ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

12 Pivot Point

ເລີ່ມຈາກ admin978, ກ.ຍ 05, 2024, 12:45 ຊ່ວງສວຍ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

admin978

Pivot Point
 
You cannot view this attachment.

ເຄື່ອງມືອີກອັນໜື່ງທີ່ເຮົາຢາກແນະນຳໃຫ້ທ່ານຮູ້ຈັກ ຄື Pivot Point  ເທຣດເດີມືອາຊີບ ແລະ Market Maker ນິຍັມທີ່ຈະໃຊ້ Pivot point ນີ້ມາເປັນເຄື່ອງມືໃນການຫາແນວຮັບແນວຕ້ານທທີ່ສໍາຄັນ ທີ່ອາດເກິດການກັບໂຕຂອງລາຄາໄດ້ໃນລະດັບແນວຮັບແນວຕ້ານນັ້ນໆ ເຮົາອາດເຫັນວ່າ Pivot point ນັ້ນມີຄວາມຄ້າຍຄືກັບ Fibonacci ຢູ່ຫຼາຍ ແຕ່ຄວາມແຕກຕ່າງທີ່ສຳຄັນລະຫວ່າງທັງສອງຢ່າງກໍ່ຄືການໃຊ້ Pivot point ເຮົາຈະບໍ່ສາມາດເລືອກໃຊ້ສະວິງໄດ້ ແຕ່ເຮົາຈະໃຊ້ຄ່າດຽວທີ່ໄດ້ຈາກການຄຳນວນ
ເຄື່ອງ Pivot point ນີ້ເປັນເຄື່ອງມືທີ່ມີປະໂຫຍດຫຼາຍສຳຫຼັບເທຣດເດີລະຍະສັ້ນ ທີ່ກໍາລັງເບິ່ງຫາຄວາມໄດ້ປຽບໃນການເຄື່ອນໄຫວຂອງທິດທາງລາຄາໃນລະຍະສັ້ນ ສາມາດໃຊ້ໃນການຫຼີ້ນ Swing trade ໂດຍໃຊ້ຫາຈຸດກັບໂຕຂອງລາຄາ ລວມທັງຍັງສາມາດຫາຈຸດ Breakout ຂອງລາຄາ ແລະ ຍັງໃຊ້ໃນການເບິ່ງແນວໂນ້ມລະຍະສັ້ນຂອງແຕ່ລະມື້ໄດ້ອີກ

ຕົວຢ່າງໜ້າຕາຂອງ Pivot point
 
You cannot view this attachment.

ການຄຳນວນຫາ Pivot point
ການຄຳນວນລະດັບຂອງ Pivot point ແລະເສັ້ນແນວຮັບ-ແນວຕ້ານ ຈະຖືກຄຳນວນຈາກລາຄາ ລາຄາສູງສຸດ (H), ລາຄາຕ່ຳສຸດ (L) ແລະ ລາຄາປິດ (C) ຂອງມື້ກ່ອນໜ້ານີ້ ແລະຕັ້ງແຕ່ທີ່ຕະຫຼາດ Forex ມີການເປິດ 24 ຊົ່ວໂມງ ເທຣດເດີ ສ່ວນໃຫຍ່ຈະໃຊ້ເວລາປິດຕະຫຼາດນິວຍອຣດ ຄື 04:00 EST ເປັນເວລາປິດຂອງຕະຫຼາດ
ການຄຳນວນຫາ Pivot Pointມີດັ່ງຕໍ່ໄປນີ້
Pivot point (PP) = (High + Low + Close) / 3
ແນວຮັບແນວຕ້ານທີ່ໃຊ້ລວມກັນຈະຖືກຄຳນວນຫາຈາກຄ່າຂອງຈຸດ Pivot point ທີ່ໄດ້ອີດເທື່ອໜື່ງ
ແນວຕ້ານທີ 1 (R1) = (2 x PP) – Low
ແນວຮັບທີ 1 (S1) = (2 x PP) – High

