ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

12 ວິທີຄິດ ກ່ອນລົງມືເທຼດ.

ເລີ່ມຈາກ Mr Chanhva PAYONG, ก.ค 22, 2025, 11:53 ຊ່ວງເຊົ້າ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

Mr Chanhva PAYONG

12 ວິທີຄິດ ກ່ອນລົງມືເທຼດ.
1. ຮຽນຮູ້ພື້ນຖານ

ຟັງເປັນເລື່ອງພື້ນໆ ແຕ່ເທຼດເດີ ມືໃໝ່ສ່ວນຫຼາຍມັກຈະແລ່ນເຂົ້ໄປໃນສະມໍລິພູມ ກ່ອນທີ່ຈະຮູ້ວ່າອັນໃດເປັນອັນໃດ ແລະ ແນ່ນອນວ່າມັກຈະເກີດຄວາມຜິດພາດ ແລະ ເສຍຫາຍຂຶ້ນກັບພວກເຂົາ ເລົ່ານັ້ນ ຢ່າງທີ່ເຮົາເຫັນກັນເລື້ອຍໆ  ວ່າມືໃໝ່ມັກລ້າງພ໋ອດກັນເລື້ອຍໆ ລ້າງແລ້ວລ້າງອີກ ສະນັ້ນທີ່ມືໃໝ່ ຄວນເຮັດ ເປັນອັນດັບທໍາອິດຄື "ຮຽນຮູ້ພື້ນຖານ" ກ່ອນທີ່ຈະໂດດເຂົ້າມາໃນຕະຫຼາດຢ່າງເຕັມຕົວ.
2. ທ່ານຈະບໍ່ລວຍໃນທັນທີ ແຕ່ປະສົບການເຮັດໃຫ້ທ່ານລວຍ
ຖ້າທ່ານເຂົາມາໃນຕະຫຼາດ Forex ເພາະຂິດວ່າຈະເຮັດໃຫທ່ານລວຍໄວ ບອກໄດ້ເລີຍວ່າ ທ່ານຂິດຜິດ ທ່ານຈະຢູ່ໃນຕະຫຼາດໄດ້ບໍ່ດົນ ແລ້ວກໍ່ຕ້ອງອອກຈາກຕະຫຼາດໄປ ເພາະ "ການເທຼດຄືທັງໝົດທີ່ກ່ຽວກັບປະສົບການ" ກໍ່ເໝືອນກັບມືອາຊີບໃນອາຊີບອື່ນໆ ທີ່ທ່ານຈະຕ້ອງຮຽນຮູ້ ການຈັດການກັບໜ້າວຽກໃນອາຊີບນັ້ນໆ ເພື່ອສະສົມປະສົບການໄປເລື້ຍໆ ງານທີທ່ານເຮັດກໍ່ຈະມີປະສິດທິພາບຫຼາຍຂຶ້ນ ແລະ ທ່ານກໍ່ຈະ ກາຍເປັນມືອາຊີບ, ເສັ້ນທາງທີ່ຈະເຮັດໃຫ້ທ່ານເປັນເທຼດເດີມືອາຊີບເປັນເສັ້ນທາງທີ່ຍາວໄກ ຕ້ອງຈິງຈັງ ແລະ ຢູ່ກັບມັນຢ່າງນ້ອຍ 1-3 ປີກ່ອນທີ່ຈະສ້າງກໍ່າໄລໄດ້ຢ່າງຕໍ່ເນື້ອງ ຈື້ໄວ້ວ່າການເທຼດ Forex ເປັນອາຊີບ ດັ່ງນັ້ນຖ້າເທຼດເດີມືໃໝ່ ຢາກຈະສ້າງກ່ຳໄລໃຫ້ໄດ້ ຄືເທຼດເດີອື່ນໆ ທີ່ເທຼດມາດົນໆ ກໍ່ຈົ່ງຮຽນຮູ້ ຝຶກປະຕິບັດ ແລະ ເກັບກ່ຽວປະສົບການ ເພື່ອວັນໜຶ່ງຂ້າງໜ້າ ທ່ານຈະເຮັດໄດ້ເປັນເໝືອນກັບເທຼດເດີມືອາຊີບທີ່ທ່ານເຫັນໃນວັນນນີ້.
