ່ານກໍ່ຄິດວ່າມັນ Breakout ທີ່ສວຍງາມ ແລະ ທ່ານຕັດສິນໃຈທີ່ຈະຊື້ ຕາມແນວໂນ້ມນັ້ນ ແຕ່ກ່ອນອື່ນ ທ່ານຕ້ອງຕັ້ງຄຳຖາມກ່ອນວ່າບ່ອນໃດທີ່ທ່ານຈະຕັ້ງ SL ຖ້າເຫດການບໍ່ໄດ້ເປັນໄປຢ່າງທີ່ທ່ານຄິດໄວ້ ແລະ ເງື່ອນໄຂອັນໃດທີ່ຈະບອກທ່ານໄດ້ວ່າ ຄວາມຄິດຂອງທ່ານໃນການເຂົ້າຊື້ຄັ້ງນີ້ບໍ່ຖືກຕ້ອງ





ໃນກໍລະນີ ການຕັ້ງ SL ທີ່ສົມເຫດສົມຜົນຫຼາຍທີ່ສຸດຄື ຕັ້ງ SL ໄວ້ໃຕ້ແນວຮັບ (ເສັ້ນສີດຳ) ແລະ ເສັ້ນເທຣນ (ສີແດງ) ແລະຖ້າລາຄາແລ່ນຜ່ານເທຣນນີ້ລົງມາກໍ່ໝາຍຄວາມວ່າມີແຮງຊື້ບໍ່ພໍ ແລະ ຕອນນີ້ຜູ້ຂາຍເປັນຜູ້ຄວບຄຸມຕະຫຼາດ ດັ່ງນັ້ນຄວາມຄິດຂອງທ່ານໃນການເປີດ ອໍເດີ ຊື້ໃນຄັ້ງນີ້ຈຶ່ງເປັນຄວາມຜິດພາດ ແລະ ເຖິງເວລາ ທີ່ທ່ານຄວນຈະ ອອກຈາກອໍເດີ ຂອງທ່ານ ແລະ ຍອມຮັບການສູນເສຍ ທ່ານຈະເຫັນລາຄາແລ່ນໃນລັກສະນະນີ້ໄດ້ເລື້ອຍໆໃນຄູ່ເງິນ EUR/USD.
Credit:http://www.thaiforexschool.com
















































#49
ບົດຮຽນພື້ນຖານການເທຣດ / 10 ແນວທາງການເທຼດ forex
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 22, 2025, 11:56 ຊ່ວງເຊົ້າ
10 ແນວທາງການເທຼດ forex
1.     ການວາງແຜນການເທຣດ ແລະ ເທຣດຕາມແຜນຂອງທ່ານ ( Plan your trade and trade your plan )
ຜົນສຳເລັດ ແຜນການເທຣດ ທີ່ດີຄວນປະກອບ ດ້ວຍ:ໃນການເທຣດ ບໍ່ຄວນຕິດສິນຕາມ ອາລົມ ຄວາມຮູ້ສຶກຂອງທ່ານ ວ່າລາຄາອາດ ຈະຂື້ນ ລາຄາອາດ ຈະລົງ ແລ້ວເປີດຄຳສັ່ງເທຣດ ທ່ານຈຳເປັນຕ້ອງມີການ ວາງແຜນໃນ ການເທຣດ ເພື່ອນຳ ໄປສູ່ຄວາມປະສົບ
1.1. ການກຳນົດຈຸດເຂົ້າ ຫຼື ສັນຍານໃນການເຂົ້າເທຣດ
1.2. ການກຳນົດຈຸດຂາດທຶນ ( Stop Loss )
1.3. ການກຳນົດເປົ້າໝາຍກຳໄລ ( Target )
            1.4. ການວາງແຜນການເງີນ ( Money Management )
            1.5. ການບໍລິຫານຄວາມສ່ຽງ ( Risk Management )
ການຈັດສັນແຜນການເທຣດໃຫ້ເໝາະສົມ ແຜນການເທຣດທີ່ດີຈະຊ່ວຍໃຫ້ທ່ານຕັດອາລົມອອກຈາກການເທຣດ ຊ່ວຍໃຫ້ທ່ານບໍ່ຕ້ອງມານັ່ງ ຄຽດເວລາທີ່ຕິດລົບ ຫຼື ໃກ້ຈະ CallMagin (ເງີນໃກ້ຈະໝົດ)ບໍ່ຕ້ອງຖືກບັງຄັບ ເຊັ່ນ ມາຈີ້ນຂອງທ່ານໝົດ
ຕົວຢ່າງ
ແຜນການເທຣດ ຫຼື ລະບົບເທຣດ ທ່ານສາມາດຊອກໄດ້ຈາກ ເວ໊ບນີ້ ຫຼື ຈາກ Googleລອງຊອກຫາ ແຜນການເທຣດທີ່ເໝາະ ກັບຕົວຂອງທ່ານ ລອງທົດສອບ ລະບົບ ແລະເທຣດ ຕາມລະບົບດ້ວຍ ເງີນປອມ ອາດຈະປັບປຸງໃຫ້ເໝາະສົມ ກັບຕົວຂອງທ່ານ ແລ້ວນຳມາປະຍຸກ ໃຊ້ກັບການເທຣດ ຂອງທ່ານເຊິ່ງບໍ່ມີ ລະບົບໃດທີ່ໄດ້ຜົນການເທຣດ ຂອງທ່ານ ອອກມາ 100% ລະບົບເທຣດທີ່ດີຄວນ ມີປະສິດທິພາບ ຫຼາຍກວ່າ 60% ບໍ່ວ່າທ່ານຈະໄດ້ລະບົບເທບ ຫຼື ສຸດຍອດເທບແນວໃດ ທ່ານກໍ່ຕ້ອງຕິດລົບກ່ອນ ບໍ່ມີໃຜ ບໍ່ເຄີຍຕິດລົບ