ແນວຕ້ານທີ 2  (R2) = PP + (High - Low)
ແນວຕ້ານທີ 2   (S2) = PP - (High - Low)

ແນວຕ້ານທີ 3  (R3) = High + 2(PP - Low)
ແນວຕ້ານທີ 3 (S3) = Low - 2(High - PP)

ນີ້ແມ່ນຫຼັກໃນການຄຳນວນ ແຕ່ທ່ານບໍ່ຕ້ອງກັງວົນເລື່ອງການຄຳນວນເຫຼົ່ານີ້ເລີຍ ເພາະມີໂປຣແກຣມທີ່ຊ່ວຍຄຳນວນຫາທຸກຢ່າງໃຫ້ທ່ານ ຫຼື ແມ້ແຕ່ Indicator ທີ່ທ່ານສາມາດນຳມາໃສ່ໃນກຣາບແລ້ວໃຊ້ໄດ້ເລີຍ ບໍ່ຕ້ອງມານັ່ງຄຳນວນເອງ ແລະໃນບາງໂປຣແກຣມຍັງໃຫ້ລາຍລະອຽດຫຼາຍກວ່າການຄຳນວນຂ້າງເທິງອີກ ຄືມີການເພີ່ມຈຸດເຄີ່ງກາງລະຫວ່າງເສັ້ນຕ່າງໆເພີ່ມມາອີກເຊີ່ງເສັ້ນເຄີ່ງກາງທີ່ມັນເພີ່ມຂື້ນມານີ້ກໍ່ບໍ່ໄດ້ສຳຄັນຫຍັງຄືກັບເສັ້ນຫຼັກ ແຕ່ກໍມີເພີ່ມຂື້ນມາເທົ່ານັ້ນດັ່ງຕົວຢ່າງໃນຮູບ
 
ການໃຊ້ງານ Pivot Point
ການໃຊ້ງານ Pivot point ຢ່າງແລກເລີຍກໍ່ຄື ໃຊ້ເປັນແນວຮັບແນວຕ້ານໄດ້ຢ່າງດີ ເພາະ ລາຄາມັນຈະມາເທດທີ່ເສັ້ນ ຖ້າມາເທດເບິ່ງ ແລ້ວບໍ່ແລ່ນຜ່ານທະລຸໄປ ໝາຍຄວາມວ່າແນວຮັບ ຫຼື ແນວຕ້ານນັ້ນມີຄວາມແຂງແກ່ງຫຼາຍ ສະແດງວ່າມີແນວໂນ້ມຫຼາຍ ທີ່ລາຄາຈະມີການກັບໂຕໄດ້ໃນຕຳແໜ່ງນັ້ນໆ
ເມື່ອ ລາຄາແລ່ນຢູ່ບໍລິເວນ Pivot point ຈະສົ່ງສັນຍານທີ່ດີໃນການເທຣດວ່າຈະເປີດ Buy ຫຼື Sell ແລະຄວນຕັ້ງ TP ແລະ TP ໄວ້ບ່ອນໃດ ຊື່ງໂດຍປົກກະຕິແລ້ວ ຖ້າລາຄາຢູ່ສູງກ່ອນເສັ້ນ Pivot ສະແດງເຖີງແນວໂນ້ມຂາຂື້ນ ແລະ ຖ້າຕໍ່າກວ່າເສັ້ນ Pivot ກໍຈະສະແດງແນວໂນ້ມຂາລົງ ບາງ ຄົນຈະໃຊ້ຈຸດນີ້ໃນການເຂົ້າເທຣດໄດ້ແບບງ່າຍໆ ຄື ລາຄາຢູ່ສູງກ່ອນ Pivot point ກໍ່ຊື້ ຕໍ່າກວ່າ Pivot point ກໍ່ຂາຍ ຕາມໄປ SL ແຕ່ສູງ ຫຼື ຕໍ່າກວ່າຈຸດ Pivot point ງ່າຍບໍ !!

