ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

ການໃຊ້ງານໂປຼແກຼມ ເທຼດ

ເລີ່ມຈາກ Mr Chanhva PAYONG, ก.ค 13, 2025, 01:51 ຊ່ວງສວຍ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

Mr Chanhva PAYONG



ການໃຊ້ງານໂປຼແກຼມ ເທຼດ
ຄູ່ມືການນຳໃຊ້ MT4
�ສາມາດເຂົ້າໄປດາວໂຫລດໂປຣແກຣມໄດ້ທີ່ http://www.metatrader4.com/traders
ຫຼັງຈາກຕິດຕັ້ງແລ້ວ ທ່ານກໍ່ສາມາດນຳໃຊ້ User and Password ທີທ່ານໄດ້ຈາກການສະໝັກ ບັນຊີ Demo Account ຫຼີ Real Account ນຳມາ Login ເຂົ້າ Plateform ການເທຼດ ດັ່ງລາຍລະອຽດລຸ່ມນີ້:
1. I.            ການ Log in
1) ຄຣິກທີ່ເມນູ File -> Log in ຄັງຮູບ



2) ໃສ່ໝາຍເລກບັນຊີແລະລະຫັດຜ່ານລົງໄປທີ່ຊ້ອງ Server ຖ້າເປັນບັນຊີເທຣດແທ້ໃຫ້ເລືອກເປັນ  IronFX-Real1 – IronFX-Real5 ຖ້າເປັນບັນຊີທົດລອງ (Demo) ໃຫ້ເລືອກເປັນ IronFX-Demo1


3) ຖ້າ Log in ຜ່ານຮຽບຮ້ອຍແລ້ວທີ່ແຈລຸ່ມດ້ານຂວາຈະສະແດງເຄື່ອງໝາຍດັ່ງຮູບ ຖ້າ  Log in ບໍ່ຜ່ານຈະສະແດງຄຳວ່າ  No Connection ຫຼື Invalid Account ຫຼື ຂໍ້ຄວາມ  Error ອື່ນໆ
1.  II.            ການປ່ຽນລະຫັດຜ່ານ
1) ເຂົ້າໄປທີ່ເມນູ Tools -> Options



2) ຄຣິກທີ່ແທບ Server ແລະກົດປຸ່ມ Change


3) ທີ່ຊ້ອງ Current password ໃຫ້ໃສ່ລະຫັດຜ່ານປະຈຸບັນ, ຊ້ອງ New password ໃສ່ລະຫັດຜ່ານທີຕ້ອງການປ່ຽນ (ລະຫັດຜ່ານຈະມີຄວາມຍາວຢ່າງໜ້ອຍ 5 ໂຕແລະ 2 ໃນ 3 ຈະຕ້ອງມີໂຕໜັງສືໂຕໜ້ອຍ, ໂຕໃຫ່ຍ,ແລະໂຕເລກລວມຢູ່ນຳ , ຊ້ອງ Confirm ໃສ່ລະຫັດຜ່ານໃໝ່ຢືນຢັນອີກເທື່ອໜື່ງ ສໍາເລັດແລ້ວກົດ OK





III.            ການເປີດກຣາຟ
1) ກົດເຄື່ອງໝາຍບວກຢູ່ດ້ານເທີງຊ້າຍແລະເລືອກສະກຸນເງີນທີ່ຕ້ອງການ




3) ສາມາດປັບແຕ່ງຮູບແບບຂອງກຣາຟ ເຊັ່ນ ສີ, ປະເພດຂອງກຣາຟ, ເສັ້ນຕ່າງໆໂດຍຄຣິກຂວາທີ່ກຣາຟແລະເລືອກ Properties ຫຼືກົດ F8



4) ທີ່ແທບ Colors ສາມາດປ່ຽນສີຂອງກຣາຟໄດ້



5) ທີ່ແທບ Common ສາມາດປ່ຽນຮູບແບບຂອງກຣາຟລວມເຖິງໃຫ້ສະແດງຫຼືຊ້ອນເສັ້ນໆໄດ້


1.  IV.            Toolbar
ທີ່ Toolbar ກໍ່ຈະມີໄອຄອນຕ່າງໆໃຫ້ໃຊ້ງານດັ່ງນີ້ (ລຽນລໍາດັບຕາມຂອບສີແດງທີ່ວົງໄວ້ຈາກເທີງລົງລຸ່ມ)
1) ໃຫ້ສະແດງ ຫຼື ຊ້ອນໜ້າຕ່າງດັ່ງນີ້
1.1) Market Watch – ໜ້າຕ່າງເບີ່ງລາຄາຂອງສະກຸນເງີນຄູ່ຕ່າງໆແບບຣຽວທາມ໌