1.   2.     ແນວໂນ້ມຂອງກຣາຟຄືເພື່ອນຂອງທ່ານ ( The Trend is your friend )
ຢ່າຄິດສວນເທຣນ ໃຫ້ຊອກຫາສັນຍານ Buy/Long ເມື່ອຕະຫຼາດຢູ່ໃນສະພາວະຂາຂື້ນ (Bullish Marketຕະຫຼາດແດນບວກ ) ແລ້ວຫາຈັງຫວະ Sell/Shortເມື່ອຕະຫຼາດຢູ່ໃນສະພາຫວະຂາລົງ  ( Bearish Market  ) ຕະຫຼາດແດນລົບ
1.   3.     ການຮັກສາເງີນລົງທຶນ ( Focus on capital preservation )
ສີ່ງສຳຄັນອີກຢ່າງໜື່ງສຳລັບການເທຣດຕ້ອງຮັກສາເງີນໃນບັນຊີຂອງທ່ານ ໃຫ້ດີທີ່ສຸດ ການເປີດຄຳສັ່ງ ເທຣດແຕ່ລະຄຳສັ່ງ ບໍ່ຄວນຈະເກີນ 10% ຂອງເງີນໃນບັນຊີເທຣດຂອງທ່ານ ເຊັ່ນ ເງິນທຶນ 1000$ ທ່ານຄວນຈະເທຣດ ບໍ່ເກີນ 100$ ຖ້າບໍ່ມີການຮັກສາເງິນທືນໄວ້ເງີນທຶນຈະຫຼຸດລົງ ຢ່າງໄວວາ ເມື່ອເທຣດຫຼາຍໄດ້ຫຼາຍ ກໍ່ເສຍຫຼາຍ ເຊັ່ນກັນເມື່ອເງີນໝົດ ທ່ານອາດຈະທໍ້ ຫຼື ຫຼີກໄປເລຍ ເພາະສະນັ້ນ ຄວນຈະຫຼີ້ນນ້ອຍໆເລື້ອຍໆ ແລ້ວຈະປະສົບຜົນສຳເລັດໃນ ຕະຫຼາດຟໍເຣັກ ຟໍເຣັກບໍ່ຍາກ ແຕ່ກໍ່ບໍ່ງ່າຍ
1.   ຕ້ອງຮູ້ເມື່ອໃດຄວນຈະຕັດຂາດທືນ ( Know when to cut loss )
ຖ້າລາຄາແລ່ນກົງກົນຂ້າມກັບທີ່ທ່ານເທຣດໄວ້ ຫຼື ຄາດການໄວ້ສິ່ງທຳອິດທີ່ທ່ານ ຕ້ອງເຮັດຄື ຕັດເນື້ອຮ້າຍ ອອກໄປຢ່າໃຫ້ມັນ ລຸກລາມແລ້ວຫາໂອກາດ ຫຼື ຈັງຫວະດີໆ ເພື່ອເຂົ້າໄປໃໝ່ ການຖືກຕິດລົບໄວ້ ເປັນການເສຍໂອກາດ ໃນການຫາຈັງຫວະເຂົ້າໃໝ່ ໃນສັນຍານດີໆ ແລະ ຕ້ອງມານັ່ງຄຽດເພາະ ຢ້ານວ່າ ມາຈີ້ນ ຂະໝົດ ດັ່ງຄຳທີ່ເວົ້າກັນວ່າ ເສຍນ້ອຍເສຍຍາກ ເສຍຫຼາຍເສຍງ່າຍ ແລະ ລົບນ້ອຍຕັດຍາກ ລົບຫຼາຍ ຕັດງ່າຍ ຖ້າຮ້າຍແຮງແທ້ໆ ທ່ານອາດຈະຖືກ ຄຳສັ່ງປິດ Magin Call ດັ່ງນັ້ນເມື່ອເທຣດທຸກ ຄັ້ງຄວນຈະຫາຈຸດStop Loss ຈຸດທີ່ຄວນປິດຖີ້ມ ເມື່ອລາຄາແລ່ນ ກົງກັນຂ້າມ ຈາກທິດຄາດການ ໄວ້ອາດ ຈະກຳນົດໄວ້ເລີຍ ເຊັ່ນ Exit stop Loss  20 ຈຸດ ຫາ 30ຈຸດ ຫຼື ຕັ້ງໄວ້ຕາມແນວຮັບແນວ ຕ້ານSupport-Resistance
1.   5.     ປິດເຮັດກຳໄລເມື່ອໄດ້ໂອກາດ ຫຼື ດ້ວຍຄວາມພໍໃຈຂອງເຮົາ ( take Profit when the trade is good )
ກ່ອນການເທຣດ ຕັ້ງເປົ້າໝາຍໄວ້ ວ່າຕ້ອງການກຳໄລເທົ່າໃດເມື່ອໄດ້ໂອກາດ ກໍ່ຄວນປິດກຳໄລ ເປົ້າ  ໝາຍ ( Target ) ອາດຈະກຳນົດ ຕາຍຕົວ ຫຼືຂື້ນຢູ່ກັບຄວາມພືງພໍໃຈຂອງເຮົາ ເຊັ່ນ: ເຮັດກຳໄລ 20 ຈຸດ ຫຼື 30 ຈຸດ ຫຼື ກຳນົດຕາມແນວ ຮັບແນວຕ້ານ Support and Resistance ) ຫຼື ກຳນົດໂດຍ   (Fibonaccy ) ກໍ່ໄດ້
1.   6.     ຕັດອາລົວອອກໄປ (Be Emotionless)
