ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

ການປ້ອງກັນຄວາມສ່ຽງໃນໂຟເຣັກ

ເລີ່ມຈາກ Mr Chanhva PAYONG, ก.ค 24, 2025, 02:51 ຊ່ວງສວຍ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

Mr Chanhva PAYONG

ການປ້ອງກັນຄວາມສ່ຽງໃນໂຟເຣັກ

ປ້ອງກັນຕົວທ່ານເອງກ່ອນທີ່ທ່ານຈະທຳລາຍຕົວເອງ
 ກ່ອນທີ່ເຮົາຈະລົງເລິກໄປ ໃນລາຍລະອຽດກວ່ານີ້ ເຮົາບອກທ່ານໄດ້ ຢ່າງບໍ່ປິດບັງເລື່ອງທີ່ທ່ານ ຕ້ອງຄິດ ກ່ອນທີ່ທ່ານຈະເທຣດ ຄື:

     1. ນັກເທຣດທຸກຄົນ ໜາຍເຖິງທຸກຄົນຈິງໆ ຈະເສຍເງິນໃນການເທຣດ 90% ຂອງເທຣດເດີ ຈະເສຍເງິນ ຂອງເຂົາ ເນື່ອງຈາກ ຂາດການວາງແຜນ, ການຝືກ ແລະ ບໍ່ມີຄວາມຮູ້ ຄວາມເຂົ້າໃຈ ເລື່ອງການຈັດການ ການເງິນ ຖ້າທ່ານບໍ່ຢາກເສຍເງິນ ທ່ານກໍ່ເປັນຊຸບເປິແມນລະ; ທ່ານຈະ ຕ້ອງປະເຊີນກັບ ຄວາມຍາກລໍາບາກ ໃນການເທຣດ ຫຼື ການປັບຕົວໃນການເທຣດ

  2. ການເທຣດໂຟເຣັກ ບໍ່ເໜາະກັບຄົນທີ່ບໍ່ເຮັດວຽກ ບໍ່ເໜາະສຳລັບຄົນ ທີ່ມີລາຍໄດ້ໜ້ອຍ ແລະ ບໍ່ສາມາດເບິ່ງແຍງຕົວເອງຈ່າຍຄ່ານ້ຳຄ່າໄຟ, ຄ່າຊື້ຂອງກິນໃຫ້ຕົວເອງ.
ທ່ານຄວນຈະມີເງິນ ຢ່າງໜ້ອຍໃນການເທຣດຈັກ 10,000 ຫຼຽນ ໃນບັນຊີ mini ເຊິ່ງນັ້ນໜາຍຄວາມວ່າ ເປັນເງິນ ທີ່ທ່ານສາມາດເສຍໄປໄດ້ ບໍ່ແມ່ນຢືມຄົນອື່ນມາຫຼີ້ນ ຢ່າຄິດວ່າທ່ານ ຈະສາມາດເລີ່ມເທຣດ ດ້ວຍເງິນພຽງ ບໍ່ເທົ່າໃດຮ້ອຍຫຼຽນ ແລ້ວ ຈະກາຍເປັນມະຫາເສດຖີ່ ໃນຊົ່ວຂ້າມຄືນ.
ຕະຫຼາດໂຟເຣັກ ເປັນຕະຫຼາດ ທີ່ໄດ້ຮັບຄວາມນິຍົມຫຼາຍ ສຳລັບນັກເກງກຳໄລ ເນື່ອງຈາກຕະຫຼາດ ທີ່ມີຄວາມຄ່ອງຕົວສູງ ຂອງການເຄື່ອນໄຫວ ຂອງທິດທາງຄ່າເງິນ ເມື່ອເກີດ ເທນຂື້ນ ນັກເທຣດ ທົ່ວໂລກສ່ວນໃຫຍ່ ຈະເສຍເງິນ ຂະນະທີ່ຄົນປະສົບ ຄວາມສຳເລັດ ກັບໂຟເຣັກ ມີພຽງບໍ່ເທົ່າໃດເປີເຊັນ ຂອງຈຳນວນເທຣດເດີທັງໜົດ.
ເທຣດເດີສ່ວນໃຫຍ່ ເຂົ້າມາໃນຕະຫຼາດ ພ້ອມກັບຄວາມຫວັງວ່າ ພວກເຂົາຈະສ້າງເງີນ ໄດ້ເປັນລ້ານ ຫຼຽນ; ແຕ່ວ່າໃນຄວາມຈິງແລ້ວ ພວກເຂົາຕ້ອງມີວິໄນ ການເທຣດຜູ້ຄົນສ່ວນຫຼາຍ ຈະຂາດວິໄນຢູ່ແລ້ວ  ເຖິງວ່າຈະພະຍາຍາມ ຈະລົດນ້ຳໜັກ ດ້ວຍການໄປທີ່ບ່ອນ ອອກກຳລັງກາຍ ສາມຄັ້ງຕໍ່ອາທິດ ຍັງເຮັດໄດ້ຍາກ; ຖ້າເທົ່ານັ້ນທ່ານຍັງເຮັດ ບໍ່ໄດ້ ທ່ານຈະເທຣດ ແລ້ວປະສົບຜົນສຳເລັດ ໄດ້ຢ່າງໃດ.

