ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

ກົນລະຍຸດການຕັ້ງ Stop Loss

ເລີ່ມຈາກ Mr Chanhva PAYONG, ก.ค 22, 2025, 12:06 ຊ່ວງສວຍ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

Mr Chanhva PAYONG

ກົນລະຍຸດການຕັ້ງ Stop Loss
ກົນລະຍຸດການຕັ້ງ Stop Loss (ຈຸດຂາດທຶນ)
"ເປັນຫຍັງລາຄາແລ່ນຊົນ Stop loss (SL) ຂອງເຮົາອີກແລ້ວ" ນີ້ເປັນຄໍາຖາມທີ່ເທຼດເດີຖາມຕົນເອງແບບເຊັງໆ ເປັນປະຈໍາເມື່ອ ອໍເດີເຮົາຖືກ SL
ທີ່ມັນເປັນເຊັ່ນນັ້ນກໍ່ເພາະວ່າ ຕະຫຼາດຈະເຮັດທຸກຢ່າງທີ່ມັນຢາກຈະ ເຄື່ອນໄຫວໄປທາງມີ່ມັນຢາກຈະໄປ ເທຼດເດີຈະຕ້ອງເຈີກັບຄວາມທ້າທາຍໃໝ່ໆ ໃນທຸກວັນ ສ່ວນຫຼາຍກໍ່ເປັນເລື່ອງຂອງການເມືອງທົ່ວໂລກ ເຫດການສໍາຄັນທາງເສດຖະກິດ ຫຼື ແມ້ແຕ່ກະທັ້ງຂ່າວລື ທີ່ກ່ຽວກັບທະນາຄານກາງ ທີສາມາດ ເຮັດໃຫ້ລາຄາ ແລ່ນໄປໃນທິດທາງໃດກໍ່ໄດ້ ໃນເວລາອັນສັ້ນ ແບບທີ່ທ່ານບໍ່ທັນຕັ້ງຕົວ ນັ້ນໝາຍຄວາມວ່າ ຈະຕ້ອງມີເທດເດີ ບາງຄົນເປີດອໍເດີ ໃນທິດທາງ ທີ່ຕົງກັນຂ້າມກັນ ກັບລາຄາ ແລະ ຕ້ອງເສຍເງິນຢ່າງຫຼີກລ້ຽງບໍ່ໄດ້ ແຕ່ເຮົາສາມາດຄວບຄຸມໄດ້ ວ່າເຮົາຈະເຮັດແນວໃດເມື່ອເຮົາຕົກຢູ່ໃນສະຖານະການຢ່າງນັ້ນ ເຮົາສາມາດ ເປີດ ອໍເດີ ເພື່ອຕັດ ການຂາດທຸນ ໃນຕອນນັ້ນເລີຍ ຫຼື ວ່າທ່ານຈະນັ່ງລໍຄອຍຄວາມຫວັງວ່າ ລາຄາມັນຈະກັບມາໃນທີ່ທ່ານຕ້ອງການ ແລະ ຖ້າມັນບໍ່ກັບມາຢ່າງທີ່ຫວັງໄວ້ແລ້ວປ່ອຍໄປຢ່າງນັ້ນເລີ້ືອຍໆໂດຍບໍ່ມີ ການຕັດສິນໃຈ ພ໋ອດ ຂອງທ່ານກໍ່ຈະສະອາດໄດ້ (ລ້າງພ໋ອດ)
ຄາເວົ້າທີ່ວ່າ "Live to trade another day!" ໜ້າຈະເປັນຄຳຂັວນຂອງເທດເດີ ມືໃໝ່ທຸກຄົນ ເພາະຍິ່ງ ທ່ານຢູ່ລອດໄດ້ດົນເທົ່າໃດ ທ່ານກໍ່ຈະສາມາດຮຽນຮູ້ ໄດ້ຫຼາຍເທົ່ານັ້ນ ແລະ ນັ້ນກໍ່ຈະເພີມໂອກາດທີ່ຈະປະສົບຄວາມສຳເລັດ ຂອງທ່ານດ້ວຍ