ສອງອາລົມ ທີ່ມີຜົນຫຼາຍໃຫ້ການເທຣດ ຄື ຄວາມໂລບ ( Greedy ) ແລະ ຄວາມຍ້ານ ກົວ ( Fear ) ຢ່າເຮັດໃຫ້ສອງ ຢ່າງນີ້ ຄອບງຳຈິດໃຈ ຂອງທ່ານເພາະມັນຈະເຮັດໃຫ້ທ່ານ ບໍ່ສາມາດທຣດໄດ້ ໝັ່ນຝຶກຝົນເທຣດ ໃຫ້ເປັນລະບົບເທຣດຕາມແຜນ ຫຼື ລະບົບ ເທຣດທີ່ທ່ານໄດ້ກຽມໄວ້ ຈັດການ ກັບ ການກຳນົດຈຸດເຂົ້າ (Entry Position ) ຈຸດອອກ ( Exit Position )  ລະບົບການເງິນຂອງທ່ານ ( MoneyManagement ) ພຽງເທົ່ານີ້ ທ່ານກໍ່ປະສົບຜົນ ສຳເລັດກັບຟໍເຣັກໄດ້
1.   7.     ຢ່າເທຣດຕາມຄົນອື່ນ ( Do not trade base on tips from other people )
ຄວນເທຣດຕາມລະບົບ ຕາມສັນຍານ ຫຼື ຕາມແຜນທີ່ວາງໄວ້ ຢ່າເທຣດຕາມຄົນອື່ນເດັດຂາດວິເຄາະໃຫ້ດີທຸກເທື່ອກ່ອນການເທຣດ
1.   8.     ຈົດບັນທຶກການເທຣດ ( Keep A trade journal )
ເມື່ອທ່ານເປີດຄຳສັ່ງ ຊື້ ( Buy / Long ) ໃຫ້ຈົດເຫດຜົນວ່າ ເຂົ້າຍ້ອນຫຍັງແລະ ຈົດຄວາມຮູ້ສຶກ ຕອນນັ້ນໄວ້ ເມື່ອເປີດຄຳສັ່ງ ຂາຍ ( Sell / Short ) ກໍ່ເຮັດເຊັ່ນດຽວກັນ ແລ້ວນຳມາວິເຄາະ ບັນທຶກຂໍ້ຜິດຜາດ ໃນການເທຣດເອົາຂໍ້ຜິດ ຜາດຂອງທ່ານທີ່ ເກີດຂື້ນ ມາເປັນບບົດຮຽນແລ້ວ ຢ່າເຮັດແບບນັ້ນອີກ
1.   9.     ເມື່ອບໍ່ແນ່ໃຈບໍ່ຕ້ອງເທຣດ ( When in doubt, stay out )
ເມື່ອທ່ານບໍ່ໝັ້ນໃຈ ຫຼື ກຳລັງສັບສົນ ກັບສະພາວະຂອງງຕະຫຼາດບໍ່ແນ່ໃຈວ່າລາຄາຈະແລ່ນໄປທາງໃດ ໃຫ້ຢູ່ລ້າໆ ອອກໄປຍ່າງຫຼີ້ນຊອກຫາແນວອື່ນ ເຮັດແລ້ວກໍ່ລໍຖ້າໃນຊ່ວງຕໍ່ໄປ ທ່ານຈື່ງມາຫາຈັງຫວະເທຣດ ໃໝ່
1.   10.  ຢ່າເທຣດຫຼາຍເກີນໄປ ( DO Not Over Trade )
ບໍ່ຄວນເປີດເທຣດຫຼາຍເກີນໄປ ໃນການເທຣດແຕ່ລະເທື່ອຄວນມີອໍເດີທີ່ເປີດໄວ້ບໍ່ເກີນ 3 ອໍເດີ ຖ້າມີຫຼາຍເກີນໄປ ທ່ານຈະຄວບຄຸມບໍ່ໄດ້ ຫຼື ອາດຈະໃຊ້ອາລົມໃນການຕັດສິນໃຈ ເມື່ອຕະຫຼາດເກີດການປ່ຽນແປງ ດັ່ງນັ້ນຢ່າເປີດເທຣດຈົນຫຼາຍເກີນໄປສີ່ງທີ່ຈະແນະນຳເພີ່ມເຕີມ ຄື ກ່ອນທີ່ຈະ ເລີ່ມເທຣດ ດ້ວຍເງິນແທ້ນັ້ນ
ຄວນຈະລອງເທຣດເງີນປອມກ່ອນຢ່າງ ນ້ອຍ 1-3 ເດືອນ ຢ່າງຕ່ຳສຸດ

#50
ບົດຮຽນພື້ນຖານການເທຣດ / 12 ວິທີຄິດ ກ່ອນລົງມືເທຼດ.
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 22, 2025, 11:53 ຊ່ວງເຊົ້າ
12 ວິທີຄິດ ກ່ອນລົງມືເທຼດ.
1. ຮຽນຮູ້ພື້ນຖານ

ຟັງເປັນເລື່ອງພື້ນໆ ແຕ່ເທຼດເດີ ມືໃໝ່ສ່ວນຫຼາຍມັກຈະແລ່ນເຂົ້ໄປໃນສະມໍລິພູມ ກ່ອນທີ່ຈະຮູ້ວ່າອັນໃດເປັນອັນໃດ ແລະ ແນ່ນອນວ່າມັກຈະເກີດຄວາມຜິດພາດ ແລະ ເສຍຫາຍຂຶ້ນກັບພວກເຂົາ ເລົ່ານັ້ນ ຢ່າງທີ່ເຮົາເຫັນກັນເລື້ອຍໆ  ວ່າມືໃໝ່ມັກລ້າງພ໋ອດກັນເລື້ອຍໆ ລ້າງແລ້ວລ້າງອີກ ສະນັ້ນທີ່ມືໃໝ່ ຄວນເຮັດ ເປັນອັນດັບທໍາອິດຄື "ຮຽນຮູ້ພື້ນຖານ" ກ່ອນທີ່ຈະໂດດເຂົ້າມາໃນຕະຫຼາດຢ່າງເຕັມຕົວ.
