ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

> Boillinger brand

ເລີ່ມຈາກ Mr Chanhva PAYONG, ก.ค 16, 2025, 12:08 ຊ່ວງສວຍ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

Mr Chanhva PAYONG

> Boillinger brand
BOLLINGER BANDS

Bollinger Bands ຈະຄ້າຍຄືກັບ Moving Average Envelope ແຕກຕ່າງກັນທີ່ Envelope ຖືກ Plot ໂດຍໃຊ້ເປີເຊັນທີ່ແນ່ນອນ ໂດຍ Plot ໄວ້ເໜືອເສັ້ນ ແລະ ໃຕ້ເສັ້ນ Moving Average ໃນຄະນະທີ່ Bollinger Bands ຖືກ Plot ໂດຍໃຊ້ເສັ້ນກົ່ງມາດຖານ (Standard Deviation) ໂດຍ Plot ໄວ້ເໜືອ ແລະ ໃຕ້ເສັ້ນ Moving Average ເພາະເສັ້ນບ່ຽງເບນມາດຕະຖານ ໃຊ້ວັດຄວາມປ່ຽນແປງ Bollinger Bands ຈະຂະຫຍາຍກ້ວາງຂຶ້ນ ໃນຂະນະ ທີ່ຕະຫຼາດມີການ ປ່ຽນແປງ ແລະ ຫົດລົງໃນຊ່ວງທີ່ຕະຫຼາດ ອ່ອນຕົວ
BOLLINGER BANDS ເປັນຂອບການຊື້ຂາຍທີ່ມີ ໄລຍະຫ່າງຈາກຄ່າ ສະເລ່ຍເຄື່ອນທີ່ ທີ່ປ່ຽນແປງໄປ ຕາມການເຄື່ອນໄຫວຂອງລາຄາ ເຊິ່ງເທົ່າກັບ 2 ເທົ່າຂອງຄ່າບ່ຽງເບນມາດຕະຖານ (STANDARD DEVIATION) ແລ້ວຂຽນເສັ້ນຄູ່ໄປກັບເສັ້ນ ຄ່າສະເລ່ຍເຄື່ອນທີ່ທັງດ້ານເທິງ ແລະ ດ້ານລຸ່ມ ເມື່ອມີການເຄື່່ອນທີ່ຂອງຫຸ້ນຢ່າງຮຸນແຮງ ຊ່ອງການຊື້ຂາຍຈະຂະຫຍາຍຕົວ ຫ່າງອອກຈາກກັນ ແຕ່ ຖ້າມີການເຄື່ອນໄຫວຂອງລາຄານ້ອຍ ຊ່ອງການຊື້ຂາຍ ຈະບີບຕົວແຄບລົງ




BOLLINGER BANDS ເປັນເຄື່ອງມືວິເຄາະຫຸ້ນຊະນິດໜຶ່ງ ທີ່ພັດທະນາຈາກ ເສັ້ນຄ່າສະເລ່ຍເຄື່ອນທີ່ ແບບລ້ອມວົງ (MOVING AVERAGE ENVELOPES) ໂດຍ ຈອນ ບອຍລິງເຈີ (JOHN BOLLINGER) ໄດ້ທົດລອງໃຊ້ຊ່ວງເວລາຕ່າງໆ ຕັ້ງແຕ່ 5 ວັນ ເຖິງ 200 ວັນໃນການຂຽນເສັ້ນ  BOLLINGER BANDS ເຮັດໃຫ້ລາວຮູ້ວ່າ ການໃຊ້ຈຳນວນວັນທີ່ນ້ອຍກ່ວາ 10 ວັນ ນັ້ນບໍ່ດີເທົ່າທີ່ຄວນ ແລະ ລາວເຫັນການໃຊ້ 20 ວັນ ໃນການຄຳນວນນັ້ນດີທີ່ສຸດ ສ່ວນເວລາທີ່ຫຼາຍກ່ວາ 50 ວັນ ເໝາະ ສຳລັບໄລຍະຍາວ

