ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

Divergence and Convergence

ເລີ່ມຈາກ Mr Chanhva PAYONG, ก.ค 16, 2025, 12:03 ຊ່ວງສວຍ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

Mr Chanhva PAYONG

  ສະບາຍດີ ທ່ານ ເທຼດເດີທັງຫຼາຍ ຂໍນໍາສະເໜີ ວິທີການເທຼດໂດຍການເບິ່ງ Divergence ວິທີນີ້ ເທຼດເດີ ມືໃໝ່ຄວນຈະຮຽນຮູ້ ໄວ້ ເພາະສາມາດສ້າງກ່ຳໄລ ໄດ້ດີຫຼາຍ, ເທຼດເດີບາງຄົນ ເທຼດມາຫຼາຍປີ ແຕ່ຍັງບໍ່ຮູ້ເລີຍວ່າ
Divergence ແລະ Convergence ຄືຫຍັງ
Divergence ເປັນການວິເຄາະທາງເທັກນິກອີກແບບໜຶ່ງ ທີ່ນິຍົມໃຊ້ກັນຫຼາຍໃນ ຕະຫຼາດ ຟໍເລັກ ຫຼື ຕະຫຼາດຫຸ້ນ ເພາະ Divergence ເປັນວິທີເທຼດ ທີ່ງ່າຍ ແລະ ເຂົ້າໃຈງ່າຍ
• Divergence ຄືການແຍກ ອອກຈາກັນ ຄວາມຂັດແຍ້ງ ກັນຂອງລາຄາ ແລະຕົວ ຊີ້ວັດ(Indicator) ໝາຍຄວາມວ່າ ທິດທາງຂອງຕົວຊີ້ວັດ Indicator ຈະຕົງກັນຂ້າມກັນ
• Convergence ຄື ການລູ່ເຂົ້າມາຫາກັນ ໃນກາວິເຄາະ ເຮົາຈະ ເຫັນວ່າ ທິດທາງຂອງລາຄາ  ແລະ ຕົວຊີ້ວັດ Indicator ຈະໄປໃນທິດທາງດຽງກັນ
ຕົວຊີ້ວັດ Indicators ທີໃຊ້ໃນການເບິ່ງ Divergence ແລະ Convergence ທີ່ໃຊ້ກັນທົ່ວໄປສ່ວນຫຼາຍຈະເປັນOscillators Indicator ຄື Indicators ທີ່ວັດການແກ່ງຂອງລາຄາໄດ້ແກ່ Relative Strength Index (RSI) ,Moving Average Convergence Divergence (Macd) , Stochastic Slow (Sto) , Commodity Channel Index ແລະ William's Percent Range (W%R)
ຕົວຊີ້ວັດເຫຼົ່ານີ້ ແມ່ນດີທີ່ສຸດສໍາລັບການເບິ່ງ Divergence ກ່ອນເທຼດ

Divergence ມີ 2 ປະເພດຄື Divergence Bullish ຄື ລາຄາສ້າງຈຸດຕໍ່າສຸດໃໝ່ (New Low) ເມື່ອທຽບກັບຈຸດຕໍ່າສຸດເກົ່າ (Low) ແຕ່ຕົວຊີ້ວັດ (indicator) ສ້າງຈຸດຕໍ່າສຸດໃໝ່ (New Low) ສູງກົ່ວຈຸດຕ່ຳສຸດເກົ່າ(Low) ເບິ່ງຮູບດ້ານລຸ່ມ


                              Bullish Divergence
                ຈາກຮູບຈະເຫັນຄວາມຊັດເຈນຂອງ Indivator ຈະເປັນບວກ

EX. Bullish Divergence Chart ເປັນ ກຼາບຂອງ GBP/USD




- ທິດໃນການເບິ່ງ Bullish Divergence ໃຫ້ໄດ້ຜົນອອກມາດີທີ່ສຸດ ຄື ເຮົາຕ້ອງລໍໃຫ້ລາຄາທີ່ລົງມາສ້າງ New Low ມີການດີດຕົວ ກັບກ່ອນຕົງຕຳແໜ່ງ New Low ຕ້ອງເກີດ Bullish Candle ຄືມີການດີດຕົວກັບແລ້ວເຮົາຈຶ່ງມາເບິ່ງ Indicator ວ່າ New Low ມັນສູງກ່ວາ Low ເກົ່າບໍ່ ຖ້າມັນສູງກ່ວານີ້ຄືສັນຍານ Bullish Divergence ເຮົາສາມາດເປີດ ອໍເດີ Buy(Long) ໄດ້ເລີຍ,
Divergence Bearish ຄື ລາຄາສ້າງຈຸດສູງສຸດໃໝ່ (New High) ສູງກ່ວາຈຸດສູງສຸດເກົ່າ (Low) ແຕ່ຕົວຊີ້ວັດ (Indicator) ສ້າງຈຸສູງສຸດໃໝ່ (New High) ຕ່ຳກ່ວາຈຸດສູງສຸດເກົ່າ (High) ເບິ່ງຮູບດ້ານລຸ່ມ




                  ຈາກຮູບຈະເຫັນວ່າ ຄວາມຊັນຂອງ ອິນດິເຄເຕີ ຈະເປັນລົບ
 Ex.
ຕົວຢ່າງກຼາບ Divergence Bearish ເປັນກຼາບ EUR/USD 4 H






ຈາກຮູບເຮົາຈະເຫັນວ່າລາຄາຂຶ້ນ ໄປສ້າງຈຸດສູງສຸດໃໝ່ທີ່ສູງກ່ວາເກົ່າ ແຕ່ອິນດິເຄເຕີກັບສ້າງຈຸດສູງສຸດຕໍ່າກ່ວາເກົ່າ ແບບນີ້ ເອີ້ນວ່າ  Divergence Bearish
ເທັກນິກໃນການສັງເກດ ໄດ່ເວີເຈັນ ປະເພດນີ້ ຄືເຮົາຕ້ອງລໍໃຫ້ລາຄາຫຍຸດນິ້ງກ່ອນ ຢ່າ ໄປສວນຄະນະທີມັນ ກໍ່າລັງພຸ່ງຂຶ້ນເດັດຂາດ ຕ້ອງລໍໃຫ້ມີການກັບຕົວເລັກນ້ອຍໂດຍເບິ່ງຈາກແທ່ງທຽນຖ້າມີແທ່ງທຽນກັບຕົວ Bearish Candle , Reverse Candle ແລະ ມາເບິ່ງທີ່  Indicator ຖ້າມັນຕໍ່າກົ່ວ High ເກົ່າ ເຮົາກໍ່ສາມາດ Sell (Short) ໄດ້ເລີຍ