2. ທ່ານຈະບໍ່ລວຍໃນທັນທີ ແຕ່ປະສົບການເຮັດໃຫ້ທ່ານລວຍ
ຖ້າທ່ານເຂົາມາໃນຕະຫຼາດ Forex ເພາະຂິດວ່າຈະເຮັດໃຫທ່ານລວຍໄວ ບອກໄດ້ເລີຍວ່າ ທ່ານຂິດຜິດ ທ່ານຈະຢູ່ໃນຕະຫຼາດໄດ້ບໍ່ດົນ ແລ້ວກໍ່ຕ້ອງອອກຈາກຕະຫຼາດໄປ ເພາະ "ການເທຼດຄືທັງໝົດທີ່ກ່ຽວກັບປະສົບການ" ກໍ່ເໝືອນກັບມືອາຊີບໃນອາຊີບອື່ນໆ ທີ່ທ່ານຈະຕ້ອງຮຽນຮູ້ ການຈັດການກັບໜ້າວຽກໃນອາຊີບນັ້ນໆ ເພື່ອສະສົມປະສົບການໄປເລື້ຍໆ ງານທີທ່ານເຮັດກໍ່ຈະມີປະສິດທິພາບຫຼາຍຂຶ້ນ ແລະ ທ່ານກໍ່ຈະ ກາຍເປັນມືອາຊີບ, ເສັ້ນທາງທີ່ຈະເຮັດໃຫ້ທ່ານເປັນເທຼດເດີມືອາຊີບເປັນເສັ້ນທາງທີ່ຍາວໄກ ຕ້ອງຈິງຈັງ ແລະ ຢູ່ກັບມັນຢ່າງນ້ອຍ 1-3 ປີກ່ອນທີ່ຈະສ້າງກໍ່າໄລໄດ້ຢ່າງຕໍ່ເນື້ອງ ຈື້ໄວ້ວ່າການເທຼດ Forex ເປັນອາຊີບ ດັ່ງນັ້ນຖ້າເທຼດເດີມືໃໝ່ ຢາກຈະສ້າງກ່ຳໄລໃຫ້ໄດ້ ຄືເທຼດເດີອື່ນໆ ທີ່ເທຼດມາດົນໆ ກໍ່ຈົ່ງຮຽນຮູ້ ຝຶກປະຕິບັດ ແລະ ເກັບກ່ຽວປະສົບການ ເພື່ອວັນໜຶ່ງຂ້າງໜ້າ ທ່ານຈະເຮັດໄດ້ເປັນເໝືອນກັບເທຼດເດີມືອາຊີບທີ່ທ່ານເຫັນໃນວັນນນີ້.
3. ຜູ້ຊ່ຽວຊານເປັນເລື່ອງຕະຫຼົກ
ການຮັບຟັງຄວາມຂິດຄວາມເຫັນຈາກຜູ້ຊ່ຽວຊານ ນັ້ນເປັນສິ່ງທີ່ດີແນ່ນອນ ແຕ່ບັນຫາທີມີໃນຕະຫຼາດກໍ່ຄື ມີເທຼດເດີມືໃໝ່ ທີ່ສາມາດສ້າງກໍ່ໄລໄດ້ໃນເວລາອັນສັ້ນໆ ແລະ ຄິດວ່າຕົນເອງເປັນຜູ້ຊ່ຽວຊານເກີດຂຶ້ນທຸກອາທິດ ແລະ ຫຼາຍກ່ວານັ້ນ ຜູ້ຊ່ຽວຊານອາຍຸ 30-60 ປີ ແຕ່ງຕົວໃນຊຸດສຸດ ທີ່ອ້າງວ່າເປັນ ຜູ້ປະກອບການມືອາຊີບ ແລະ ຮຽກຮ້ອງໃຫ້ທ່ານຊື້ໜັງສືຂອງພວກເຂົາ ຄົນເລົ່ານັ້ນມັກເປັນຄົນທີ່ລົ້ມເຫຼວຈາກ ການທໍາລາຍໄດ້ຈາກຕະຫຼາດ ແລະ ຫັນມາສ້າງລາຍໄດ້ຈາກການສອນເທຼດເດີຄົນອື່ນໆ ດ້ວຍວິທີທີ່ລົ້ມເຫຼວ ຜູ້ຊ່ຽວຊານທີ່ປະກາດຕົວເອງ ມີແນວໂນ້ມທີ່ຈະ:
1. ໃຫ້ຂໍ້ມູນເກົ່າທີ່ບໍ່ສາມາດໃຊ້ການໄດ້ ພວກເຂົາຈະເປັນເທຼດເດີອາຊີບທີ່ເທຼດຢ່າງດຽວ ແລະ ພະຍາຍາມຂາຍໜັງສືໃຫ້ທ່ານ
2. ຮຽກຮ້ອງໃນລາຄາທີ່ແພງແສນແພງ ແລະ ສິ່ງທີ່ໄດ້ມາບາງທີກໍ່ໃຊ້ການຫຍັງບໍ່ໄດ້
3. ພະຍາມທີ່ຈະພິສູດວ່າເຂົາເປັນເທຼດເດີທີ່ສ້າງກ່ຳໄລໄດ້ໂດຍການໂພດພາບຂອງບັນຊີຂອງຈິງຫຼືບໍ່
4. ເປັນຄົນທີ່ເກັ່ງຄໍານວນ ເພື່ອໃຫ້ຕົນເປັນຄົນທີປະສົບຜົນສຳເລັດ ແລະ ໜ້າເຊື່ອຖື ຫຼາຍຂຶ້ນເຊັ້ນ ເທຼດໄດ້ກ່ຳໄລ 2 ຄັ້ງ ແຕ່ຂາດທຶນພຽງຄັ້ງດຽວ.