1.2) Data Window – ໜ້າຕ່າງເບິ່ງຂໍ້ມູນລາຄາເປີດ, ປິດ, ສູງສຸດ, ຕໍ່າສຸດ, Volume ຂອງກຣາຟໃຫ້ນໍາເມົາສ໌ໄປວາງໄວ້ທີ່ຕໍາແໜ່ງທີ່ຕ້ອງການເບິ່ງລາຍລະອຽດໃນກຣາຟ



1.3) Navigator – ໜ້າຕ່າງສະແດງລາຍຊື່, Indicator, EA, Script


1.4) Terminal – ໜ້າຕ່າງສະແດງອໍເດີຣ໌ທີ່ກໍາລັງເປີດຢູ່,ປະຫັວດການເທຣດ, Mailbox, Log ຂອງ EA, ລາຍລະອຽດການ Log in ລວມເຖີງ Error ຕ່າງໆ




1.5) Strategy Tester – ໜ້າຕ່າງໄວ້ສໍາຫຼັບການເທຣດ EA



2) ປຸ່ມເປີດອໍເດີຣ໌ຊື້ຂາຍ
3) ປຸ່ມເປີດ MetaEditor (ໃຊ້ຂຽນ EA) ແລະປຸ່ມເປີດ/ປິດການໃຊ້ເງີນ EA
4) ປຸ່ມສະແດງຮູບແບບກຣາຟເປັນແບບແທ່ງ,ແທ່ງທຽນ, ເສັ້ນ
5) ປຸ່ມຫຍໍ້/ຂະຫຍາຍກຣາຟ
6) ປຸ່ມ Auto Scroll ໃຫ້ກຣາຟເຄື່ອນໄປທາງຊ້າຍເລື້ອຍໆເມື່ອລາຄາມີການອັບເດທແລະປຸ່ມ Chart Shift ຄືໃຫ້ກຣາຟເລື່ອນໄປທາງດ້ານຊາຍ
7) ປຸ່ມ Indicator ໄວ້ເພີ່ມ Indicator ໃນກຣາຟ, ປຸ່ມ Period ໄວ້ເລືອກຊ່ວງເວລາ (Timeframe) ຕ່າງໆ, ປຸ່ມ Templates ໄວ້ເຊຟຮູບແບບກຣາຟເກັບໄວ້
8) ປຸ່ມເລືອກຮູບແບບເມົາສ໌ເປັນ Cursor ຫຼື Crosshair ເພື່ອສະແດງໃນກຣາຟ
9) ເອົາໄວ້ລາກເສັ້ນ,ຂຽນຂໍ້ຄວາມຕ່າງໆເທິງກຣາຟ, ແລະ Indicator Fibonacci
10) ເລືອກຊ້ວງເວລາ (Timeframe) ຕ່າງໆ
V.            ການເພີ້ມ Indicator
1) ຄຣິກທີ່ປຸ່ມ Indicators ທາງດ້ານເທີງແລະເລືອກ Indicator ທີ່ຕ້ອງການເພີ່ມ



2) ສໍາເລັດແລ້ວຈະມີໜ້າຕ່າງເພື່ອເຊທ໌ຄ່າຕ່າງໆສໍາຫຼັບ Indicator ຕົວຢ່າງສະແດງການເພີ້ມ Moving Average