ຖ້າທ່ານເຫັນລາຄາຢູ່ໃກ້ກັບເສັ້ນແນວຕ້ານຂ້າງເທີງ ທ່ານກໍ່ຊື້ລົງມາ ແລະ ຕັ້ງ SL ສູງລະດັບແນວຕ້ານນັ້ນ ຫຼື ຖ້າທ່ານເຫັນລາຄາຢູສູງແນວຮັບ ທ່ານກໍ່ຊື້ຂື້ນໄປ ແລະ ຕັ້ງ TP ທີ່ແນວຕ້ານຂ້າງເທິງ ແລະ ຕັ້ງ SL ໄວ້ໃຕ້ແນວຮັບນັ້ນ ຫຼື ຫ່າງອອກໄປອີກແນວຮັບໜື່ງ ຊື່ງກໍ່ແລ້ວແຕ່ສະຖານະການ ແລະ ພິດຈາລະນາໃນຂະນະຂອງແຕ່ລະຄົນ
 
You cannot view this attachment.

ກໍ່ຄືກັບແນວຮັບແນວຕ້ານທົ່ວໆໄປ Pivot point ນັ້ນກໍ່ຕ້ານລາຄາບໍ່ຢູ່ຕະຫຼອດໄປ ບາງຄັ້ງລາຄາອາດຈະແລ່ນທະລຸເສັ້ນໄປເປັນ Breakout ແລະ ບາງເທື່ອລາຄາກໍ່ບໍ່ມາເທດຢູ່ເສັ້ນແນວຮັບແນວຕ້ານຕ່າງໆ ອາດຈະແລ່ນມາໜ້ອຍດຽວ ຫຼື ຢູ່ໃນໄລຍະໃກ້ຄຽງ ກໍ່ເພາະມັນບໍ່ມີຫຍັງສົມບູນແບບ ແລະ ບໍ່ມີຫຍັງແນ່ນອນ ດັ່ງນັ້ນບາງເທື່ອຖ້າທ່ານມີແຕ່ຖ້າໃຫ້ລາຄາແລ່ນມາຕຳຢູ່ເສັ້ນທ່ານກໍ່ອາດຈະພາດຈັງຫວະການເຂົ້າ order ໄດ້ ທ່ານລອງມາເບີ່ງຕົວຢ່າງກັນທີ່ EUR/USD TF M15
 
You cannot view this attachment.