ດັ່ງນັ້ນຄວນຈະຕ້ອງລະວັງເລົ່າຜູ້ຊ່ຽວຊານບໍ່ຈິງເຫຼົ່ານີ້, ສໍາລັບເທຼດເດີມືໃໝ່ ຄວນກວດສອບໃຫ້ແນ່ໃຈວ່າອັນໃດ ຂອງຈິງ ຫຼື ປອມ ຢ່າເຊື່ອງ່າຍ
4. ວິເຄາະດ້ວຍຕົນເອງ

ການເຊື້ອຄົນອື່ນຫຼາຍອາດເຮັດໃຫ້ເຮົາເປັນລົດຕາບອດ ຢ່າງລືມວ່າເປົ້າໝາຍຂອງທ່ານຄືການເປັນເທຼດເດີທີ່ປະສົບຄວາມສໍາເລັດບໍ່ແມ່ນການເທຼດຕາມສິດທິຂອງຄົນອື່ນໆທີ່ໃຫ້ມາ.
ການທີ່ຈະເປັນເທຼດເດີໄດ້ນັ້ນ ທ່ານຕ້ອງເລືອກວິທີການເທຼດເພື່ອ ທີ່ຈະສ້າງກໍ່ໄລ ແລະ ຮຽນຮູ້ທີ່ຈະວິເຄາະ ຕະຫຼາດດ້ວຍຕົນເອງ ຄວາມສາມາດໃນການວິເຄາະຂອງທ່ານກໍ່ຈະເຮັດໃຫ້ທ່ານກາຍເປັນເທຼດເດີມືໂປຼ ການວິເຄາະດ້ວຍຕົນເອງຈະຊ່ວຍໃຫ້ທ່ານ:
1. ເປັນຄົນເພິ່ງພາຕົນເອງ
2. ຮຽນຮູ້ໃນການເທຼດຢ່າງຈິງຈັງ
ຖ້າເລືອກທີ່ຈະຫຼັບຫູຫຼັບຕາໃນການເທຼດຕາມກຼູລຼູ ແລ້ວ ທ່ານຈະສ້າງກ່ຳໄລໄດ້ຢ່າງໃດ ເມື່ອກຼູລຼູ ຢຸດແຈກເຄັດລັບ ຫຼືເຄັດລັບນັ້ນບໍ່ສາມາດສ້າງຜົນອີກຕໍ່ໄປ ທ່ານເຂົ້າໃຈແນວໃດວ່າເປັນຫຍັງເຄັດລັບມັນສ້າງຜົນສະເພາະຕອນທໍາອິດ ແຕ່ຕອນນີ້ມັນໃຊ້ງານບໍ່ໄດ້ແລ້ວ ສະນັ້ນສິ່ງທີ່ດີທີ່ສຸດສຳລັບທ່ານ ຄື "ການເພິ່ງຕັນເອງ"
5. ເຈົ້າຕຳນານເດໂມ
ຖ້າທ່ານຢາກເປັນນັກໂມຍມືອາຊີບແລ້ວ ທ່ານໄປຊື້ເກຼມຕີໂມຍມາຫຼິ້ນ ແລ້ວຝຶກຕີໂມຍດ້ວຍວີດີໂອເກຼມ ແລ້ວມັນຈະຊ່ວຍໃຫ້ທ່ານ ຕີນໂມຍເປັນໄດ້ຈັ່ງໃດ? ກໍ່ຄືກັບການເທຼດດ້ວຍບັນຊີເດໂມ ທີເຮັດໃຫ້ທ່ານຫວັງວ່າຈະຊ່ວຍໃຫ້ທ່ານເປັນ ເທຼດເດີ ທີ່ປະສົບຄວາມສຳເລັດ
ການເທຼດດ້ວຍບັນຊີເດໂມ່ເປັນເວລາ 3 ເດືອນແລ້ວ ແຕ່ບໍ່ປະສົບຄວາມສຳເລັດ ເມື່ອມາເທຼດບັນຊີຈິງກໍ່ເພາະ 2 ເທດຜົນ ຄື:
1. ເຮັດໃຫ້ມືໃໝ່ມີຄວາມໝັ້ນໃຈແບບຜິດໆ ແລະ ເຮັດໃຫ້ຊືມຊັບນິໄສທີ່ບໍ່ດີ ເພາະໃນການເທຼດ ໃນບັນຊີເດໂມ ແລະ ບັນຊີຈິງ ຈະມີຄວາມກົດດັນແຕກຕ່າງກັນ ການເທດບັນຊີຈິງມີຄວາມກົດດັນຫຼາຍກ່ວາ ຫຼາຍເທົ່າ ໃນຂະນະທີ່ເທຼດບັນຊີເດໂມ ຈະບໍ່ມີຄວາມກົດດັນເລີຍ ກໍ່ແນ່ນອນລະ ເພາະເຖິງເສຍ ເຮົາກໍ່ບໍ່ເສຍເງິນຈິງ ທ່ານເຄີຍໄດ້ຍິນ ຄຳເວົ້ານີ້ຢູ່ບໍ "ໝູສະໜາມຈິງ ສິງສະໜາມປອມ"
2. ປະສິດທິພາບຂອງບັນຊີ ເດໂມ ມັກຈະຄິດວ່າບັນຊີຈິງ ຊຶ່ງລວມເຖິງ ຄວາມໄວໃນການເປີດປິດ ອໍເດີ ລວມທັງປັດໃຈອື່ນໆອີກຫຼາຍຢ່າງ
ທາງອອກທີ່ດີທີສຸດຄືການໃຊ້ບັນຊີເດໂມໃນການຮຽນຮູ້ ພື້ນຖານ ແລະ  ການທົດສອບລະບົບ ຫຼື ຫາວິທີການຊື້ຂາຍ ແລະ ເມື່ອຕ້ອງຊື້ຂາຍຈິງ ທ່ານຄວນຈະເທຼດດ້ວຍບັນຊີຈິງ ວັນນີ້ ທ່ານສາມາດເປີດບັນຊື ຊື້ຂາຍກັບ ພວກເຮົາໄດ້ດ້ວຍເງິນຂັ້ນຕໍ່າພຽງ 50$ (ບໍ່ແມ່ນຄວາມຄິດທີ່ດີ) ດັ່ງນັ້ນຈິ່ງບໍ່ມີເຫດຜົນໃດ ໃນການທີ່ຈະບໍ່ເປີດບັນຊີຈິງ.
