ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

กระทู้ล่าสุด

#71
#ອັບເດດຂ່າວລ່າສຸດປະຈຳວັນທີ່ 17/07/2025
ມື້ນີ້ ມີຂ່າວຮຸນແຮງຢູ່ 2 ລາຍການຄືຂ່າວດັດສະນີຍອດຂາຍຍ່ອຍ ແລະ ຂ່າວຈຳຈວນຄົນຫວ່າງງານທີ່ຍືນຂໍສະຫວັດດີການຂອງ ສະຫາລັດ ອາເມລີກາ ໃຊຊ່ວງເວລາ 19: 30 ນາທີ . ຄວນລະມັດລະວັງດ້ວຍນະ
#laofxtalk.com #forex #trader #NEWS
#72
ບົດຮຽນພື້ນຖານການເທຣດ / > Boillinger brand
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 16, 2025, 12:08 ຊ່ວງສວຍ
> Boillinger brand
BOLLINGER BANDS

Bollinger Bands ຈະຄ້າຍຄືກັບ Moving Average Envelope ແຕກຕ່າງກັນທີ່ Envelope ຖືກ Plot ໂດຍໃຊ້ເປີເຊັນທີ່ແນ່ນອນ ໂດຍ Plot ໄວ້ເໜືອເສັ້ນ ແລະ ໃຕ້ເສັ້ນ Moving Average ໃນຄະນະທີ່ Bollinger Bands ຖືກ Plot ໂດຍໃຊ້ເສັ້ນກົ່ງມາດຖານ (Standard Deviation) ໂດຍ Plot ໄວ້ເໜືອ ແລະ ໃຕ້ເສັ້ນ Moving Average ເພາະເສັ້ນບ່ຽງເບນມາດຕະຖານ ໃຊ້ວັດຄວາມປ່ຽນແປງ Bollinger Bands ຈະຂະຫຍາຍກ້ວາງຂຶ້ນ ໃນຂະນະ ທີ່ຕະຫຼາດມີການ ປ່ຽນແປງ ແລະ ຫົດລົງໃນຊ່ວງທີ່ຕະຫຼາດ ອ່ອນຕົວ
BOLLINGER BANDS ເປັນຂອບການຊື້ຂາຍທີ່ມີ ໄລຍະຫ່າງຈາກຄ່າ ສະເລ່ຍເຄື່ອນທີ່ ທີ່ປ່ຽນແປງໄປ ຕາມການເຄື່ອນໄຫວຂອງລາຄາ ເຊິ່ງເທົ່າກັບ 2 ເທົ່າຂອງຄ່າບ່ຽງເບນມາດຕະຖານ (STANDARD DEVIATION) ແລ້ວຂຽນເສັ້ນຄູ່ໄປກັບເສັ້ນ ຄ່າສະເລ່ຍເຄື່ອນທີ່ທັງດ້ານເທິງ ແລະ ດ້ານລຸ່ມ ເມື່ອມີການເຄື່່ອນທີ່ຂອງຫຸ້ນຢ່າງຮຸນແຮງ ຊ່ອງການຊື້ຂາຍຈະຂະຫຍາຍຕົວ ຫ່າງອອກຈາກກັນ ແຕ່ ຖ້າມີການເຄື່ອນໄຫວຂອງລາຄານ້ອຍ ຊ່ອງການຊື້ຂາຍ ຈະບີບຕົວແຄບລົງ




BOLLINGER BANDS ເປັນເຄື່ອງມືວິເຄາະຫຸ້ນຊະນິດໜຶ່ງ ທີ່ພັດທະນາຈາກ ເສັ້ນຄ່າສະເລ່ຍເຄື່ອນທີ່ ແບບລ້ອມວົງ (MOVING AVERAGE ENVELOPES) ໂດຍ ຈອນ ບອຍລິງເຈີ (JOHN BOLLINGER) ໄດ້ທົດລອງໃຊ້ຊ່ວງເວລາຕ່າງໆ ຕັ້ງແຕ່ 5 ວັນ ເຖິງ 200 ວັນໃນການຂຽນເສັ້ນ  BOLLINGER BANDS ເຮັດໃຫ້ລາວຮູ້ວ່າ ການໃຊ້ຈຳນວນວັນທີ່ນ້ອຍກ່ວາ 10 ວັນ ນັ້ນບໍ່ດີເທົ່າທີ່ຄວນ ແລະ ລາວເຫັນການໃຊ້ 20 ວັນ ໃນການຄຳນວນນັ້ນດີທີ່ສຸດ ສ່ວນເວລາທີ່ຫຼາຍກ່ວາ 50 ວັນ ເໝາະ ສຳລັບໄລຍະຍາວ