ທ່ານຈະເຫັນວ່າ EUR/USD ແລ່ນຂື້ນເປັນເທຣນຢ່າງແຂງແຮງຕະຫຼອດມື້ ທ່ານເຫັນວ່າລາຄາເປີດຂື້ນເປັນ Gap ຂື້ນໄປສູງກ່ອນເສັ້ນ Pivot point ລາຄາແລ່ນຂຶ້ນຢ່າງແຂງແຮງກ່ອນທີ່ຈະໄປປັບລະດັບຫຼຸດລົງມາໃກ້ໆ ກັບ ລະດັບ R1 ແຕ່ບໍ່ມາແຕະທີ່ເສັ້ນແລ້ວໃນທີ່ສຸດກໍ່ທະລຸລະດັບ R2 ຂື້ນໄປ 50 ຈຸດ ຊື່ງຖ້າໃນກໍລະນີນີ້ທ່ານໄດ້ຕັດສີນໃຈເຂົ້າຊື້ຕອນທີ່ເຫັນລາຄາແລ່ນທະລຸເສັ້ນ R2 ຂື້ນໄປ ທ່ານກໍ່ຈະເຮັດກໍາໄລໄດ້ແຕ່ຖ້າທ່ານຖ້າທີ່ຈະໃຫ້ລາຄາມາເທດຢູ່ເສັ້ນ R1 ກ່ອນ ທ່ານຈະພາດໂອກາດໄປຢ່າງຊ່ວຍບໍ່ໄດ້ເພາະໃນຕົວຢ່າງລາຄາບໍ່ໄດ້ກັບລົງມາເທດ ຢູ່ R1 ແລະ R2 ເລີຍ ແລະ ສັງເກດວ່າລາຄາແລ່ນໄປເຖີງ R3 ເລີຍກໍ່ມີ
ຢ່າງໃດກໍ່ຕາມຖ້າທ່ານຍຶດຫຼັກການເຂົ້າ order ແບບມົ້ວ ທ່ານກໍ່ອາດຖືກຫຼອກໄດ້ຈາກການພັກໂຕຄັ້ງທຳອິດຂອງລາຄາ ຖ້າຈຸດ SL ຂອງທ່ານໃກ້ເກິນໄປລາຄາກໍ່ອາດຈະແລ່ນໄປຖືກໄດ້ ແລະຕໍ່ມາທ່ານກໍ່ອາດເຫັນວ່າລາຄາມັນທະລຸມາໄດ້ໃນທີ່ສຸດ
ຫຼັງຈາກທີ່ທ່ານຈະເຫັນວ່າລາຄາທະລຸຜ່ານແນວຕ້ານໄປແລ້ວ ມັນກໍ່ຈະກັບມາເທດເສັ້ນແນວຕ້ານທີ່ມັນຫາແຕ່ຜ່ານທະລຸໄປຄືກັນ ແລະ ສັງເກດວ່າລາຄາໄດ້ກັບໂຕໃນມື້ຕໍ່ມາໂດຍປັບໂຕລົດລົງທະລຸແນວ R3 ຕອນນີ້ກໍ່ເປັນໂອກາດໃນການເປີດຂາຍ ເມື່ອລາຄາກັບມາເທດທີ່ເສັ້ນ R3 (ຕາມຮູບ)
ຈື່ໄວ້ວ່າ ຖ້າແນວຮັບຖືກທຳລາຍມັນຈະກາຍເປັນແນວຕ້ານແທນ( ຕາມຫຼັກການ ແນວຕ້ານກາຍເປັນແນວຮັບ ແນວຮັບກາຍເປັນແນວຕ້ານ)

ບໍ່ວ່າເຮົາຈະໃຊ້ເຄື່ອງມືໃດໆກໍ່ຕາມ ໃນການເທຣດມັນກໍ່ມີຄວາມສ່ຽງຢູ່ໂດຍສະເພາະໃນຕະຫຼາດ Forex ທີ່ມີຄວາມຜັນຜວນສູງ ດັ່ງນັ້ນເຮົາຈື່ງຄວນມີເງື່ອນໄຂໃນການເທຣດ ວ່າຕອນໃດເຮົາຄວນເຮັດ ຕໍ່ໄປນີ້ເປັນຮູບຕົວຢ່າງການຕັ້ງ TP ແລະ SL
 
You cannot view this attachment.


ສັງເກດວ່າເມື່ອລາຄາແລ່ນຜ່ານແນວຕ້ານແຕ່ລະແນວໄປເຮົາຈະຂາຍ SL ໄວ້ທີ່ລຸ່ມແນວຮັບນັ້ນໆ ສ່ວນເປົ້າໝາຍລາຄາ ຫຼື TP ກໍ່ຈະເປັນແນວຕ້ານຕໍ່ໆໄປ ຫຼື ຖ້າເປັນໃນທາງກົງກັນຂ້າມກັນ ລາຄາແລ່ນລົງມາເຮົາກໍ່ຈະຂາຍ SL ໄວ້ທີ່ສູງກວ່າແນວຕ້ານ ແລ້ວ TP ທີ່ແນວຮັບຕໍ່ໆໄປ ນີ້ເປັນຫຼັກການຂັ້ນຕົ້ນງ່າຍໆ ໃນການໃຊ້ Pivot point ໃນການເທຣດ ປະໂຫຍດຂອງມັນໜ້ອຍແຕ່ຫຼາຍມະຫາສານສຳຫຼັບຄົນທີ່ຮູ້ຈັກການນຳມາປັບໃຊ້