6. ກຳຈັດແນວໂນ້ມຄວາມສູນເສຍກ່ອນຈະເສຍຈິງ
ສິ່ງນີ້ເປັນສິ່ງທີ່ສຳຄັນທີ່ສຸດສຳລັບເທຼດເດີມືອາຊີບກໍ່ວ່າໄດ້ ເພາະເຂົາເລົ່ານັ້ນ ຖ້າບໍ່ຢຶດກົດຂໍ້ນີ້ຢ່າງເຄັ່ງຂັດ ພວກເຂົາອາດຈະບໍ່ເຖິງຈຸດນີ້,
ຖ້າທ່ານເທຼດ ເສຍຕິດຕໍ່ກັນເຖິງ 3 ຄັ້ງ ຄວນຈະໜີຫ່າງອອກຈາກ ຄ໋ອມ ແລ້ວໃຊ້ເວລາ ຢູ່ຫ່າງ ກຼາບຈັກ 2-3 ວັນ ແລະ ກັບມາເທຼດໃໝ່ ເມື່ອຫົວໃຈຂອງທ່ານໂລ່ງ ແລະ ພ້ອມທີ່ຈະກັບມາ ສູ່ຕະຫຼາດໃໝ່ ອີກຄັ້ງ ເພາະ ແນວໂນ້ມຂອງຄວາມສູນເສຍນັ້ນອັນຕະລາຍຫຼາຍ ການເລີ້ມຕົ້ນດ້ວຍການເທຼດ ເສຍເລັກໆນ້ອຍໆ ສາມາດນຳໄປສູ່ ຄວາມສູນເສຍທີ່ໃຫຍ່ຫຼາຍກົ່ວເດີມຫຼາຍເທົ່າ
7. ເຮັດຕາມຄົນສ່ວນໃຫຍ່
ເຮົາມັກຈະໄດ້ຍິນກັນເລື້ອຍໆວ່າ 90% ຂອງເທຼດເດີມືໃໝ່ນັ້ນ ຕ້ອງລົ້ມເຫຼວ ແລະ ອອກຈາກຕະຫຼາດໄປ ແລະ ສິ່ງທີ່ໄດ້ຄືການຮຽນຮູ້ ທີ່ຈະເພິ່ງຕົນເອງດ້ວຍການສຶກສາລະບົບເທຼດ ຫຼື ສຶກສາກ່ຽວກັບເຄື່ອງມືຕ່າງໆ ທີ່ຈະໃຊ້ໃນການເທຼດໃຫ້ຫຼາຍພໍ ສ້າງຄວາມເຂົ້າໃຈ ໃນຫຼັກການການທຳງານຂອງລະບົບ, ເກັບກ່ຽວປະສົບການ ແລະ ບໍ່ເປັນຜູ້ຕາມ
ຖ້າທ່ານເປັນມືໃໝ່ກໍ່ຄວນຂິດເຖິງເຫດຜັນດັ່ງຕໍ່ໄປນີ້:
1. ສ່ວນໃຫຍ່ແລ້ວເທດເດີສ່ວນໃຫຍ່ມັກຈະລົ້ມເຫຼວ
2. ຖ້າທ່ານເຮັດຕາມຄົນສ່ວນໃຫຍ່ ທ່ານກໍ່ລົ້ມເຫຼວເໝືອນຄົນສ່ວນໃຫຍ່
3. ຖ້າທ່ານເປັນຄົນສ່ວນໃຫຍ່ ທ່ານກໍ່ຈະມີແນວໂນ້ມເໝືອນພວກເຂົາ
ດັ່ງນັ້ນແລ້ວ ທ່ານບໍ່ຄວນເຮັດຕາມຄົນສ່ວນໃຫຍ່ ທີ່ລົ້ມເຫຼວເລົ່ານັ້ນ
8. ເຮັດຕາມວິທີຂອງທ່ານ
ວິທີການ ຫຼື ລະບົບເທຼດທຸກແບບ ຈະມີທັງຂໍ້ດີ ແລະ ຂໍ້້ເສຍ ບໍ່ມີວິທີການໃດ ລະບົບໃດ ຫຼື ຮູບແບບໃດ ທີ່ສາມາດສ້າງກໍ່າໄລໄດ້ 100% ຕະຫຼອດທັ້ງປີ ເຊັ່ນ ປີນີ້ມີອັດຕາຄວາມສຳເລັດ ສ້າງກໍ່າໄລໄດ້ ສະເລ່ຍທີ່  80% ແຕ່ບາງຊ່ວງກໍ່ສ້າງໄດ້ແຕ່ພຽງ 60% ແລະ ບາງຊ່ວງກໍ່ໄດ້ເຖິງ 100%
ໃນແຕ່ລະປີ ຈະມີຊ່ວງ ທີ່ດີ ທີ່ສ້າງກໍ່າໄລໄດ້ງ່າຍ ແລະ ຊ່ວງທີ່ທ່ານເທຼດເສຍ ໄດ້ງ່າຍກ່ວາປົກກະຕິປະປົນກັນໄປ ເປັນເລື່ອງປົກກະຕິ ເມື່ອທ່ານເຈີ ຊ່ວງເວລາທີ່ຕົກຕໍ່າ ຈົ່ງຢ່າສູນເສຍຄວາມເຊື່ອງໝັ້ນ ໃນລະບົບຂອງທ່ານ ບັນຫາຂອງມືໃໝ່ກໍ່ຄື ຈະລະຖິ້ມລະບົບ ແລະ ວິທີການເທຼດຂອງຕົນເອງ ແລ້ວໄປສະແຫວງຫາລະບົບສ້າງກໍ່າໄລໃໝ່ໆໄປເລື້ອຍໆ