ກົນລະຍຸດອີກຢ່າງທີ່ສຳຄັນຄື "stop losses" ຊື່ງເປັນທັດສະ ທີ່ສໍາຄັນ ທີ່ເທຼດເດີ ຄວນຈະຮູ້ໄວ້ ເພື່ອເປັນອາວຸດຢ່າງໜຶ່ງໃນການເທຼດ ການທີ່ມີການຕັ້ງ SL ນີ້ ນອກຈາກຈະຊ່ວຍຕັດ ການຂາດທຸນຂອງທ່ານເພື່ອໃຫ້ມີໂອກາດໃນການກູ້ສະຖານະການແລ້ວ ມັນຍັງຊ່ວຍກໍາຈັດຄວາມວິຕົກກັງວົນທີ່ເກີດຈາກການສູນເສຍ ໃນການເທຼດ ໂດຍບໍ່ຕ້ອງວາງແຜນດ້ວຍ ແລະ ກໍ່ເປັນຜົນດີໃນການເທຼດຂອງທ່ານດ້ວຍ
ຈຸດ SL ຄວນເປັນຈຸດທີ່ "ລົບລ້າງຄວາມຜິດ" ໃນການເທດສໍາລັບອໍເດີ ນັ້ນໆຂອງທ່ານ ດັ່ງນັ້ນເມື່ອລາຄາມາເຖິງຈຸດ SL ມັນກໍ່ໜ້າຈະເປັນສັນຍານວ່າ "ມັນເຖິງເວລາທີ່ຕ້ອງອອກຈາກອໍເດີນີ້ແລ້ວ"
ການຕັ້ງ SL ນັ້ນມີ 4 ວິທີ ທີ່ເຮົາສາມາດເລືອກໃຊ້ໃນສະຖານະການທີ່ ແຕກຕ່າງກັນ ຫຼືເລືອກແລ້ວແຕ່ຄວາມຖະນັດຂອງເຮົາ
  -  ຫຍຸດຕາມສັດສ່ວນຂອງເງິນທຸນ
  -  ຢຸດຕາມຮູບແບບຂອງກຼາບ
  -  ຫຍຸດຕາມຄວາມຜັນຜວນ
  -  ຫຍຸດຕາມເວລາ
1. ຫຍຸດຕາມສັດສ່ວນຂອງເງິນ
ການຕັ້ງ SL ແບບນີ້ເປັນການຕັ້ງ SL ແບບພື້ນຖານທີ່ສຸດ ໂດຍໃຊ້ການກໍາກັບຄວາມສ່ຽງ ຈາກສັດສ່ວນຂອງເງິນ ທຸນທີ່ຢູ່ໃນບັນຊີ ຢ່າງເຊັ້ນວ່າເຮົາ ເຕັມໃຈທີ່ຈະສ່ຽງຂາດທຸນໄດ້ທີ່ 2% ຕໍ່ການເທຼດໃນແຕ່ລະຄັ້ງ ແຕ່ວ່າເທດເດີທຸກຕົນ ຈະຍອມຮັບຄວາມສ່ຽງໄດ້ບໍ່ເທົ່າກັນ ບາງຄົນອາດຈະຮັບຄວາມສ່ຽງໄດ້ເຖິງ 10% ໃນຂະນະບາງຄົນອາດຈະຍອມຮັບຄວາມສ່ຽງພຽງ 1% ເທົ່ານັ້ນ
ແລະໃນການຕັ້ງ SL ທ່ານຄວນຈະຕັ້ງຕາມສະພາວະຂອງຕະຫຼາດ ຫຼື ຕາມລະບົບການເທຼດຂອງທ່ານ ບໍ່ແມ່ນຕັ້ງຕາມຈໍານວນເງິນທີ່ທ່ານຈະຍອມເສຍໄດ້
-      ເພື່ອບໍ່ເປັນການສັບສົນເຮົາມາເບິ່ງຕົວຢ່າງນໍາກັນ