3) Indicator ກໍ່ຈະແດງໃນກຣາຟດັ່ງຮູບ






6) ສາມາດລົງ Indicator ອື່ນໆເພີ່ມເຕີມໄດ້ໂດຍການນໍາໄຟລ໌ Indicator (ໄຟລ໌ນາມສະກຸນ mq4 ຫຼື ex4) ກ໊ອປປີ້ໄວ້ທີ່ໂຟລເດີຣ໌ MT4\experts\indicators (ຕົວຢ່າງເຊັນ C:\Program Files\IronFX MetaTrader4\experts\indicators) ສໍາເລັດແລ້ວ Restart MT4, ເຮັດຕາມຂໍ້ 1 ກໍ່ຈະເຫັນຊື່ Indicator ທີ່ເພີ່ມໄວ້ຢູ່ໃນຫົວຂໍ້ Custom
VI.            ການເປີດ/ປິດອໍເດີຣ໌
1) ກົດປຸ່ມ New Order ເທິງ Toolbar ຫຼືກົດປຸ່ມ F9 (ຖ້າທ່ານ Log in ໂດຍໃຊ້ Investor Password ທ່ານຈະບໍ່ສາມາດກົດປຸ່ມນີ້ໄດ້, Investor Password ຈະໃຊ້ສໍາຫຼັບໃຫ້ຄົນອື່ນເບິ່ງຜົນການເທຣດເທົ່ານັ້ນ ບໍ່ສາມາດເຮັດການເທຣດໄດ້
2) ຈະມີໜ້າຕ່າງສະແດງຂື້ນມາດັ່ງຮູບ

2.1) Symbol – ຄູ່ສະກຸນເງີນທີ່ຕ້ອງການຊື້ຂາຍ
2.2) Volume -ຈໍານວນ Lot ທີ່ຕ້ອງການເທຣດ
2.3) Stop Loss – ລາຄາທີ່ຈະໃຫ້ປິດອໍເດີຣ໌ ອັຕໂນມັສ ເມື່ອຂາດທຶນ
2.4) Take Profit – ລາຄາທີ່ຈະໃຫ້ປິດອໍເດີຣ໌ ອັຕໂນມັທ໌ເມື່ອກໍາໄລ
2.5) Comment – ສາມາດໃສ່ Comment ສໍາຫຼັບອໍເດີຣ໌ທີ່ຈະເປີດ
2.6) Type – Instant Execution / Market Execution ຄືເປີດອໍເດີຣ໌ທັນທີ, Pending Order ຄືເປີດອໍເດີຣ໌ແບບ Pending (ລໍໃຫ້ລາຄາມາເຖິງຈຸດທີ່ເຮົາຕ້ອງການເຖິງຈະທຳການເປີດອໍເດີຣ໌)
2.7) Sell – ເປີດອໍເດີຣ໌ຂາຍ
2.8) Buy – ເປີດອໍເດີຣ໌ຊື້
2.9) Enable maximum deviation from quoted price ໃຊ້ເພື່ອປ້ອງກັນການເຈີບັນຫາ Requote
3) ຖ້າເລືອກການເປີດອໍເດີຣ໌ເປັນແບບ Pending ໜ້າຕ່າງຈະປ່ຽນເປັນດັງຮູບ ການເປີດອໍເດີຣ໌ແບບນີ້ເປັນການຕັ້ງເປີດອໍເດີຣ໌ຖີ້ມໄວ້ໃນກໍລະນີທີ່ລາຄາທີ່ເຮົາຕ້ອງການຊື້ຫຼືຂາຍຍັງບໍ່ເກີດຂື້ນເມື່ອລາຄາປະຈຸບັນມາເຖິງລາຄາທີເຮົາຕັ້ງໄວ້ ອໍເດີຣ໌ກໍ່ຈະເປີດໃຫ້ອັຕໂນມັສ