9. ເຮັດໃຫ້ການເທຼດເປັນເລື່ອງງ່າຍ
ມັນບໍ່ມີເຫດຜົນທີ່ຈະຕ້ອງເຮັດໃຫ້ການເທຼດ ເປັນເລື່ອງທີ່ສັບຊ້ອນ ຕົວຢ່າງບາງຄົນ ອາດຈະໃຊ້ເວລາພຽງ 2-5 ຊົ່ວໂມງໃນການເທຼດ ໃນແຕ່ລະອາທິດ ແລ້ວໃຫ້ເວລາທີ່ເຫຼືອໄປມ່ວນຊື່ນກັບການໃຊ້ຊີວິດ ດັ່ງນັ້ນ ວິທີການເທຼດຂອງທ່ານກໍ່ບໍ່ມີຄວາມຈຳເປັນວ່າຈະຕ້ອງສັບຊ້ອນ ເພາະມັນກໍ່ບໍ່ໄດ້ກະລັງຕຼີ ວ່າຍິ່ງຍຸ້ງຍາກແລ້ວ ຈະເຮັດໃຫ້ໄດ້ກໍ່າໄລຫຼາຍແມ່ນບໍ່, ແລະ ການຊ່ວຍໃຫ້ການເທຼດງ່າຍຂຶ້ນນັ້ນ ຈະຊ່ວຍໃຫ້:
1. ການເທຼດນັ້ນມີປະສິດທິພາບຫຼາຍຂຶ້ນ
2. ທ່ານເຮັດວຽກນ້ອຍລົງ
3. ເຮັດໃຫ້ທ່ານຮຽນຮູ້ ໄດ້ໄວຂຶ້ນ (ເພາະທ່ານມີເວລາເຫຼືອເຟືອທີ່ຈະໃຊ້ສຶກສາເຜີ້ມເຕີມ
10. ເທຼດພຽງຄູ່ເງິນດຽວ
ກະແຈສຳຄັນທີ່ຈະປ່ຽນມືໃໝ່ໃຫ້ເປັນມືໂປຼຄື: ເຮັດໃຫ້ການເທຼດ ເປັນເລື່ອງງ່າຍ ແລະ ວິທີງ່າຍທີ່ສຸດຢ່າງໜຶ່ງ ກໍ່ຄືການເທຼດຄູ່ເງິນພຽງຄູ່ດຽວໃນຊ່ວງເວລານັ້ນໆ ເພາະມັນຊ່ວຍໃຫ້ທ່ານສາມາດພຸ່ງຄວາມສົນໃນທັງໝົດໄປທີ່ຄູ່ເງິນ ພຽງຄູ່ດຽວ ທ່ານຈະຮຽນຮູ້ເຖິງພຶດຕິກຳລາຄາຂອງຄູ່ເງິນນັ້ນ ແລະ ເຂົ້າໃຈຄວາມເຄື່ອນໄຫວຂອງມັນ ຖ້າທ່ານເທຼດ 5 ຄູ່ເງິນໃນເວລາດຽວກັນ ມັນຈະເປັນເລື່ອງທີ່ຫຍຸ້ງຍາກໃນການສຶກສາພຶດຕິກຳລາຄາຂອງແຕ່ລະຄູ່ເງິນ ເພາະແຕ່ລະຄູ່ເງິນຈະມີພຶດຕິກຳແຕກຕ່າງກັນໄປເພາະວ່າ:
1. ມີປະຕິກິລິຍາຕໍ່ຂ່າວທີ່ຕ່າງກັນ
2. ມີອັດຕາການເຄື່ອນໄຫວທີ່ແຕກຕ່າງກັນ ບາງຄູ່ກໍ່ຊ້າ ບາງຄູໍ່ກໍ່ໄວ
3. ມີການເຄື່ອນໄຫວຫຼາຍແຕກຕ່າງກັນຕາມຊ່ວງເວລາຂອງວັນ ເຊັ່ນບາງຄູ່ ຈະເຄື່ອນໄຫວຫຼາຍ ໃນຊ່ວງຕາຫຼາດສະຫະລັດ ແຕ່ບາງຄູ່ຈະເຄື່ອນໄຫວຫຼາຍໃນຊ່ວງຕະຫຼາດເອເຊຍ
4. ຕ້ອງມີການຈັດການທີ່ແຕກຕ່າງກັນໃນເວລາທີ່ຖື ອໍເດີ ບາງຄູ່ຈະແລ່ນເປັນເທຼນຍາວໆ ສາມາດຖືໄດ້ນານ ແຕ່ບາງຄູ່ຈະຜັນຜວນຖືໄວ້ຍາວບໍ່ໄດ້
ດັ່ງນັ້ນມືໃໝໆບໍ່ຄວນທີ່ຈະຫຼິ້ນເປັນຄູ່ໃນເວລາດຽວ ເພາະຈະເຜີ້ມຄວາມຄຽດໃຫ້ຫຼາຍເກີນໄປ ຄວນຫຼິນເທື່ອລະຄູ່ ຄ່ອຍໆ ສຶກສາໄປ ເທື່ອລະຄູ່ ເມື່ອທ່ານຮູ້ແລ້ວວ່າຄູ່ໃດ ເປັນແນວໃດແລ້ວ ຈຶ່ງຄ່ອຍເຜີ້ມຄູ່ເທດຂຶ້ນເທົ່າທີ່ທ່ານຄິດວ່າຈະສາມາດຈັດການກັບມັນໄດ້.