ທ້າວ ແຊມ ມີບັນຊີມິນິ ທີ່ມີເງິນຢູ່ $500 ແລະ ຂະໜາດ Lot size ທີ່ເຂົາສາມາດເທຼດໄດ້ ຄື 10k ( ໃນບັນຊີມິນິ 10k ເທົ່າກັບການເທຼດທີ່ຈຸລະ $1) ແຊມ ຕ້ອງການທີ່ຈະເທຼດ GBP/USD ແລະເຂົາເຫັນວ່າລາຄາຢູ່ແຖວໆ ຕົ້ນທີ່ລະດັບ 1.5620 ເຂົາຈຶ່ງຕ້ອງການທີ່ຈະຂາຍ ແລະຕາມຫຼັກການລົງທຶນຂອງລາວຄື ລາວຈະໄດ້ເສຍບໍ່ເກີນ 2% ຂອງເງິນທຶນໃນການເທດແຕ່ລະຄັ້ງ ແລະ ສໍາລັບການເທຼດທີ່ຂະໜາດ 10k ຂອງ GBP/USD ແຕ່ລະຈຸດມີຄ່າ $1 ແລະ 2% ຂອງເງິນໃນບັນຊີ ແຊມ ເທົ່າກັບ $10 ສະນັ້ນແດງກໍ່ຈະຕັ້ງ SL ໄດ້ຫຼາຍທີ່ສຸດທີ່ 10 ຈຸດ ດັ່ງນັ້ນແຊມຈະຕ້ອງຕັ້ງຈຸດ SL ຂອງເຂົາໄວ້ທີ່ 1.5630





ແຕວ່າ GBP/USD ມີການເຄື່ອນໄຫວມາຫຼາຍກ່ວາ 100 ຈຸດຕໍ່ວັນ ລາຄາຈຶ້ງອາດຈະແລ່ນມາຊົນຈຸດ SL ຂອງ ແຊມໄດ້ ຢ່າງງ່າຍດາຍ ເພາະຕໍາແໜ່ງ SL ນັ້ນຈຳກັດດ້ວຍການຕັ້ງຄ່າ ຄວາມສ່ຽງຈາກເງິນໃນບັນຊີຂອງລາວ ແລະ ລາວຕັ້ງ SL ໂດຍຍຶດຕາມຕາມຈໍານວນເງິນ ທີສາມາດສູນເສຍໄດ້ ແທນທີ່ຈະກຳນົດຕາມເງື່ອນໄຂຈາກການເຄື່ອນໄກວຂອງ GBP/USD



ແລະໃນທີ່ສຸດລາຄາກໍ່ແລ່ນມາຊົນ SL ຂອງແຊມ ເພາະຈຸດ SL ຂອງເຂົາທີວາງໄວ້ນ້ອຍເກີນໄປ ແລະ ນອກຈາກນັ້ນຄື ເຂົາເສຍໂອກາດທີ່ຈະເກັບຫຼາຍກ່ວາ 100 ຈຸດດ້ວຍ
ຈາກຕົວຢ່າງນີ້ ທ່ານໄດ້ເຫັນເຖິງອັນຕະລາຍຈາກການຕັ້ງ SL ຈາກການໃຊ້ສັດສ່ວນຄວາມສ່ຽງຂອງເງິນທຸນ ທີ່ບັງຄັບໃຫ້ເທຼດເດີຕ້ອງຕັ້ງຈຸດໃນລະດັບລາຄາທີ່ບໍ່ເໝາະສົມ ກັບພາວະຂອງຕະຫຼາດ ແລະ ໃນກໍລະນີນີ້ ຈຸດ SL ກໍ່ຢູ່ໃກ້ກັບຈຸດເປີດ ອໍເດີຫຼາຍ ແລະ ເປັນການຕັ້ງ SL ທີ່ບໍ່ໄດ້ໃຊ້ຫຼັກວິຊາການ ທາງເທັກນິກເລີຍ (ເຫັນວ່າໃກ້ແນວຕ້ານກ່ໍ່ໃສ່ເລີຍ ບໍໄດ້ວິເຄາະຢ່າງອື່ນຮ່ວມເລີຍ.