3. ຜູ້ຊ່ຽວຊານເປັນເລື່ອງຕະຫຼົກ
ການຮັບຟັງຄວາມຂິດຄວາມເຫັນຈາກຜູ້ຊ່ຽວຊານ ນັ້ນເປັນສິ່ງທີ່ດີແນ່ນອນ ແຕ່ບັນຫາທີມີໃນຕະຫຼາດກໍ່ຄື ມີເທຼດເດີມືໃໝ່ ທີ່ສາມາດສ້າງກໍ່ໄລໄດ້ໃນເວລາອັນສັ້ນໆ ແລະ ຄິດວ່າຕົນເອງເປັນຜູ້ຊ່ຽວຊານເກີດຂຶ້ນທຸກອາທິດ ແລະ ຫຼາຍກ່ວານັ້ນ ຜູ້ຊ່ຽວຊານອາຍຸ 30-60 ປີ ແຕ່ງຕົວໃນຊຸດສຸດ ທີ່ອ້າງວ່າເປັນ ຜູ້ປະກອບການມືອາຊີບ ແລະ ຮຽກຮ້ອງໃຫ້ທ່ານຊື້ໜັງສືຂອງພວກເຂົາ ຄົນເລົ່ານັ້ນມັກເປັນຄົນທີ່ລົ້ມເຫຼວຈາກ ການທໍາລາຍໄດ້ຈາກຕະຫຼາດ ແລະ ຫັນມາສ້າງລາຍໄດ້ຈາກການສອນເທຼດເດີຄົນອື່ນໆ ດ້ວຍວິທີທີ່ລົ້ມເຫຼວ ຜູ້ຊ່ຽວຊານທີ່ປະກາດຕົວເອງ ມີແນວໂນ້ມທີ່ຈະ:
1. ໃຫ້ຂໍ້ມູນເກົ່າທີ່ບໍ່ສາມາດໃຊ້ການໄດ້ ພວກເຂົາຈະເປັນເທຼດເດີອາຊີບທີ່ເທຼດຢ່າງດຽວ ແລະ ພະຍາຍາມຂາຍໜັງສືໃຫ້ທ່ານ
2. ຮຽກຮ້ອງໃນລາຄາທີ່ແພງແສນແພງ ແລະ ສິ່ງທີ່ໄດ້ມາບາງທີກໍ່ໃຊ້ການຫຍັງບໍ່ໄດ້
3. ພະຍາມທີ່ຈະພິສູດວ່າເຂົາເປັນເທຼດເດີທີ່ສ້າງກ່ຳໄລໄດ້ໂດຍການໂພດພາບຂອງບັນຊີຂອງຈິງຫຼືບໍ່
4. ເປັນຄົນທີ່ເກັ່ງຄໍານວນ ເພື່ອໃຫ້ຕົນເປັນຄົນທີປະສົບຜົນສຳເລັດ ແລະ ໜ້າເຊື່ອຖື ຫຼາຍຂຶ້ນເຊັ້ນ ເທຼດໄດ້ກ່ຳໄລ 2 ຄັ້ງ ແຕ່ຂາດທຶນພຽງຄັ້ງດຽວ.
ດັ່ງນັ້ນຄວນຈະຕ້ອງລະວັງເລົ່າຜູ້ຊ່ຽວຊານບໍ່ຈິງເຫຼົ່ານີ້, ສໍາລັບເທຼດເດີມືໃໝ່ ຄວນກວດສອບໃຫ້ແນ່ໃຈວ່າອັນໃດ ຂອງຈິງ ຫຼື ປອມ ຢ່າເຊື່ອງ່າຍ
4. ວິເຄາະດ້ວຍຕົນເອງ

ການເຊື້ອຄົນອື່ນຫຼາຍອາດເຮັດໃຫ້ເຮົາເປັນລົດຕາບອດ ຢ່າງລືມວ່າເປົ້າໝາຍຂອງທ່ານຄືການເປັນເທຼດເດີທີ່ປະສົບຄວາມສໍາເລັດບໍ່ແມ່ນການເທຼດຕາມສິດທິຂອງຄົນອື່ນໆທີ່ໃຫ້ມາ.