BOLLINGER BANDS ໃຊ້ໃນການວິເຄາະຫາຄ່າຫຸ້ນໄດ້ດັ່ງນີ້
1. ຖ້າມີຈຸດຕໍ່າສຸດເກີດຂຶ້ນນອກຊ່ວງການຊື້ຂາຍ ແລ້ວຕາມດ້ວຍຈຸດຕໍ່າສຸດທີ່ເກີດຂຶ້ນ ພາຍໃນຊ່ວງການຊື້ຂາຍ ສະແດງເຖິງ ການເກີດໂອກາດ ກັບຕົວຂອງແນວໂນ້ມ ຈາກລົງມາເປັນຂຶ້ນ (ເປັນສັນຍານໃຫ້ຊື້ ຈຸດA)
 
 2. ໃນທາງກັບກກັນ ຖ້າມີຈຸດສູງສຸດ ທີ່ເກີດຂຶ້ນ ນອກຊ່ອງການຊື້ຂາຍ ແລ້ວຕາມດ້ວຍຈຸດສູງສຸດ ທີ່ເກີດຂຶ້ນພາຍໃນຊ່ອງການຊື້ຂາຍ ສະແດງເຖິງການເກີດໂອກາດກັບຕົວ ຂອງແນວໂນ້ມ ຈາກຂຶ້ນເປັນລົງ (ເປັນສັຍຍານໃຫ້ຂາຍ)
 
 3.. ລາຄາທີ່ເພີ່ມຂຶ້ນຈົນເຖິງ ເສັ້ນຮອບເທິງ ແລ້ວປັບຕົວລົງມາຕັດກັບເສັ້ນ ຄ່າສະເລ່ຍ (ເສັ້ນກາງ) ສະແດງວ່າ ແນວໂນ້ມລາຄາປ່ຽນເປັນລົງ (ເປັນສັນຍານໃຫ້ຂາຍ)
 
 4. ໃນທາງກົງກັນຂ້າມ ລາຄາທີ່ກົ່ງລົງຈົນ ຊົນເສັ້ນ ຂອບລຸ່ມ ແລ້ວປັບຕົວ ສູງຂຶ້ນມາຕັດກັບເສັ້ນຄ່າສະເລ່ຍ (ເສັ້ນກາງຈຸດ C) ສະແດງວ່າ ແນວໂນ້ມລາຄາປ່ຽນເປັນຂຶ້ນ (ເປັນສັນຍານໃຫ້ຊື້ ຈຸດB)
ສະຫຼຸບແລ້ວ ບອບລິງເຈີ ກໍ່ປຽບເໝືອນໝາກປູມເປົ້າທີ່ຫຸ້ມຫໍ່ເຂັມໄວ້ ເມື່ອ ເຂັມເຄື່ອນຕົວຂຶ້ນໄປແທງຂອບດ້ານເທິງ ປູມເປົ້າກໍ່ຈະແຕກ ແລະ ຈະເຮັດໃຫ້ເຂັມກັບຕົວ (ນີ້ເປັນສັນຍານ ຂາຍ) ແລະ ເມື່ອເຂັມກັບຕົວເຄື່ອນລົງມາແທງຂອບປູມເປົ້າດ້ານລຸ່ມ ກໍ່ຈະເຮັດໃຫ້ ປູມເປົ້າແຕກ ແລະ ຈະເຮັດໃຫ້ເຂັມກັບຕົວ (ນີ້ເປັນສັນຍານ ຊື້) ພຶດຕິກຳຈະເປັນລັກສະນະນີ້ ໄປຕະຫຼອດ ແລະ ເພື່ອຄວາມແມ່ຍຳຫຼາຍຂຶ້ນ ເທຼດເດີ ຄວນໃຊ້ ອິນດິເຄເຕີຕົວອື່ນມາວິເຄາະຮ່ວມນຳຈະເຮັດໃຫ້ຜົນໄດ້ຮັບດີຍິ່ງຂຶ້ນ.


