ໃນສ່ວນ Pending Order ຈະມີຄ່າຕ່າງໆໃຫ້ເລືອກດັ່ງນີ້
3.1) Type – Buy Limit ຄືເຮັດການຊື້ເມື່ອລາຄາປະຈຸບັນຢູ່ສູງກ່ວາລາຄາທີ່ເຮົາຈະຊື້, Sell Limit ຄືເຮັດການຂາຍເມື່ອລາຄາປະຈຸບັນຢູ່ຕໍ່າກ່ວາລາຄາທີ່ເຮົາຈະ, Buy Stop  ຄືເຮັດການຊື້ເມື່ອລາຄາປະຈຸບັນຢູ່ຕໍ່າກ່ວາລາຄາທີ່ເຮົາຈະຊື້, Sell Stop ຄືເຮັດການຂາຍເມື່ອລາຄາປະຈຸບັນຢູ່ສູງກ່ວາລາຄາທີ່ເຮົາຈະຂາຍ
ຕົວຢ່າງ
ສົມມຸດລາຄາປະຈຸບັນເປັນ 1.0000 ແລ້ວຕ້ອງການຊື້ທີ່ 0.9xxx ໃຫ້ຕັ້ງເປັນ Buy Limit
ສົມມຸດລາຄາປະຈຸບັນເປັນ 1.0000 ແລ້ວຕ້ອງການຊື້ທີ່ 1.0xxx ໃຫ້ຕັ້ງເປັນ Buy Stop
ສົມມຸດລາຄາປະຈຸບັນເປັນ 1.0000 ແລ້ວຕ້ອງການຂາຍທີ່ 0.9xxx ໃຫ້ຕັ້ງເປັນ Sell Stop
ສົມມຸດລາຄາປະຈຸບັນເປັນ 1.0000 ແລ້ວຕ້ອງການຂາຍທີ່ 1.0xxx ໃຫ້ຕັ້ງເປັນ Sell Limit
3.2) at price – ໃສ່ລາຄາທີ່ເຮົາຕ້ອງການຊື້ຂາຍ
3.3) Place – ທໍາການເປີດອໍເດີຣ໌ Pending
3.4) Expiry – ເວລາໝົດອາຍຸຂອງອໍເດີຣ໌ໃນກໍລະນີທີ່ຍັງບໍ່ມີການເປີດອໍເດີຣ໌
4) ຖ້າທໍາການເປີດອໍເດີຣ໌ແລ້ວຈະເຫັນລາຍລະອຽດອໍເດີຣ໌ທີ່ໜ້າຕ່າງ Terminal ດ້ານລຸ່ມດັ່ງຮູບ




4.2) Time – ເວລາທີ່ທໍາການເປີດອໍເດີຣ໌ (ໃນເວລາ Server)
4.3) Type – ປະເພດອໍເດີຣ໌ (ຊື້ຫຼືຂາຍ)
4.4) Size – ຈໍານວນ Volume (Lot)
4.5) Symbol -ສະກຸນເງີນ
4.6) Price – ລາຄາທີທໍາການເປີດອໍເດີຣ໌
4.7) S/L – ລາຄາ Stop Loss (0 ຄືບໍ່ໄດ້ເຮັດການເຊັທ)
4.8) T/P -ລາຄາ Target Profit (0 ຄືບໍ່ໄດ້ທໍາການເຊັທ)
4.9) Price -ລາຄາປະຈຸບັນ
4.10) Commission – ຄ່າຄອມມິຊຊັນ
4.11) Swap – ຄ່າ Swap
4.12) Profit – ກໍາໄລ/ຂາດທຶນ
4.13) Balance – ຍອດເງີນທີ່ຍັງບໍ່ລວມກໍາໄລຫຼືຂາດທຶນຂອງອໍເດີຣ໌ທີ່ກໍາລັງເປີດຢູ່
4.14) Equity – ຍອດເງີນທີ່ລວມກໍາໄລຫຼືຂາດທຶນຂອງອໍເດີຣ໌ທີ່ກໍາລັງເປີດຢູ່
4.15) Margin – ຈໍານວນ Margin ທັງໝົດທີ່ໃຊ້ໄປໃນການເປີດອໍເດີຣ໌
4.16) Free Margin – ຈໍານວນ Margin ທີ່ເຫຼືອເພື່ອໄວ້ສໍາຫຼັບເປີດອໍເດີຣ໌
4.17) Margin Level -ມີຄ່າເທົ່າກັບ Equity / Margin * 100 ເປັນອັດຕາສ່ວນລະຫ່ວາງ Equity ກັບ Margin ຍິ່ງຫຼາຍຍິ່ງດີ ຖ້າລຸດເຫຼືອໜ້ອຍຕໍ່າກ່ວາປະມານ 50% ອໍເດີຣ໌ກໍ່ຈະຖືກປິດໃຫ້ໂດຍອັຕໂນມັສ ຊິ່ງແຕ່ລະບັນຊີກໍ່ຈະມີລະດັບ Margin Call Level ທີ່ແຕກຕ່າງກັນ
5) ຖ້າຕ້ອງການເປີດອໍເດີຣ໌ໃຫ້ດັບເບີ້ລຄິຣກທີ່ລາຍລະອຽດຂອງອໍເດີຣ໌ຈະມີໜ້າຕ່າງສະແດງຂື້ນມາດັ່ງຮູບ ເລືອກ Type ເປັນ Instant Executionແລະກົດປຸ່ມ Close ເພື່ອປິດອໍເດີຣ໌