ການທີ່ຈະເປັນເທຼດເດີໄດ້ນັ້ນ ທ່ານຕ້ອງເລືອກວິທີການເທຼດເພື່ອ ທີ່ຈະສ້າງກໍ່ໄລ ແລະ ຮຽນຮູ້ທີ່ຈະວິເຄາະ ຕະຫຼາດດ້ວຍຕົນເອງ ຄວາມສາມາດໃນການວິເຄາະຂອງທ່ານກໍ່ຈະເຮັດໃຫ້ທ່ານກາຍເປັນເທຼດເດີມືໂປຼ ການວິເຄາະດ້ວຍຕົນເອງຈະຊ່ວຍໃຫ້ທ່ານ:
1. ເປັນຄົນເພິ່ງພາຕົນເອງ
2. ຮຽນຮູ້ໃນການເທຼດຢ່າງຈິງຈັງ
ຖ້າເລືອກທີ່ຈະຫຼັບຫູຫຼັບຕາໃນການເທຼດຕາມກຼູລຼູ ແລ້ວ ທ່ານຈະສ້າງກ່ຳໄລໄດ້ຢ່າງໃດ ເມື່ອກຼູລຼູ ຢຸດແຈກເຄັດລັບ ຫຼືເຄັດລັບນັ້ນບໍ່ສາມາດສ້າງຜົນອີກຕໍ່ໄປ ທ່ານເຂົ້າໃຈແນວໃດວ່າເປັນຫຍັງເຄັດລັບມັນສ້າງຜົນສະເພາະຕອນທໍາອິດ ແຕ່ຕອນນີ້ມັນໃຊ້ງານບໍ່ໄດ້ແລ້ວ ສະນັ້ນສິ່ງທີ່ດີທີ່ສຸດສຳລັບທ່ານ ຄື "ການເພິ່ງຕັນເອງ"
5. ເຈົ້າຕຳນານເດໂມ
ຖ້າທ່ານຢາກເປັນນັກໂມຍມືອາຊີບແລ້ວ ທ່ານໄປຊື້ເກຼມຕີໂມຍມາຫຼິ້ນ ແລ້ວຝຶກຕີໂມຍດ້ວຍວີດີໂອເກຼມ ແລ້ວມັນຈະຊ່ວຍໃຫ້ທ່ານ ຕີນໂມຍເປັນໄດ້ຈັ່ງໃດ? ກໍ່ຄືກັບການເທຼດດ້ວຍບັນຊີເດໂມ ທີເຮັດໃຫ້ທ່ານຫວັງວ່າຈະຊ່ວຍໃຫ້ທ່ານເປັນ ເທຼດເດີ ທີ່ປະສົບຄວາມສຳເລັດ
ການເທຼດດ້ວຍບັນຊີເດໂມ່ເປັນເວລາ 3 ເດືອນແລ້ວ ແຕ່ບໍ່ປະສົບຄວາມສຳເລັດ ເມື່ອມາເທຼດບັນຊີຈິງກໍ່ເພາະ 2 ເທດຜົນ ຄື:
1. ເຮັດໃຫ້ມືໃໝ່ມີຄວາມໝັ້ນໃຈແບບຜິດໆ ແລະ ເຮັດໃຫ້ຊືມຊັບນິໄສທີ່ບໍ່ດີ ເພາະໃນການເທຼດ ໃນບັນຊີເດໂມ ແລະ ບັນຊີຈິງ ຈະມີຄວາມກົດດັນແຕກຕ່າງກັນ ການເທດບັນຊີຈິງມີຄວາມກົດດັນຫຼາຍກ່ວາ ຫຼາຍເທົ່າ ໃນຂະນະທີ່ເທຼດບັນຊີເດໂມ ຈະບໍ່ມີຄວາມກົດດັນເລີຍ ກໍ່ແນ່ນອນລະ ເພາະເຖິງເສຍ ເຮົາກໍ່ບໍ່ເສຍເງິນຈິງ ທ່ານເຄີຍໄດ້ຍິນ ຄຳເວົ້ານີ້ຢູ່ບໍ "ໝູສະໜາມຈິງ ສິງສະໜາມປອມ"
2. ປະສິດທິພາບຂອງບັນຊີ ເດໂມ ມັກຈະຄິດວ່າບັນຊີຈິງ ຊຶ່ງລວມເຖິງ ຄວາມໄວໃນການເປີດປິດ ອໍເດີ ລວມທັງປັດໃຈອື່ນໆອີກຫຼາຍຢ່າງ
ທາງອອກທີ່ດີທີສຸດຄືການໃຊ້ບັນຊີເດໂມໃນການຮຽນຮູ້ ພື້ນຖານ ແລະ  ການທົດສອບລະບົບ ຫຼື ຫາວິທີການຊື້ຂາຍ ແລະ ເມື່ອຕ້ອງຊື້ຂາຍຈິງ ທ່ານຄວນຈະເທຼດດ້ວຍບັນຊີຈິງ ວັນນີ້ ທ່ານສາມາດເປີດບັນຊື ຊື້ຂາຍກັບ ພວກເຮົາໄດ້ດ້ວຍເງິນຂັ້ນຕໍ່າພຽງ 50$ (ບໍ່ແມ່ນຄວາມຄິດທີ່ດີ) ດັ່ງນັ້ນຈິ່ງບໍ່ມີເຫດຜົນໃດ ໃນການທີ່ຈະບໍ່ເປີດບັນຊີຈິງ.