11. ເທຼດໃນທາມເຟມດຽວ
ເພາະການເທຼດໃນ ທາມເຟມດຽວເປັນສິ່ງທີ່ເຮັດໃຫ້ການເທຼດຂອງທ່ານງ່າຍຂຶ້ນ ການເທດໃນ ທາມເຟມດຽວມີປະໂຫຍດຫຼາຍຢ່າງ:
1. ຊ່ວຍໃຫ້ທ່ານມີສະມາທິໃນການເທຼດໃນເວລານັ້ນໆ ແລະ ລົດຄວາມສັບສົນໃນການເທຼດພ້ອມກັນໃນຫຼາຍທາມເຟມໄດ້
2. ທ່ານເບິ່ງກຼາບນ້ອຍລົງ ເພາະຈະເບິ່ງພຽງ ທາມເຟມດຽວ ຈຶ່ງຊ່ວຍໃຫ້ມີປະສິດທິພາບຫຼາຍຂຶ້້ນ ໃນການວິເຄາະກຼາບ ສາມາດຫາສັນຍານທີ່ສັດເຈນໄດ້
3. ບໍ່ຕ້ອງວິເຄາະ ກຼາບ ຫຼາຍເກີນໄປໃນຫຼາຍ ທາມເຟມ ຊຶ່ງອາດຈະໃຫ້ສັນຍານທີ່ຂັດແຍ່ງກັນ ແລ້ວ ທ່ານກໍ່ຈະສັບສົນກັບສັນຍານເຫຼົ່ານັ້ນໄດ້
4. ມັນເຮັດໃຫ້ຊີວິດຂອງທ່ານງ່າຍຂຶ້ນ
ຈຳໃຫ້້ຂຶ້ນໃຈວ່າ ສິ່ງເຫຼົ່ານີ້ຄືການເຮັດທຸກຢ່າງໃຫ້ມັນງ່າຍຂຶ້ນ ໃນການເທຼດ ຫາກທ່ານເທຼດຄູ່ດຽວ ໃນທາມເຟມດຽວກໍ່ເທົ່າກັບທ່ານຕ້ອງເບິ່ງກຼາບດຽວ ມືໃໝ່ບໍ່ຈຳເປັນທີ່ຈະຕ້ອງເຮັດຫຍັງຫຼາຍໃຫ້ຫຍຸ້ງຍາກ ຈົນກ່ວາທ່ານຈະກາຍເປັນມືໂປຼ ແລະ ສ້າງກໍ່າໄລໄດ້ຢ່າງຕໍ່ເນື່ອງ
12. ກາບທີ່ສະອາດຕາ
ສ່ວນຫຼາຍມືໃໝ່ຢາກຈະໃຊ້ Indicators ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ເອົາມາໃສ່ຈົນເຕັມກຼາບໄປໝົດ ເພາະຄິດວ່າຈະຊ່ວຍບອກໄດ້ເຖິງຄວາມແມ່ຍຳ ເຊິ່ງມັນບໍ່ຈິງ ເມື່ອເທຼດເດີມີປະສົບການຫຼາຍຂຶ້ນ  Indicators ໃນກາບຂອງພວກເຂົາຈະລົດລົງໄປເລື້ອຍໆ ເພາະ Indicators ຍິ່ງຫຼາຍເທົ່າໃດກໍ່ຍິ່ງໃຫ້ສັນຍານທີ່ສັບສົນຫຼາຍເທົ່ານັ້ນ:
1. ເພີມຄວາມຫຍຸ້ງຍາກໃຫ້ກຼາບ ຢາກທີ່ຈະອ່ານສັນຍາລັກໄດ້
2. ເຮັດໃຫ້ເກີດຄວາມສັບສົນໃນການຕັດສິນໃຈ
3. ເພີ່ມແນວໂນ້ມວ່າຈະມີສັນຍານທີ່ຂັດແຍ້ງກັນຫຼາຍຂຶ້ນ
4. ກຼາບເບິ່ງແລ້ວຫຍຸ້ງເກີນໄປ
ເຮົາຈະເຫັນໄດ້ວ່າມືໂປຼສ່ວນໃຫຍ່ຈະເທຼດດ້ວຍກຼາບທີ່ສະອາດ ແມ້ວ່າຈະມີ Indicators ຢູ່ ແຕ່ກໍ່ບໍ່ຫຼາຍ ອາດຈະພຽງເສັ້ນMoving Average ຄູ່ສັນຍານແທ່ງທຽນ ແນວຮັບແນວຕ້ານ ພຽງແຕ່ພື້ນຖານເທົ່ານີ້ເຂົາກໍ່ສາມາດສ້າງກໍ່າໄລໄດ້ແລ້ວ ແລ້ວທ່ານລະ ກ່ອນເຂົ້າມາໃນຕະຫຼາດເຕັມຕົວ ທ່ານໄດ້ຮຽນຮູ້ພື້ນຖານກັນແລ້ວບໍ?