ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

Moving Average

ເລີ່ມຈາກ Mr Chanhva PAYONG, ก.ค 26, 2025, 09:05 ຊ່ວງສວຍ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

Mr Chanhva PAYONG

 
> Moving Average
Moving Average ຫຼື ເສັ້ນຄ່າສະເລ່ຍ ເປັນເສັ້ນທີ່ຄຳນວນຄ່າສະເລ່ຍ ຂອງການແລ່ນຂອງລາຄາອອກມາຈາກ ແທ່ງທຽນ ແທ່ງທຽນຈະປະກອບໄປດ້ວຍ COLH ຫຼື Close Open Low High ເສັ້ນຄ່າສະເລ່ຍ ຈະຄຳນວນອອກມາຈາກ ແນວເຫຼົ່ານີ້ ໂດຍຜູ້ ເທຼດ ສາມາດເລືອກໄດ້ວ່າ ຢາກໃຫ້ເສັ້ນຄ່າສະເລ່ຍຄຳນວ, ອາດຈະເປັນ Close ຂອງແທ່ງທຽນຢ່າງດຽວ ຫຼື ເອົ່າຈາກ High ຂອງແທ່ງທຽນ ຢ່າງດຽວ ເຊິ່ງ ຜູ້ເທຼດສາມາດປັບໄດ້ຕາມຮູບລົ່ມນີ້
 Close = ຈຸດປິດຂອງແທ່ງທຽນ
Open = ຈຸດເປີດຂອງແທ່ງທຽນ
High = ຈຸດສູງສຸດຂອງແທ່ງທຽນ
Low = ຈຸດຕໍ່າສຸດຂອງແທ່ງທຽນ
 Medium Price (HL/2) = ເອົາຄ່າລະຫວ່າງ High ແລະ Low ມາບວກກັນ ແລ້ວ ຫານດ້ວຍ 2
Typical Price (HLC/3) = ເອົາຄ່າລະຫວ່າງ High,Low ແລະ Close ມາບວກກັນແລ້ວຫານ ດ້ວຍ 3
Weighted Close (HLCC/4) = ເອົາຄ່າລະຫວ່າງ High, Low, Close, Close ມາບວກກັນແລ້ວຫານ ດ້ວຍ 4
 ກົນລະຍຸດການລົງທຸນນັ້ນ ຈະກຳນົດເສັ້ນຄ່າສະເລ່ຍ ໃນຈໍານວນວັນ ທີ່ແຕກຕ່າງກັນ ຂຶ້ນຢູ່ກັຍໄລຍະເວລາ ການລົງທຸນ ຂອງແຕ່ລະບຸກຄົນ ຫຼື ຮອບການເຄື່ອນທີ່ ຂອງລາຄາຕົວນັ້ນວ່າກຳນົດດ້ວຍເສັ້ນສະເລ່ຍເທົ່າໃດ ທີ່ໜ້າຈະໄດ້ ຜົນຕອບແທນສູງ ທີ່ສຸດ ຜູ້ເທຼດ ສາມາດຕັ້ງຄ່າຂອງເສັ້ນສະເລ່ຍໄດ້ໃນຊ່ອງ "Period" ໂດຍເສັ້ນຄ່າສະເລ່ຍທີ່ໃຊ້ກັນທົ່ວໄປມີຄື: ເສັ້ນ
5 ວັນ                ໃຊ້ສໍາລັບການລົງທຶນໄລຍະສັ້ນ
10 ສັນ              ໃຊ້ສຳລັບການລົງທຶນໄລຍະສັ້ນ
25 ວັນ              ໃຊ້ສຳລັບການລົງທຶນໄລຍະຂອ້ນຂ້າງປານກາງ
75 ວັນ              ໃຊ້ສຳລັບການລົງທຶນໄລຍະກາງ
200 ວັນ           ໃຊ້ສຳລັບການລົງທຶນໄລຍະຍາວ
 ຊະນິດຂອງເສັ້ນ Moving Average
 ເສັ້ນຄ່າສະເລ່ຍທີ່ເທຼດເດີນິຍົມໃຊ້ກັນມີຢູ່ 2 ປະເພດ ຄື:
