ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

EMA200

ເລີ່ມຈາກ Mr Chanhva PAYONG, ก.ค 26, 2025, 09:08 ຊ່ວງສວຍ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

Mr Chanhva PAYONG


> EMA200
ເທຼດດ້ວຍ EMA200 ກັບ MACD
ຖ້າເວົ້າເຖິງ MACD ຄົງບໍ່ມີເທຼດເດີໃດທີ່ບໍ່ຮູ້ຈັກ MACD ເປັນເຄື່ອງມືທີ່ ຄາດສິກ ຕະຫຼອດການ ເປັນທີ່ນິຍົມກັນຫຼາຍບໍ່ວ່າຈະເປັນ ເທຼດເດີ ຫຼຸ້ນໃໝ່ ຫຼື ຫຼຸ້ນໃຫຍ່ ຫຼັກການປະຕິບັດງານໂດຍທົ່ວໄປຂອງ MACD ສາມາດເຂົ້າໄປເບິ່ງໄດ້ທີ່ບົດຄວາມ MACD ໃນສ່ວນນີ້ເຮົາຈະໃຊ້ເຄື່ອງມື  2 ຢ່າງຄື EMA200 ແລະ MACD ໂດຍຄ່າພື້ນຖານຄື 12,26,9
ຮູບແບບການເທຼດ ແບບແລກຄື ການເທຼດ ເມື່ອຢູ່ໃນເທຣນທີ່ສັດເຈນ ຈາກພາບຕົວຢ່າງ EMA200 ບອກເຮົາວ່າລາຄາຢູ່ໃນເທຣນຂາລົງ ແລ້ວເຮົາໃຊ້ສັນຍານຈາກ MACD ເພື່ອລະບຸ ຈຸດເຂົ້າ – ອອກ ອໍເດີ ຂອງເຮົາ ພິຈາລະນາຈາກພາບຕົວຢ່າງຕໍົ່ໄປນີ້
 
ຕາມຕົວຢ່າງເປັນລາຄາຢູ່ໃນເທຣນ ຂາລົງ ເຮົາຈະເຂົ້າຂາຍ ຢ່າງດຽວ (ເທຼດຕາມເທຣນ) ແລະ ຈະເຂົ້າເມື່ອ Histoream ຂອງ MACD ປັບຕົວລົດລົງ ຕ່ຳກວ່າລະດັບຂອງ ເສັ້ນ MA ຫຼື ເຮົາອາດຈະລໍໃຫ້ Histogram ລົງໄປຢູ່ຕ່ຳກວ່າລະດັບ  Zero Line ກໍ່ໄດ້ເຊິ່ງນັ້ນຈະເປັນການຢືນຢັນວ່າແນໆແລ້ວ, ໂດຍສ່ວນຕົວແລ້ວຈະບໍ່ລໍ ຈະເຂົ້າຕັ້ງແຕ່ຈັ້ງຫວະ ທໍາອິດຕາມພາບ ແລະ ເມື່ອມີການຢືນຢັນກໍ່ຈະເປີດ ອໍເດີຊໍ້າເຂົ້າໄປອີກ ແຕ່ເທຼດເດີ ບາງຄົນທີ່ເກັ່ງກໍ່ຈະລໍໃຫ້ມີການຢືນຢັນ ກ່ອນຈຶ່ງຄ່ອຍເຂົາ ແລະ ການອອກຈາກ ອໍເດີ ເຮົາຈະອອກເມື່ອ Histogram ຂອງ MACD ປັບລະດັບຂຶ້ນຢູ່ເໜືອເສັ້ນ MA ເປັນການອອກແບບ ເຊບ ກໍ່າໄລ, ຈະເຂົ້າ ອໍເດີໃໝ່ເມື່ອມີສັນຍານບອກໃໝ່ ສ່ວນໃນການເທຼດ ເມື່ອເປັນ ເທຣນ ຂາຂຶ້ນກໍ່ໃຊ້ຫຼັກການເທຼດຢ່າງດຽວກັນ ລອງພິຈາລະນາຕົວຢ່າງດ້ານລຸ່ມ
 