6. ກຳຈັດແນວໂນ້ມຄວາມສູນເສຍກ່ອນຈະເສຍຈິງ
ສິ່ງນີ້ເປັນສິ່ງທີ່ສຳຄັນທີ່ສຸດສຳລັບເທຼດເດີມືອາຊີບກໍ່ວ່າໄດ້ ເພາະເຂົາເລົ່ານັ້ນ ຖ້າບໍ່ຢຶດກົດຂໍ້ນີ້ຢ່າງເຄັ່ງຂັດ ພວກເຂົາອາດຈະບໍ່ເຖິງຈຸດນີ້,
ຖ້າທ່ານເທຼດ ເສຍຕິດຕໍ່ກັນເຖິງ 3 ຄັ້ງ ຄວນຈະໜີຫ່າງອອກຈາກ ຄ໋ອມ ແລ້ວໃຊ້ເວລາ ຢູ່ຫ່າງ ກຼາບຈັກ 2-3 ວັນ ແລະ ກັບມາເທຼດໃໝ່ ເມື່ອຫົວໃຈຂອງທ່ານໂລ່ງ ແລະ ພ້ອມທີ່ຈະກັບມາ ສູ່ຕະຫຼາດໃໝ່ ອີກຄັ້ງ ເພາະ ແນວໂນ້ມຂອງຄວາມສູນເສຍນັ້ນອັນຕະລາຍຫຼາຍ ການເລີ້ມຕົ້ນດ້ວຍການເທຼດ ເສຍເລັກໆນ້ອຍໆ ສາມາດນຳໄປສູ່ ຄວາມສູນເສຍທີ່ໃຫຍ່ຫຼາຍກົ່ວເດີມຫຼາຍເທົ່າ
7. ເຮັດຕາມຄົນສ່ວນໃຫຍ່
ເຮົາມັກຈະໄດ້ຍິນກັນເລື້ອຍໆວ່າ 90% ຂອງເທຼດເດີມືໃໝ່ນັ້ນ ຕ້ອງລົ້ມເຫຼວ ແລະ ອອກຈາກຕະຫຼາດໄປ ແລະ ສິ່ງທີ່ໄດ້ຄືການຮຽນຮູ້ ທີ່ຈະເພິ່ງຕົນເອງດ້ວຍການສຶກສາລະບົບເທຼດ ຫຼື ສຶກສາກ່ຽວກັບເຄື່ອງມືຕ່າງໆ ທີ່ຈະໃຊ້ໃນການເທຼດໃຫ້ຫຼາຍພໍ ສ້າງຄວາມເຂົ້າໃຈ ໃນຫຼັກການການທຳງານຂອງລະບົບ, ເກັບກ່ຽວປະສົບການ ແລະ ບໍ່ເປັນຜູ້ຕາມ
ຖ້າທ່ານເປັນມືໃໝ່ກໍ່ຄວນຂິດເຖິງເຫດຜັນດັ່ງຕໍ່ໄປນີ້:
1. ສ່ວນໃຫຍ່ແລ້ວເທດເດີສ່ວນໃຫຍ່ມັກຈະລົ້ມເຫຼວ
2. ຖ້າທ່ານເຮັດຕາມຄົນສ່ວນໃຫຍ່ ທ່ານກໍ່ລົ້ມເຫຼວເໝືອນຄົນສ່ວນໃຫຍ່
3. ຖ້າທ່ານເປັນຄົນສ່ວນໃຫຍ່ ທ່ານກໍ່ຈະມີແນວໂນ້ມເໝືອນພວກເຂົາ
ດັ່ງນັ້ນແລ້ວ ທ່ານບໍ່ຄວນເຮັດຕາມຄົນສ່ວນໃຫຍ່ ທີ່ລົ້ມເຫຼວເລົ່ານັ້ນ