ທ່ານຮູ້ແລ້ວວ່າ ທ່ານຄວນຈະຕັ້ງ SL ໃນລະດັບທີ່ເຮົາສາມາດ ຈະກັບຕົວມາໃນທິດທາງທີ່ທ່ານຄາດຄິດໄວ້ໂດຍບໍ່ຊົນ SL ຂອງທ່ານ ແຕ່ກໍລະນີນີ້ລາຄາມັນແລ່ນໄປຊົນ SL ແລ້ວ ຈຶ່ງໝົດໂອກາດທີ່ຈະສ້າງກ່ຳໄລ ແລະ ວິທີແກ້ບັນຫາສຳລັບແຊມກໍ່ຄື ຫາໂບຼກເກີທີ່ເໝາສົມກັບສະຕຼາຍການເທຼດ ແລະ ເງິນທຶນຂອງລາວ
ໃນກໍລະນີຂອງແຊມ ເຂົາຄວນແກ້ໄຂການຊອກຫາໂບຼກເກີທີ່ເຂົາສາມາດກຳໜົດຂະໜາດການຊື້ຂາຍທີ່ນ້ອຍລົງ ຫຼື ແມ້ແຕ່ສາມາດກຳນົດຂະໜາດເອງໄດ້ ຢ່າງເຊັ່ນ ສາມາດເທຼດ ທີ່ຂະໜາດ 1k ໃນຄູ່ເງິນ GBP/USD ໄດ້ເຊິ່ງແຕ່ລະຈຸດ ຈະມີຄ່າເທົ່າກັບ $0.10 ຈຶ່ງຈະເຮັດໃຫ້ແຊມສາມາດຕັ້ງຈຸດ SL ໄດ້ຕາມເງື່ອນໄຂຄວາມສ່ຽງຂອງເຂົາໄດ້ຢ່າງສະບາຍໆ ແຊມ ສາມາດຕັ້ງຈຸດ SL ສໍາລັບການເທຼດ GBP/USD ໄດ້ເຖິງ 100 ຈຸດ ໃນຄວາມສ່ຽງທີ່ 2% ຂອງເງິນໃນບັນຊີຂອງລາວ ແລະ ຕອນນີ້ລາວສາມາດຕັ້ງ SL ໃຫ້ເໝາະສົມກັບສະພາວະຂອງຕະຫຼາດຮວມທັງເປັນໄປຕາມລະບົບການຊື້ຂາຍ ຕາມແນວຮັບແນວຕ້ານ ແລ້ວ.
2. ຢຸດຕາມຮູບແບບຂອງກຼາບ
ວິທີການຢຸດ SL ອີກວິທີໜຶ່ງທີ່ເໝາສົມຫຼາຍກ່ວາວິທີຜ່ານມາຄື ຕັ້ງຕາມຮູບແບບຂອງກຼາບ ເປັນການຕັ້ງ SL ໂດຍຍຶດຕາມສິ່ງທີ່ຕະຫຼາດບອກເຮົາດ້ວຍຮູບແບບຂອງຕົວມັນເອງ
ເຮົາສາມາດສັງເກດການເຄື່ອນໄຫວຂອງລາຄາໄດ້ ໃນບາງຄັ້ງກໍ່ຄືວ່າ ບໍໍ່ສາມາດທີ່ຈະ ແລ່ນທະລຸ ຜ່ານແນວຮັບແນວຕ້ານໄດ້ ແລະ ກໍ່ມີຫຼາຍຄັ້ງທີ່ລາຄາແລ່ນຜ່ານ ແນວຮັບແນວຕ້ານໄດ້ໃນທີ່ສຸດ ຫຼັງຈາກແລ່ນໄປແລ່ນມາຢູ່ໃນຮັບແນວຮັບແນວຕ້ານນັ້ນມາໄລຍະໜຶ່ງ