ເມື່ອລາຄາເປັນ Sideway ລາຄາຈະແລ່ນຂຶ້ນລົງພັນພົວຕາມເສັ້ນ EMA 200 ທີ່ເກືອບຈະບໍໍ່ມີຄວາມສັດເຈນເລີຍ ແລະ Histogram ຂອງ MACD ກໍໍ່ແຄບ ແລະ ນ້ອຍຫຼາຍ ດັ່ງນັ້ນເຮົາຈະລໍໃຫ້ ລາຄາຕັດຜ່ານເສັ້ນ EMA200 ຢ່າງສັດເຈນ ແລະ Histogram ຂອງ MACD ມີຂະໜາດກ້ວາງ ຂຶ້ນ ແລະ ຢູ່ສູງກວ່າເສັ້ນ MA (ໃນກໍລະນີທີ່ເປັນ ເທຣນຂາຂຶ້ນຕາບພາບຕົວຢ່າງ)
 
ລັກສະນະຂອງເທຣນທີ່ອອ່ນແອ ນອກຈາກຈະສັງເກດໄດ້ຈາກຄວາມຊັນຂອງ EMA200 ແລ້ວ ເຮົາຍັງສາມາດເບິ່ງສັນຍານຢືນຢັນຄວາມອອ່ນແອຂອງເທຣນໄດ້ຈາກ MACD ດ້ວຍ ໃນພາບ ຕົວຢ່າງ ປັນການຢືນຢັນ ເທຣນທີ່ອອ່ນແອດ້ວຍສັນຍານ Divergence ຂອງ MACD ເປັນການເຕືອນໃຫ້ເຮົາຕຽມຕົວອອກຈາກອໍເດີ ແລະ ມີແນວໂນ້ມທີ່ເທຣນຈະມີການປ່ຽນທິດ
 
ແຕ່ນອກຈາກ Divergence ຈະເຕືອນ ເຮົາວ່າຈະມີການປ່ຽນ ແນວໂນ້ມແລ້ວ ໃນບາງຄັ້ງກໍ່ອາດຈະເປັນແຕ່ສັນຍານການພັກຕົວຂອງເທຣນທີ່ອອ່ນແອ ກ່ອນຈະທີແຮງໄປຕໍ່ໃນທິດທາງເດີມ ດັ່ງນັ້ນ ເຮົາກໍ່ຄວນ ມີການວາງແຜນ ຮັບມືທີ່ດີ ເພື່ອຮອງຮັບເຫດການທີ່ອາດຈະເກີດຂຶ້ນດ້ວຍ.
ການເທຣນດ້ວຍ EMA200 ແລະ Parabolic SAR
Parabolic SAR ເປັນເຄື່ອງມືພື້ນຖານອີກຕົວໜຶ່ງ ຫຼັກການທໍສງານໂດຍທົ່ວໄປ ຄື ບອກແນວໂນ້ມ ແລະ ຈຸດທີ່ຈະມີການປ່ຽນແນວໂນ້ມໄດ້ ດ້ວຍເມັດໄຂ່ປານ້ອຍໆ ທີ່ລຽງກັນ ຖ້າຈຸດໄຂ່ປາຢູ່ດ້ານເທິງ ສະແດງວ່າ ແນວໂນ້ມຂາລົງແລະ ຖ້າຈຸດໄຂ່ປາຢູ່ດ້ານລຸ່ມສະແດງວ່າ ແນວໂນ້ມຢູ່ຂາຂຶ້ນ ຈຸດໄຂ່ປານີ້ຈະລຽງຕົວກັນໄປຕາມໂມເມັນ ຕຳ ຂອງລາຄາເໝືອນເປັນແນວຮັບ ແນວຕ້ານທຳມະຊາດຂອງລາຄາ ຕົວຢ່າງເຊັ່ນ ຖ້າລາຄາຢູ່ໃນແນວໂນ້ມຂາຂຶ້ນ SAR ຈະເປັນຈຸດໄຂ່ປາທີ່ລຽງຕົວກັນຢູ່ໃຕ້ແນວແທ່ງທຽນ  ແລະ ເມື່ອລາຄາມີການກັບຕົວລົງມາຕໍ່າກວ່າລະດັບຂອງຈຸດໄຂ່ປາກໍ່ຈະໄປປະກົດຢູ່ເໜືອແທ່ງທຽນຕໍ່ໄປແທນ ນັ້ນກໍ່ຈະເປັນສັນຍານບອກວ່າ ເລີ້ມມີການປ່ຽນແນວໂນ້ມ ຈາກຂາຂຶ້ນເປັນ ຂາລົງແລ້ວ ໃຫ້ເຮົາອອກຈາກ ອໍເດີ ຂາຍ ແລ້ວໄປ ຊື້ ແທນ
 