6) ຖ້າຕ້ອງການແກ້ໄຂອໍເດີຣ໌ ເຊັ່ນ Stop Loss ຫຼື Target Profit ໃຫ້ດັບເບີ້ລຄຣິກທີ່ລາຍລະອຽດຂອງອໍເດີຣ໌ ຈະມີໜ້າຕ່າງສະແດງຂື້ນມາດັ່ງຮູບ ເລືອກ Type ເປັນ Modify Order ແກ້ໄຂລາຍລະອຽດຕາມຕ້ອງການ ແລະກົດປຸ່ມ  Modify ເພື່ອແກ້ໄຂອໍເດີຣ໌




7) ຖ້າທໍາການປິດອໍເດີຣ໌ແລ້ວ ລາຍລະອຽດອໍເດີຣ໌ກໍ່ຈະຍ້າຍໄປຢູ່ໃນແທ໊ບ Account History ດັ່ງຮູບ



7.1) Order – ໝາຍເລກອໍເດີຣ໌
7.2) Time -ເວລາທີ່ທໍາການເປີດອໍເດີຣ໌ (ເວລາໃນ Server)
7.3) Type – ປະເພດອໍເດີຣ໌ (ຊື້ຫຼືຂາຍ)
7.4) Size -ຈໍານວນ Volume (Lot)
7.5) Symbol – ສະກຸນເງີນ
7.6) Price -ລາຄາທີ່ທໍາການເປີດອໍເດີຣ໌
7.7) S/L – ລາຄາ Stop Loss (0 ຄືບໍ່ໄດ້ທໍາການເຊທ໌)
7.8) T/P – ລາຄາ Target Profit (0 ຄືບໍ່ໄດ້ທໍາການເຊທ໌)
7.9) Time – ເວລາທີ່ທໍາການເປີດອໍເດີຣ໌ (ເວລາໃນ Server)
7.10) Price – ລາຄາທີ່ທໍາການເປີດອໍເດີຣ໌
7.11) Commission – ຄ່າຄອມມິຊຊັນ
7.12) Swap -ຄ່າ Swap
7.13) Profit -ກໍາໄລ/ຂາດທຶນ
8) ທີ່ແທ໊ບ Account History ສາມາດຄິຣກຂວາເພື່ອເລືອກອອຟຊັນຕ່າງໆໄດ້ດັ່ງນີ້



8.1) All History -ໃຫ້ສະແດງປະຫັວດການເທຣດທັງໝົດ (ໂດຍ Default ຈະສະແດງປະຫັວດການເທຣດຂອງເດືອນປະຈຸບັນ)
8.2) Last 3 Months – ໃຫ້ສະແດງປະຫັວດການເທຣດຍ້ອນຫຼັງ 3 ເດືອນ
8.3) Last Month – ໃຫ້ສະແດງປະຫັວດການເທຣດຂອງເດືອນປະຈຸບັນ
8.4) Custom Period – ສາມາດເລືອກຊວງເວລາທີ່ຈະໃຫ້ສະແດງປະຫັວດການເທຣດໄດ້
8.5) Save as Report -ຄືການ Export ປະຫັວດການເທຣດອອກມາເປັນໄຟລ໌
8.5) Save as Detailed Report – ຄືການ Export ປະຫັວດການເທຣດແບບລະອຽດອອກມາເປັນໄຟລ໌
8.6) Commissions – ໃຫ້ສະແດງ/ເຊື່ອງຄໍລັມນ໌ Commissions
8.7) Taxs – ໃຫ້ສະແດງ/ເຊື່ອງຄໍລັມນ໌ Taxs
8.8) Comments – ໃຫ້ສະແດງ/ເຊື່ອງຄໍລັມນ໌ Comments
8.9) Auto Arrange – ຈັດຂະໜາດຂອງຄໍລັມນ໌ອັຕໂນມັສ
8.10) Grid – ໃຫ້ສະແດງ/ເຊື່ອງເສັ້ນແບ່ງຄໍລັມນ໌
9) ທີ່ແທ໊ບ Journal ຈະສະແດງລາຍລະອຽດຄໍາສັ່ງທີ່ເຮົາທໍາການເທຣດທັງໝົດ ລວມເຖິງ Error ຕ່າງໆ