ການຕັ້ງຈຸດ SL ໃຫ້ເໜືອ ຫຼື ຕ່ຳກ່ວາ ລະດັບແນວຮັບແນວຕ້ານ ນັ້ນກໍ່ເປັນສິ່ງທີ່ສົມເຫດສົມຜົນ ໃນກໍລະນີທີ່ລາຄາບໍ່ Break ລະດັບແນວຮັບແນວຕ້ານ ແຕ່ຖ້າລາຄາສາມາດ break ຮອບລາຄານັ້ນ ກໍ່ຈະເຮັດໃຫ້ເທຼດເດີອື້ນແລ່ນເຂົ້າມາເທຼດດ້ວຍເມື່ອເຫັນ ການທະລຸຂອງລາຄາ  (Breakout) ແລະ ເທຼດເດີເຫຼົ່ານັ້ນອາດຈະເຮັດໃຫ້ລາຄາແລ່ນໄປໃນທິດທາງ ກົງກັນຂ້າມກັນກັບ ອໍເດີ ຂອງທ່ານ (ທີ່ລິ້ນຢູ່ໃນຮອບລາຄາ) ໄດ້ ແລະ ຢ່າງທີ່ທ່ານຮູ້ວ່າ ເມື່ອເວລາພັກຕົວຢູ່ໃນຮອບ ລາຄານັ້ນ ໝາຍເຖິງ ການສະສົມພະລັງງານ ເຊິ່ງເມື່ອລາຄາເກີດການ Breakout ແລ້ວກໍ່ຈະມີ ແນວໂນ້ມ ຫຼາຍທີ່ລາຄາອາດແລ່ນພຸ່ງຂຶ້ນ ໄປຕາມເທຣນ, ຕໍ່ໄປມາເບິ່ງຕົວຢ່າງການຕັ້ງ  SL ອີກຢ່າງໜຶ່ງທີ່ເກີດການ Breakout ຂອງລາຄາ
ຈາກຕົວຢ່າງການຕັ້ງ SL ໂດຍຢຶດຕາມແນວຮັບແນວຕ້ານ



ຕາມພາບຕົວຢ່າງເຮົາເຫັນໄດ້ວ່າລາຄາມີການຊື້ຂາຍກັນຢູ່ເໜືອ ເສັ້ນແນວຮັບ (ສີດຳ) ແລະເມື່ອລາຄາແລ່ນທະລຸຜ່ານແນວຕ້ານດ້ານເທິງ (ສີແດງ) ໄປໄດ້ ທ່ານກໍ່ຄິດວ່າມັນ Breakout ທີ່ສວຍງາມ ແລະ ທ່ານຕັດສິນໃຈທີ່ຈະຊື້ ຕາມແນວໂນ້ມນັ້ນ ແຕ່ກ່ອນອື່ນ ທ່ານຕ້ອງຕັ້ງຄຳຖາມກ່ອນວ່າບ່ອນໃດທີ່ທ່ານຈະຕັ້ງ SL ຖ້າເຫດການບໍ່ໄດ້ເປັນໄປຢ່າງທີ່ທ່ານຄິດໄວ້ ແລະ ເງື່ອນໄຂອັນໃດທີ່ຈະບອກທ່ານໄດ້ວ່າ ຄວາມຄິດຂອງທ່ານໃນການເຂົ້າຊື້ຄັ້ງນີ້ບໍ່ຖືກຕ້ອງ





ໃນກໍລະນີ ການຕັ້ງ SL ທີ່ສົມເຫດສົມຜົນຫຼາຍທີ່ສຸດຄື ຕັ້ງ SL ໄວ້ໃຕ້ແນວຮັບ (ເສັ້ນສີດຳ) ແລະ ເສັ້ນເທຣນ (ສີແດງ) ແລະຖ້າລາຄາແລ່ນຜ່ານເທຣນນີ້ລົງມາກໍ່ໝາຍຄວາມວ່າມີແຮງຊື້ບໍ່ພໍ ແລະ ຕອນນີ້ຜູ້ຂາຍເປັນຜູ້ຄວບຄຸມຕະຫຼາດ ດັ່ງນັ້ນຄວາມຄິດຂອງທ່ານໃນການເປີດ ອໍເດີ ຊື້ໃນຄັ້ງນີ້ຈຶ່ງເປັນຄວາມຜິດພາດ ແລະ ເຖິງເວລາ ທີ່ທ່ານຄວນຈະ ອອກຈາກອໍເດີ ຂອງທ່ານ ແລະ ຍອມຮັບການສູນເສຍ ທ່ານຈະເຫັນລາຄາແລ່ນໃນລັກສະນະນີ້ໄດ້ເລື້ອຍໆໃນຄູ່ເງິນ EUR/USD.
Credit:http://www.thaiforexschool.com