#73
ບົດຮຽນພື້ນຖານການເທຣດ / Divergence and Convergence
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 16, 2025, 12:03 ຊ່ວງສວຍ
  ສະບາຍດີ ທ່ານ ເທຼດເດີທັງຫຼາຍ ຂໍນໍາສະເໜີ ວິທີການເທຼດໂດຍການເບິ່ງ Divergence ວິທີນີ້ ເທຼດເດີ ມືໃໝ່ຄວນຈະຮຽນຮູ້ ໄວ້ ເພາະສາມາດສ້າງກ່ຳໄລ ໄດ້ດີຫຼາຍ, ເທຼດເດີບາງຄົນ ເທຼດມາຫຼາຍປີ ແຕ່ຍັງບໍ່ຮູ້ເລີຍວ່າ
Divergence ແລະ Convergence ຄືຫຍັງ
Divergence ເປັນການວິເຄາະທາງເທັກນິກອີກແບບໜຶ່ງ ທີ່ນິຍົມໃຊ້ກັນຫຼາຍໃນ ຕະຫຼາດ ຟໍເລັກ ຫຼື ຕະຫຼາດຫຸ້ນ ເພາະ Divergence ເປັນວິທີເທຼດ ທີ່ງ່າຍ ແລະ ເຂົ້າໃຈງ່າຍ
• Divergence ຄືການແຍກ ອອກຈາກັນ ຄວາມຂັດແຍ້ງ ກັນຂອງລາຄາ ແລະຕົວ ຊີ້ວັດ(Indicator) ໝາຍຄວາມວ່າ ທິດທາງຂອງຕົວຊີ້ວັດ Indicator ຈະຕົງກັນຂ້າມກັນ
• Convergence ຄື ການລູ່ເຂົ້າມາຫາກັນ ໃນກາວິເຄາະ ເຮົາຈະ ເຫັນວ່າ ທິດທາງຂອງລາຄາ  ແລະ ຕົວຊີ້ວັດ Indicator ຈະໄປໃນທິດທາງດຽງກັນ
ຕົວຊີ້ວັດ Indicators ທີໃຊ້ໃນການເບິ່ງ Divergence ແລະ Convergence ທີ່ໃຊ້ກັນທົ່ວໄປສ່ວນຫຼາຍຈະເປັນOscillators Indicator ຄື Indicators ທີ່ວັດການແກ່ງຂອງລາຄາໄດ້ແກ່ Relative Strength Index (RSI) ,Moving Average Convergence Divergence (Macd) , Stochastic Slow (Sto) , Commodity Channel Index ແລະ William's Percent Range (W%R)
ຕົວຊີ້ວັດເຫຼົ່ານີ້ ແມ່ນດີທີ່ສຸດສໍາລັບການເບິ່ງ Divergence ກ່ອນເທຼດ

Divergence ມີ 2 ປະເພດຄື Divergence Bullish ຄື ລາຄາສ້າງຈຸດຕໍ່າສຸດໃໝ່ (New Low) ເມື່ອທຽບກັບຈຸດຕໍ່າສຸດເກົ່າ (Low) ແຕ່ຕົວຊີ້ວັດ (indicator) ສ້າງຈຸດຕໍ່າສຸດໃໝ່ (New Low) ສູງກົ່ວຈຸດຕ່ຳສຸດເກົ່າ(Low) ເບິ່ງຮູບດ້ານລຸ່ມ