1.   Simple Moving Average (SMA)
2.   Exponential Moving Average (EMA)
Simple Moving Average ໜ້າທີຂອງມັນຄື ຫາຄ່າສະເລ່ຍ ລາຄາ ໃນຊ່ວງເວລາທີ່ເຮົາກຳໜົດ ສ່ວນ EMA ຍໍ່ມາຈາກ Exponential Moving Average ເຊິ່ງໜ້າທີ່ຂອງມັນຄື ເປັນການຫານຄ່າສະເລ່ຍ ຖ່ວງນໍ້າໜັກ ໂດຍການໃຫ້ ຄວາມສຳຄັນກັບຄ່າຕົວໜຶ່ງທີ່ຊື່ SMOOTHING FACTOR ສູດມັນກໍ່ມີວ່າ 2/(n+1) ທີ່ມີຜົນຕໍ່ການປ່ຽນແປງຂອງລາຄາ ແລະ ຖ່ວງນໍ້າໜັກ ໃຫ້ຄ່າສຸດທ້າຍມີຄວາມສຳຄັນເຜີ້ມຂຶ້ນ
 ແລ້ວ SMA ກັບ EMA ຕ່າງກັນແນວໃດ?
 ການເຄື່ອນທີ່ຂອງ SMA ຈະຊ້າກົ່ວ EMA ໂດຍຖ້າເຮົາຈະຫຼິ້ນແບບ ຕັດກັນແລ້ວເຂົາ ເຮົາກໍ່ໃຊ້ EMA ຈະໃຫ້ຄວາມແມ່ນຍຳກວ່າ ສ່ວນ SMA ນັ້ນ ມັນຈະເປັນແນວຮັບ ແນວຕ້ານໃຫ້ເຮົາໄດ້ດີກວ່າ ເພາະເປັນການຄໍານວນຖານຕົ້ນທຸນ ຂອງນັກລົງທຸນ ຈິງໆ ແຕ່ລາຄາຂອງຄູ່ເງິນບາງຕົວກໍ່ໃຊ້  EMA ດີກວ່າ SMA ຫຼື SMA ດີກວ່າ EMA ມັນກໍ່ຂຶ້ນຢູ່ກັບ ວ່າເຮົາເລືອກ ຈຸດປະສົງອັນໃດ ( ທີ່ດີແລ້ວຕົວ SMA ໃຊ້ເປັນພຽງແນວຮັບແນວຕ້ານທຳມະດາ )
 ຕົວຢ່າງການໃຊ້ Moving Average
 ເສັ້ນຄ່າສະເລ່ຍທີ່ໃຊ້ໂດຍສ່ວນໃຫຍ່ຈະມີ EMA 5 10 ສອງເສັ້ນ ນີ້ຈະເອົາໄວ້ເບິ່ງການຕັດກັນເພື່ອເຂົ້າ ອໍເດີ ແລະ EMA 55 110 220 ສາມເສັ້ນນີ້ຈະເອົາ ໄວ້ເປັນ ແນວຮັບ ແນວຕ້ານ
1.  ຖ້າຫາກວ່າລາຄາແມ່ນຢູ່ໃນ ຂາຂຶ້ນ uptrend ແລ້ວມີການປັບຕົວລົງມາ ເສັ້ນສະເລ່ຍ 55 110 220 ຈະກາຍເປັນແນວຮັບ ທັນທີ, ຖ້າລາຄາບໍ່ສາມາດຜ່ານສາຍເຫຼົ່ານັ້ນ ລາຄາກໍ່ຈະ ກັບຕົວຂຶ້ນໄປສູ່ແນວໂນ້ມ ຂາເຂົ້າເດີມອີກຄັ້ງ ແລະ ຖ້າຫາກວ່າລາຄາສາມາດທະ ລຸຜ່ານເສັ້ນຄ່າສະເລ່ຍ 55 110 220 ລົງມາໄດ້ແນວໂນ້ມ ກໍ່ຈາກການມາເປັນ ຂາລົງ downtrend ທັນທີ
2. ຖ້າແນວໂນ້ມຢູ່ໃນຊ່ວງແນວໂນ້ມຂາລົງລາຄາມີການປັບຕົວ ຂຶ້ນໄປ (ປັບຖານ) ເສັ້ນສະເລ່ຍ 55 110 220 ຈະກາຍເປັນແນວຕ້ານຂອງລາຄາທັນທີ ຫຼື ເຮົາອາດຈະເອີ້ນວ່າ ເສັ້ນແນວໂນ້ມຂາລົງ Downtrend.
 ຕົວຢ່າງຈາກເສັ້ນແນວໂນ້ມຂາຂຶ້ນ
 
ຕົວຢ່າງຈາກເສັ້ນແນວໂນ້ມຂາລົງ