8. ເຮັດຕາມວິທີຂອງທ່ານ
ວິທີການ ຫຼື ລະບົບເທຼດທຸກແບບ ຈະມີທັງຂໍ້ດີ ແລະ ຂໍ້້ເສຍ ບໍ່ມີວິທີການໃດ ລະບົບໃດ ຫຼື ຮູບແບບໃດ ທີ່ສາມາດສ້າງກໍ່າໄລໄດ້ 100% ຕະຫຼອດທັ້ງປີ ເຊັ່ນ ປີນີ້ມີອັດຕາຄວາມສຳເລັດ ສ້າງກໍ່າໄລໄດ້ ສະເລ່ຍທີ່  80% ແຕ່ບາງຊ່ວງກໍ່ສ້າງໄດ້ແຕ່ພຽງ 60% ແລະ ບາງຊ່ວງກໍ່ໄດ້ເຖິງ 100%
ໃນແຕ່ລະປີ ຈະມີຊ່ວງ ທີ່ດີ ທີ່ສ້າງກໍ່າໄລໄດ້ງ່າຍ ແລະ ຊ່ວງທີ່ທ່ານເທຼດເສຍ ໄດ້ງ່າຍກ່ວາປົກກະຕິປະປົນກັນໄປ ເປັນເລື່ອງປົກກະຕິ ເມື່ອທ່ານເຈີ ຊ່ວງເວລາທີ່ຕົກຕໍ່າ ຈົ່ງຢ່າສູນເສຍຄວາມເຊື່ອງໝັ້ນ ໃນລະບົບຂອງທ່ານ ບັນຫາຂອງມືໃໝ່ກໍ່ຄື ຈະລະຖິ້ມລະບົບ ແລະ ວິທີການເທຼດຂອງຕົນເອງ ແລ້ວໄປສະແຫວງຫາລະບົບສ້າງກໍ່າໄລໃໝ່ໆໄປເລື້ອຍໆ
9. ເຮັດໃຫ້ການເທຼດເປັນເລື່ອງງ່າຍ
ມັນບໍ່ມີເຫດຜົນທີ່ຈະຕ້ອງເຮັດໃຫ້ການເທຼດ ເປັນເລື່ອງທີ່ສັບຊ້ອນ ຕົວຢ່າງບາງຄົນ ອາດຈະໃຊ້ເວລາພຽງ 2-5 ຊົ່ວໂມງໃນການເທຼດ ໃນແຕ່ລະອາທິດ ແລ້ວໃຫ້ເວລາທີ່ເຫຼືອໄປມ່ວນຊື່ນກັບການໃຊ້ຊີວິດ ດັ່ງນັ້ນ ວິທີການເທຼດຂອງທ່ານກໍ່ບໍ່ມີຄວາມຈຳເປັນວ່າຈະຕ້ອງສັບຊ້ອນ ເພາະມັນກໍ່ບໍ່ໄດ້ກະລັງຕຼີ ວ່າຍິ່ງຍຸ້ງຍາກແລ້ວ ຈະເຮັດໃຫ້ໄດ້ກໍ່າໄລຫຼາຍແມ່ນບໍ່, ແລະ ການຊ່ວຍໃຫ້ການເທຼດງ່າຍຂຶ້ນນັ້ນ ຈະຊ່ວຍໃຫ້:
1. ການເທຼດນັ້ນມີປະສິດທິພາບຫຼາຍຂຶ້ນ
2. ທ່ານເຮັດວຽກນ້ອຍລົງ
3. ເຮັດໃຫ້ທ່ານຮຽນຮູ້ ໄດ້ໄວຂຶ້ນ (ເພາະທ່ານມີເວລາເຫຼືອເຟືອທີ່ຈະໃຊ້ສຶກສາເຜີ້ມເຕີມ