 ການຫຼີ້ນໄລຍະສັ້ນນັ້ນ ບໍ່ເໜາະກັບມືສະມັກຫຼິ້ນ ແລະ ມັນເປັນຫົນທາງ ທີ່ເຕັມໄປດ້ວຍອຸກປະສັກ ໃນການເຮັດໃຫ້ຕົວເອງລວຍຂື້ນ ທ່ານບໍ່ສາມາດ ສ້າງກຳໄລໄດ້ ມະຫາສານ ໂດຍບໍ່ສ່ຽງເລີຍ ບໍ່ໄດ້ດອກ ກົນລະຍຸດການ ເທຣດທີ່ສ່ຽງສູງຍ່ອມ ໜາຍເຖິງໂອກາດ ທີ່ທ່ານຈະຂາດທືນສູງ ເຂົ້າໄປນຳ ເທຣດເດີທີ່ເຮັດເທົ່ານັ້ນ. ເອີ້ນໄດ້ວ່າ ບໍ່ມີເຖິງວ່າກົນລະຍຸດ ໃນການເທຣດເຖິງວ່າ ທ່ານຈະເອີ້ນມັນວ່າ ກົນລະຍຸດ ການພະນັນກໍ່ຕາມ.
ໂຟເຣັກບໍ່ແມ່ນຫົນທາງໄປສູ່ຄວາມລ້ຳລວຍມັ້ງຄັ້ງ

ການເທຣດໂຟເຣັກເປັນທັກສະ ແລະ ຕ້ອງໃຊ້ເວລາໃນການຮຽນຮູ້
ນັກເທຣດທີ່ມີທັກສະທີ່ດີ ສາມາດເຮັດເງິນໄດ້ ຈາກການເທຣດ; ຢ່າງໃດກໍ່ຕາມ ກໍ່ຄືອາຊີບອື່ນໆ ຄືກັນວ່າຄວາມສຳເລັດ ບໍ່ໄດ້ມາພຽງຊົ່ວຂ້າມຄືນ, ການເທຣດໂຟເຣັກບໍ່ ແມ່ນເລື່ອງງ່າຍໆ (ຄືທີ່ຄົນບາງຄົນເຊື່ອ) ລອງຄິດເບິ່ງວ່າ ຖ້າທຸກຄົນທີ່ເທຣດ ຈະໄດ້ເປັນເສດຖີກັນໜົດ ເປັນຫຍັງລະດັບມືອາຊີບ ທີ່ເທຣດມາຫຼາຍປີ ກໍ່ຕ້ອງຂາດທືນຢູ່.
ເລົ່າໄວ້ໃນຫົວຂອງທ່ານຕະຫຼອດ
ບໍ່ມີທາງລັດ ໃນການເທຣດໂຟເຣັກ ມັນໃຊ້ເວລາດົນ ແລະ ດົນຍິ່ງກວ່າຢ່າງອື່ນ ໃນການທີ່ເຮົາຈະກາຍເປັນມືອາຊີບ. ບໍ່ມີຕົວສຳຮອງໃຫ້ປ່ຽນ ເມື່ອເຮົາຮູ້ສຶກເມື່ອຍ ແລະ ຄິດວ່າວຽກນັ້ນ ຍາກໃນການຝຶກ ເທຣດເດໂມ ແລະ ການຫຼີ້ນເງີນປອມແລ້ວ ຄິດວ່າເປັນເງີນຈິງ
ຢ່າຟ້າວເປີດບັນຊີເງິນຈິງຈົນກວ່າທ່ານຈະເທຣດແລ້ວໄດ້ກຳໄລໃນບັນຊີເດໂມ

ຖ້າທ່ານບໍ່ສາມາດ ເຮັດໃຫ້ທ່ານເຮັດກຳໄລ ໃນບັນຊີເດໂມໄດ້ ຢ່າງໜ້ອຍທ່ານກໍ່ຕ້ອງ ລອງເທຣດເດໂມ ຈັກສອງເດືອນ ເພາະຢ່າງໜ້ອຍ ທ່ານກໍ່ຈະບໍ່ເສຍເງິນຈິງ ຂອງທ່ານໄປ ຢ່າງໜ້ອຍສອງເດືອນ ແມ່ນບໍ່? ຖ້າພຽງສອງເດືອນ ທ່ານຍັງເທຣດເດໂມ ບໍ່ໄດ້ກໍ່ເຊົ່າຫຼິ້ນສະ.
ຈື່ໄວ້ວ່າຫຼີ້ນຄູ່ຫຼັກໆຈັກຄູ່ໜຶ່ງ
ມັນຍາກທີ່ຈະເທຣດ ດ້ວຍການເທຣດຫຼາຍຄ່າເງິນ ເມື່ອຕອນ ທີ່ທ່ານກຳລັງຮຽນຫຼີ້ນ ຫຼີ້ນພຽງຄູ່ຫຼັກໆ ຄູ່ດຽວ ພໍເພາະວ່າຄ່າ spread ຈະຖືກນຳ.
ທ່ານອາດຈະເປັນຜູ້ຊະນະ ໃນການເທຣດໂຟເຣັກ ແຕ່ວ່າໃນຊີວິດຂອງທ່ານ ທ່ານຕ້ອງສຶກສາ ມັນຢ່າງໜັກ ເຮັດວຽກບ້ານທຸ້ມເທ ແລະ ຕ້ອງໃຊ້ໂຊກຊ່ວຍໜ້ອຍໜື່ງ ຕ້ອງໃຊ້ສາມັນສຳນຶກ ແລະ ການຕັດສີນໃຈທີ່ດີ ເປັນຢ່າງຫຼາຍ.