                              Bullish Divergence
                ຈາກຮູບຈະເຫັນຄວາມຊັດເຈນຂອງ Indivator ຈະເປັນບວກ

EX. Bullish Divergence Chart ເປັນ ກຼາບຂອງ GBP/USD




- ທິດໃນການເບິ່ງ Bullish Divergence ໃຫ້ໄດ້ຜົນອອກມາດີທີ່ສຸດ ຄື ເຮົາຕ້ອງລໍໃຫ້ລາຄາທີ່ລົງມາສ້າງ New Low ມີການດີດຕົວ ກັບກ່ອນຕົງຕຳແໜ່ງ New Low ຕ້ອງເກີດ Bullish Candle ຄືມີການດີດຕົວກັບແລ້ວເຮົາຈຶ່ງມາເບິ່ງ Indicator ວ່າ New Low ມັນສູງກ່ວາ Low ເກົ່າບໍ່ ຖ້າມັນສູງກ່ວານີ້ຄືສັນຍານ Bullish Divergence ເຮົາສາມາດເປີດ ອໍເດີ Buy(Long) ໄດ້ເລີຍ,
Divergence Bearish ຄື ລາຄາສ້າງຈຸດສູງສຸດໃໝ່ (New High) ສູງກ່ວາຈຸດສູງສຸດເກົ່າ (Low) ແຕ່ຕົວຊີ້ວັດ (Indicator) ສ້າງຈຸສູງສຸດໃໝ່ (New High) ຕ່ຳກ່ວາຈຸດສູງສຸດເກົ່າ (High) ເບິ່ງຮູບດ້ານລຸ່ມ




                  ຈາກຮູບຈະເຫັນວ່າ ຄວາມຊັນຂອງ ອິນດິເຄເຕີ ຈະເປັນລົບ
 Ex.
ຕົວຢ່າງກຼາບ Divergence Bearish ເປັນກຼາບ EUR/USD 4 H






ຈາກຮູບເຮົາຈະເຫັນວ່າລາຄາຂຶ້ນ ໄປສ້າງຈຸດສູງສຸດໃໝ່ທີ່ສູງກ່ວາເກົ່າ ແຕ່ອິນດິເຄເຕີກັບສ້າງຈຸດສູງສຸດຕໍ່າກ່ວາເກົ່າ ແບບນີ້ ເອີ້ນວ່າ  Divergence Bearish
ເທັກນິກໃນການສັງເກດ ໄດ່ເວີເຈັນ ປະເພດນີ້ ຄືເຮົາຕ້ອງລໍໃຫ້ລາຄາຫຍຸດນິ້ງກ່ອນ ຢ່າ ໄປສວນຄະນະທີມັນ ກໍ່າລັງພຸ່ງຂຶ້ນເດັດຂາດ ຕ້ອງລໍໃຫ້ມີການກັບຕົວເລັກນ້ອຍໂດຍເບິ່ງຈາກແທ່ງທຽນຖ້າມີແທ່ງທຽນກັບຕົວ Bearish Candle , Reverse Candle ແລະ ມາເບິ່ງທີ່  Indicator ຖ້າມັນຕໍ່າກົ່ວ High ເກົ່າ ເຮົາກໍ່ສາມາດ Sell (Short) ໄດ້ເລີຍ



























#74
#ອັບເດດກຮາຟຄູ່ເງິນ GBPUSD  ປະຈຳວັນທີ່16/07/2025
‼️ປັດຈຸບັນ�ລາຄາ‼️ ຍັງຢູ່ໃນເທຣນຂາລົງ ແລະ ຄາດວ່າຈະຫຍໍ້ຕົວຂື້ນໄປຫາໂຊນ Order Block 1H  1.344 ແລະ ໂຊນລາຄາ Liquidity 1H
🎯ແຜ່ນເທຣດມື້ນີ້:
✅️ ລໍຖ້າເຂົ້າ Sell ໃນໂຊນ 1.344