10. ເທຼດພຽງຄູ່ເງິນດຽວ
ກະແຈສຳຄັນທີ່ຈະປ່ຽນມືໃໝ່ໃຫ້ເປັນມືໂປຼຄື: ເຮັດໃຫ້ການເທຼດ ເປັນເລື່ອງງ່າຍ ແລະ ວິທີງ່າຍທີ່ສຸດຢ່າງໜຶ່ງ ກໍ່ຄືການເທຼດຄູ່ເງິນພຽງຄູ່ດຽວໃນຊ່ວງເວລານັ້ນໆ ເພາະມັນຊ່ວຍໃຫ້ທ່ານສາມາດພຸ່ງຄວາມສົນໃນທັງໝົດໄປທີ່ຄູ່ເງິນ ພຽງຄູ່ດຽວ ທ່ານຈະຮຽນຮູ້ເຖິງພຶດຕິກຳລາຄາຂອງຄູ່ເງິນນັ້ນ ແລະ ເຂົ້າໃຈຄວາມເຄື່ອນໄຫວຂອງມັນ ຖ້າທ່ານເທຼດ 5 ຄູ່ເງິນໃນເວລາດຽວກັນ ມັນຈະເປັນເລື່ອງທີ່ຫຍຸ້ງຍາກໃນການສຶກສາພຶດຕິກຳລາຄາຂອງແຕ່ລະຄູ່ເງິນ ເພາະແຕ່ລະຄູ່ເງິນຈະມີພຶດຕິກຳແຕກຕ່າງກັນໄປເພາະວ່າ:
1. ມີປະຕິກິລິຍາຕໍ່ຂ່າວທີ່ຕ່າງກັນ
2. ມີອັດຕາການເຄື່ອນໄຫວທີ່ແຕກຕ່າງກັນ ບາງຄູ່ກໍ່ຊ້າ ບາງຄູໍ່ກໍ່ໄວ
3. ມີການເຄື່ອນໄຫວຫຼາຍແຕກຕ່າງກັນຕາມຊ່ວງເວລາຂອງວັນ ເຊັ່ນບາງຄູ່ ຈະເຄື່ອນໄຫວຫຼາຍ ໃນຊ່ວງຕາຫຼາດສະຫະລັດ ແຕ່ບາງຄູ່ຈະເຄື່ອນໄຫວຫຼາຍໃນຊ່ວງຕະຫຼາດເອເຊຍ
4. ຕ້ອງມີການຈັດການທີ່ແຕກຕ່າງກັນໃນເວລາທີ່ຖື ອໍເດີ ບາງຄູ່ຈະແລ່ນເປັນເທຼນຍາວໆ ສາມາດຖືໄດ້ນານ ແຕ່ບາງຄູ່ຈະຜັນຜວນຖືໄວ້ຍາວບໍ່ໄດ້
ດັ່ງນັ້ນມືໃໝໆບໍ່ຄວນທີ່ຈະຫຼິ້ນເປັນຄູ່ໃນເວລາດຽວ ເພາະຈະເຜີ້ມຄວາມຄຽດໃຫ້ຫຼາຍເກີນໄປ ຄວນຫຼິນເທື່ອລະຄູ່ ຄ່ອຍໆ ສຶກສາໄປ ເທື່ອລະຄູ່ ເມື່ອທ່ານຮູ້ແລ້ວວ່າຄູ່ໃດ ເປັນແນວໃດແລ້ວ ຈຶ່ງຄ່ອຍເຜີ້ມຄູ່ເທດຂຶ້ນເທົ່າທີ່ທ່ານຄິດວ່າຈະສາມາດຈັດການກັບມັນໄດ້.
