ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

Moving Average Convergence-Divergence (CDMA)

ເລີ່ມຈາກ Mr Chanhva PAYONG, ก.ค 26, 2025, 09:06 ຊ່ວງສວຍ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

Mr Chanhva PAYONG

 
> Moving Average Convergence-Divergence (CDMA)
Moving Average Convergence Divergence (MACD)
MACD ເປັນເຄື່ອງມືທີ່ເຄື່ອນທີ່ໄປໃນທິດທາງດຽວກັບລຄາ (TREND FOLLOWING) ສາມາດໃຊ້ວັດລະດັບ (DEGREE) ຕະຫຼາດວ່າເປັນຕະຫຼາດຂາຂຶ້ນ ຫຼື ຂາລົງຕາມມາດຖານສຳລັບ MACD ຢູ່ມທີ່ 12,26,9 ຜູ້ເທຼດສາມາດໃຊ້ MACD ເພື່ອຊ່ວຍໃນການລະບຸ ພຶດຕິກຳຂອງເທຣນ ຫຼືລາຄາໄດ້ ເຊັ່ນ ລາຄາກຳລັງເປັນເທນ ລາຄາກຳລັງສະລໍຕົວ ຫຼືສະສົມແຮງ ຫຼື ລາຄາກຳລັງ ຈະກັບຕົວ MACD ມີສ່ວນປະກອບ ຢູ່ 3 ຢ່າງຄື:
1. ເສັ້ນ Moving Average
2. ແທ່ງ Histogram
3. ເສັ້ນ Zero Line
  MACD ແບບ Histogram ສາມາດບອກຜູ້ເທຼດໄດ້ເຖິງ ພາວະຂອງເທຣນ ຊຶ່ງມີຢູ່ 3 ສະຖານະຄື
1. ສະພາວະທີ່ກຼາບເປັນເທຣນ
2. ສະພາວະທີ່ກຼາບເປັນຕົວສະລໍ
3. ສະພາວະທີ່ກຼາບກັບຕົວ
ສັນຍານຈາກ MACD ແບບ Histogram ທີ່ບົ່ງບອກວ່າລາຄາເປັນເທຣນຂຶ້ນ (UPTREND) ເມື່ອກຸ່ມຂອງແທ່ງ Histogram ສາມາດຢືນເໜືອເສັ້ນ Moving Average ໃນ MACD ໄດ້ ແລະ ເສັ້ນ Moving Average ໃນ MACD ແລະ ກຸ່ມຂອງ Histogram ສາມາດຢືນເໜືອເສັນ Zero Line ໄດ້ ຈາກນັ້ນແທ່ງ Histogram ລູ່ຂຶ້ນເລື້ອຍໆ
  ສັນຍານຈາກ MACD ແບບ Histogram ທີ່ບົ່ງບອກວ່າລາຄາກໍ່ລັງຊະລໍຕົວ (UPTREND SIDEWAY) ກຸ່ມຂອງ Histogram ຢູ່ຕ່ຳກວ່າເສັ້ນ Moving Average ໃນ MACD ແລະ ເສັ້ນ Moving Average ໃນ MACD ແລະ ກຸ່ມຂອງ Histogram ສາມາດຢືນເໜືອເສັ້ນ  Zero Line ໄດ້
 
ສັນຍານຈາກ MACD ແບບ Histogram ທີ່ບົ່ງບອກວ່າລາຄາກຳລັງກັບຕົວ ຈາກເທຣນຂຶ້ນເປັນລົງ (Reversal) ເມື່ອກຸ່ມຂອງ Histogram ຢູ່ຕ່ຳກົ່ວເສັ້ນ Moving Average ໃນ MACD ຈາກນັ້ນແທ່ງ Histogram ລູ່ລົງເລື້ອຍໆ ແລະ ເສັ້ນ Moving Average ໃນ MACD ແລະ ກຸ່ມຂອງ Histogram ສາມາດຢືນຢູ່ໃຕ້ເສັ້ນ Zero Line
 
ວິທີເທຼດຈາກ MACD
ຜູ້ເທຼດບໍ່ຈຳເປັນຕ້ອງລໍໃຫ້ Histogram ຫຼື ເສັ້ນ Moving Average ໃນ MACD ຕັດ Zero Line ເມື່ອເຫັນ Histogram ເລີ້ມຕັດກັບເສັ້ນ Moving Average ຜູ້ເທຼດ ສາມາດເທຼດ ຕາມທາງ ນັ້ນໄດ້ ເລີຍ ເພາະມັນຈະເປັນລາຄາໃນພາວະຊະລໍຕົວພໍດີ