BOLLINGER BANDS ໃຊ້ໃນການວິເຄາະຫາຄ່າຫຸ້ນໄດ້ດັ່ງນີ້
1. ຖ້າມີຈຸດຕໍ່າສຸດເກີດຂຶ້ນນອກຊ່ວງການຊື້ຂາຍ ແລ້ວຕາມດ້ວຍຈຸດຕໍ່າສຸດທີ່ເກີດຂຶ້ນ ພາຍໃນຊ່ວງການຊື້ຂາຍ ສະແດງເຖິງ ການເກີດໂອກາດ ກັບຕົວຂອງແນວໂນ້ມ ຈາກລົງມາເປັນຂຶ້ນ (ເປັນສັນຍານໃຫ້ຊື້ ຈຸດA)
 
 2. ໃນທາງກັບກກັນ ຖ້າມີຈຸດສູງສຸດ ທີ່ເກີດຂຶ້ນ ນອກຊ່ອງການຊື້ຂາຍ ແລ້ວຕາມດ້ວຍຈຸດສູງສຸດ ທີ່ເກີດຂຶ້ນພາຍໃນຊ່ອງການຊື້ຂາຍ ສະແດງເຖິງການເກີດໂອກາດກັບຕົວ ຂອງແນວໂນ້ມ ຈາກຂຶ້ນເປັນລົງ (ເປັນສັຍຍານໃຫ້ຂາຍ)
 
 3.. ລາຄາທີ່ເພີ່ມຂຶ້ນຈົນເຖິງ ເສັ້ນຮອບເທິງ ແລ້ວປັບຕົວລົງມາຕັດກັບເສັ້ນ ຄ່າສະເລ່ຍ (ເສັ້ນກາງ) ສະແດງວ່າ ແນວໂນ້ມລາຄາປ່ຽນເປັນລົງ (ເປັນສັນຍານໃຫ້ຂາຍ)
 
 4. ໃນທາງກົງກັນຂ້າມ ລາຄາທີ່ກົ່ງລົງຈົນ ຊົນເສັ້ນ ຂອບລຸ່ມ ແລ້ວປັບຕົວ ສູງຂຶ້ນມາຕັດກັບເສັ້ນຄ່າສະເລ່ຍ (ເສັ້ນກາງຈຸດ C) ສະແດງວ່າ ແນວໂນ້ມລາຄາປ່ຽນເປັນຂຶ້ນ (ເປັນສັນຍານໃຫ້ຊື້ ຈຸດB)
ສະຫຼຸບແລ້ວ ບອບລິງເຈີ ກໍ່ປຽບເໝືອນໝາກປູມເປົ້າທີ່ຫຸ້ມຫໍ່ເຂັມໄວ້ ເມື່ອ ເຂັມເຄື່ອນຕົວຂຶ້ນໄປແທງຂອບດ້ານເທິງ ປູມເປົ້າກໍ່ຈະແຕກ ແລະ ຈະເຮັດໃຫ້ເຂັມກັບຕົວ (ນີ້ເປັນສັນຍານ ຂາຍ) ແລະ ເມື່ອເຂັມກັບຕົວເຄື່ອນລົງມາແທງຂອບປູມເປົ້າດ້ານລຸ່ມ ກໍ່ຈະເຮັດໃຫ້ ປູມເປົ້າແຕກ ແລະ ຈະເຮັດໃຫ້ເຂັມກັບຕົວ (ນີ້ເປັນສັນຍານ ຊື້) ພຶດຕິກຳຈະເປັນລັກສະນະນີ້ ໄປຕະຫຼອດ ແລະ ເພື່ອຄວາມແມ່ຍຳຫຼາຍຂຶ້ນ ເທຼດເດີ ຄວນໃຊ້ ອິນດິເຄເຕີຕົວອື່ນມາວິເຄາະຮ່ວມນຳຈະເຮັດໃຫ້ຜົນໄດ້ຮັບດີຍິ່ງຂຶ້ນ.