ການເທຼດດ້ວຍ EMA200 ແລະ Parabolic SAR ເຮົາກໍ່ຈະຍຶດ EMA200 ເປັນຕົວບອກເທຣນຫຼັກແທນ ແລະ ເຂົ້າອອກ ອໍເດີດ້ວຍສັນຍານຈາກ SAR ດັ່ງຕົວຢ່າງພາບ
 
ໃນຕົວຢ່າງລາຄາຢູ່ເໜືອ EMA200 ເປັນເທຣນຂາຂຶ້ນ ເຮົາຈະເຂົ້າ ອໍເດີ ຊື້ ຢ່າງດຽວ ການເຂົ້າອໍເດີ ເຮົາກໍ່ເບິ່ງ ສັນຍານ SAR ເມື່ອເລີ້ມມີຈຸດໄຂ່ປາ ຂື້ນທີ່ໃຕ້ກ້ອງແທ່ງທຽນ ເຮົາກໍ່ເຂົ້າ ຊື້ ແລະ ອອກອໍເດີ ເມື່ອ ມີຈຸດໄຂ່ປາຂອງ SAR ເກີດຂຶ້ນທີ່ເໜືອ ແທ່ງທຽນ
ລະບົບເທຼດງ່າຍໆ 2 ລະບົບນີ້ ເປັນຕົວຢ່າງການສ້າງລະບົບໂດ້ຍການໃຊ້ EMA200 ມາເປັນຕົວບອກ ແນວໂນ້ມຂອງລາຄາ ແລ້ວໃຊ້ເຄື່ອງມືອີກຕົວມາຊ່ວຍໃນການບອກຈຸດເຂົ້າ ແລະ ອອກ ເຊິ່ງເຮົາອາດຈະບໍ່ໃຊ້ເປັນ  MACD ຫຼື Parabolic SAR ແຕ່ອາດຈະໃຊ້ເປັນເຄື້ອງມືອື່ນແທນ ກໍ່ໄດ້ ແລ້ວແຕ່ຄວາມຖະນັດຂອງແຕ່ລະບຸກຕົນ ໃນການສ້າງລະບົບເທຼດຂອງເຮົາເອງນັ້ນ ກ່ອນອື່ນຕ້ອງຕອບຄຳຖາມຕົວເອງໃຫ້ໄດ້ກ່ອນວ່າ ຕົວເອງຕ້ອງການເບິ່ງ ຫາ ຍັງ ຈາກ ກຼາບ ແລ້ວເຄື່ອງມືໃດທີ່ຈະຊ່ວຍຕອບສະໜອງ ຄວາມຕ້ອງການຂອງທ່ານໄດ້, ສຶກສາເຄື່ອງມືນັ້ນໆ ໃຫ້ເຂົ້າໃຈ ຫຼັກການ ແລະ ໜ້າທີ່ຂອງມັນ ຈົນສາມາດໃຊ້ປະໂຫຍດຈາກມັນໄດ້ຢ່າງມີປະສິດທິພາບ ເທົ່ານີ້ລະບົບເທຼດງ່າຍໆ ຂອງທ່ານກໍ່ອາດ ກາຍເປັນລະບົບເທຼດທີສ້າງກໍ່າໄລໃຫ້ທ່ານໄດ້ ບໍ່ແພ້ລະບົບເທຼດ ເທບໆທີ່ເຂົາຂາຍກັນໃນລາຄາຫຼາຍຮ້ອນຫຼຽນໄດ້ຄືກັນ
ຈໍາໄວ້ວ່າ ລະບົບເທຼດ ບໍ່ຈຳເປັນຕ້ອງຫຼາຍ ຫຼື ຫຍຸ້ງຍາກ, ເຮັດໃຫ້ມັນງ່າຍໆ ດີກວ່າ ຍິ່ງງ່າຍເທົ່າໃດກໍ່ຈະຊວ່ຍໃຫ້ການຕັດສິນໃຈ ໃນການເທຼດຂອງທ່ານງ່າຍຂຶ້ນ ຄວາມຜິດທີ່ເກີດຂຶ້ນກໍ່ຈະນ້ອຍລົງ (ເພາະບໍ່ຕ້ອງຂິດຫຼາຍ