#laofxtalk.com #forex #Trader #GBPUSD
#75
#ອັບເດດກຮາຟຄູ່ເງິນ EURUSD  ປະຈຳວັນທີ່16/07/2025
‼️ປັດຈຸບັນ�ລາຄາ‼️ ຍັງຢູ່ໃນເທຣນຂາລົງແຕ່ກຳລັງສະສົມແຮງ ແລະ ຄາດວ່າຈະຫຍໍ້ຕົວຂື້ນໄປຫາໂຊນ Order Block 1H  1.165 ແລະ ໂຊນລາຄາ 1.167
🎯ແຜ່ນເທຣດມື້ນີ້:
✅️ ລໍຖ້າເຂົ້າ Sell ໃນໂຊນ 1.167
✅️ລໍຖ້າເຂົ້າ Sell ໃນໂຊນ 1.165
#laofxtalk.com #forex #Trader #EURUSD
#76
#ອັບເດດກຮາຟຄູ່ເງິນ USDJPY  ປະຈຳວັນທີ່16/07/2025
‼️ປັດຈຸບັນ�ລາຄາ‼️ ຍັງຢູ່ໃນເທຣນຂາຂື້ນ ແຕ່ກຳລັງສະສົມແຮງ ແລະ ຄາດວ່າຈະຫຍໍ້ຕົວລົງມາໃນໂຊນ Order Block 1H  ແລະ ໂຊນລາຄາ 147.907
🎯ແຜ່ນເທຣດມື້ນີ້:
✅️ ລໍຖ້າເຂົ້າ Buy ໃນໂຊນ Order Block 1H 
✅️ລໍຖ້າເຂົ້າ Buy ໃນໂຊນ 147.907
#laofxtalk.com #forex #Trader #USDJPY
#77
ຄູ່ເງີນ Gold ປະຈຳວັນທີ 01/10/2024 / ວິເຄາະ GOLD ປະຈຳວັນທີ່ 16/07/2...
ກະທູ້ລ່າສຸດ ຈາກ Mr Chanhva PAYONG - ก.ค 16, 2025, 09:57 ຊ່ວງເຊົ້າ
#ອັບເດດກຮາຟທອງຄຳປະຈຳວັນທີ່ 16/07/2025
‼️ປັດຈຸບັນ‼️ ລາຄາທອງກຳລັງຢູ່ໃນໂຊນ Sideways ເຊິ່ງຍັງບໍ່ຮູ້ທິດທາງຊັດເຈນ . ຕ້ອງຕິດຕາມຕໍ່ໄປ
#laofxtalk.com #forex #Trader #GOLD
#78
#ອັບເດດຂ່າວລ່າສຸດປະຈຳວັນທີ່16/07/2025
 ມື້ນີ້ມີຂ່າວຮຸນແຮງ 2 ລາຍການຄື: ຂ່າວອັດຕາເງິນເຟີ້ຂອງ ອັງກິດ ເວລາ13:00 ນາທີ ເຊະ່ງຈະມີຜົນຢ່າງສູງຕໍ່ຄູ່ເງິນ GBPUSD ແລະ ຂ່າວດັດສະນີຜູ້ຜະລິດຂອງສະຫາລັດ ອາເມລີກາ ໃນເວລາ 19:30 ນາທີ  ກໍ່ຈະສົ່ງຜົນໃຫ້ເກິດຄວາມຜັນຜສນຕໍ່ XAUUSD ແລະ ຄູ່ເງິນ USD. ຄວນລະມັດລະວັງໃນການເທຣດດ້ວຍນ່ະ
#laofxtalk.com #forex #NEWS #ຂ່າວ
#79
#ອັບເດດ GBPUSD ປະຈຳວັນທີ່15/07/2025
‼️ມຸມມອງສ່ວນຕົວ‼️ ປັດຈຸບັນລາຄາຄູ່ເງິນ GBPUSD ຢູ່ໃນຊ່ວງຂາລົງທີ່ລົງໃກ້ຮອດໂຊນ DEMAND ZONE 4H  ແລະ ກຳລັງເປັນ ສະສົມຄາດວ່າຈະຂື້ນມາຫາໂຊນ  Order Block 1H ແລ້ວລົງຕໍໄດ້
🎯ແຜ່ນເທດມື້ນີ້:
✅️ ເຂົ້າຂາຍໃນໂຊນ 1.346
✅️ ແຕ່ຖ້າສາມາດທະລຸສະວິງ High ໃຫ້ປ່ຽນຫນ້າເທຣດ
#laofxtalk.com #forex #Trader #GBPUSD
#80
#ອັບເດດ EURUSD ປະຈຳວັນທີ່15/07/2025
‼️ມຸມມອງສ່ວນຕົວ‼️ ປັດຈຸບັນລາຄາຄູ່ເງິນ EURUSD ຢູ່ໃນຊ່ວງຂາລົງທີ່ລົງຮອດ DEMAND ZONE 4H  ແລະ ກຳລັງເປັນ Sideways ຄາດວ່າຈະສາມາດລົງຕໍໄດ້
🎯ແຜ່ນເທດມື້ນີ້:
✅️ ເຂົ້າຂາຍໃນໂຊນ 1.168
✅️ ແຕ່ຖ້າສາມາດທະລຸສະວິງ High ໃຫ້ປ່ຽນຫນ້າເທຣດ
#laofxtalk.com #forex #Trader #EURUSD