11. ເທຼດໃນທາມເຟມດຽວ
ເພາະການເທຼດໃນ ທາມເຟມດຽວເປັນສິ່ງທີ່ເຮັດໃຫ້ການເທຼດຂອງທ່ານງ່າຍຂຶ້ນ ການເທດໃນ ທາມເຟມດຽວມີປະໂຫຍດຫຼາຍຢ່າງ:
1. ຊ່ວຍໃຫ້ທ່ານມີສະມາທິໃນການເທຼດໃນເວລານັ້ນໆ ແລະ ລົດຄວາມສັບສົນໃນການເທຼດພ້ອມກັນໃນຫຼາຍທາມເຟມໄດ້
2. ທ່ານເບິ່ງກຼາບນ້ອຍລົງ ເພາະຈະເບິ່ງພຽງ ທາມເຟມດຽວ ຈຶ່ງຊ່ວຍໃຫ້ມີປະສິດທິພາບຫຼາຍຂຶ້້ນ ໃນການວິເຄາະກຼາບ ສາມາດຫາສັນຍານທີ່ສັດເຈນໄດ້
3. ບໍ່ຕ້ອງວິເຄາະ ກຼາບ ຫຼາຍເກີນໄປໃນຫຼາຍ ທາມເຟມ ຊຶ່ງອາດຈະໃຫ້ສັນຍານທີ່ຂັດແຍ່ງກັນ ແລ້ວ ທ່ານກໍ່ຈະສັບສົນກັບສັນຍານເຫຼົ່ານັ້ນໄດ້
4. ມັນເຮັດໃຫ້ຊີວິດຂອງທ່ານງ່າຍຂຶ້ນ
ຈຳໃຫ້້ຂຶ້ນໃຈວ່າ ສິ່ງເຫຼົ່ານີ້ຄືການເຮັດທຸກຢ່າງໃຫ້ມັນງ່າຍຂຶ້ນ ໃນການເທຼດ ຫາກທ່ານເທຼດຄູ່ດຽວ ໃນທາມເຟມດຽວກໍ່ເທົ່າກັບທ່ານຕ້ອງເບິ່ງກຼາບດຽວ ມືໃໝ່ບໍ່ຈຳເປັນທີ່ຈະຕ້ອງເຮັດຫຍັງຫຼາຍໃຫ້ຫຍຸ້ງຍາກ ຈົນກ່ວາທ່ານຈະກາຍເປັນມືໂປຼ ແລະ ສ້າງກໍ່າໄລໄດ້ຢ່າງຕໍ່ເນື່ອງ
12. ກາບທີ່ສະອາດຕາ
ສ່ວນຫຼາຍມືໃໝ່ຢາກຈະໃຊ້ Indicators ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ເອົາມາໃສ່ຈົນເຕັມກຼາບໄປໝົດ ເພາະຄິດວ່າຈະຊ່ວຍບອກໄດ້ເຖິງຄວາມແມ່ຍຳ ເຊິ່ງມັນບໍ່ຈິງ ເມື່ອເທຼດເດີມີປະສົບການຫຼາຍຂຶ້ນ  Indicators ໃນກາບຂອງພວກເຂົາຈະລົດລົງໄປເລື້ອຍໆ ເພາະ Indicators ຍິ່ງຫຼາຍເທົ່າໃດກໍ່ຍິ່ງໃຫ້ສັນຍານທີ່ສັບສົນຫຼາຍເທົ່ານັ້ນ:
1. ເພີມຄວາມຫຍຸ້ງຍາກໃຫ້ກຼາບ ຢາກທີ່ຈະອ່ານສັນຍາລັກໄດ້
2. ເຮັດໃຫ້ເກີດຄວາມສັບສົນໃນການຕັດສິນໃຈ
3. ເພີ່ມແນວໂນ້ມວ່າຈະມີສັນຍານທີ່ຂັດແຍ້ງກັນຫຼາຍຂຶ້ນ
4. ກຼາບເບິ່ງແລ້ວຫຍຸ້ງເກີນໄປ
ເຮົາຈະເຫັນໄດ້ວ່າມືໂປຼສ່ວນໃຫຍ່ຈະເທຼດດ້ວຍກຼາບທີ່ສະອາດ ແມ້ວ່າຈະມີ Indicators ຢູ່ ແຕ່ກໍ່ບໍ່ຫຼາຍ ອາດຈະພຽງເສັ້ນMoving Average ຄູ່ສັນຍານແທ່ງທຽນ ແນວຮັບແນວຕ້ານ ພຽງແຕ່ພື້ນຖານເທົ່ານີ້ເຂົາກໍ່ສາມາດສ້າງກໍ່າໄລໄດ້ແລ້ວ ແລ້ວທ່ານລະ ກ່ອນເຂົ້າມາໃນຕະຫຼາດເຕັມຕົວ ທ່ານໄດ້ຮຽນຮູ້ພື້ນຖານກັນແລ້ວບໍ?