ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

ການເບີ່ງ Candlestick Chart (ຂັ້ນພື້ນຖານ)

ເລີ່ມຈາກ admin978, ກ.ຍ 04, 2024, 11:12 ຊ່ວງເຊົ້າ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

admin978

ການເບີ່ງ Candlestick Chart (ຂັ້ນພື້ນຖານ)
 
You cannot view this attachment.
 
Candlestick Chart ຫຼື ກຮາບແທ່ງທຽນ ມີຕົ້ນກຳເນີດມາຈາກປະເທດຍິ່ປຸ່ນ ໂດຍມີປະຫວັດຍ້ອນຫຼັງຍາວນານຫຼາຍກວ່າ 200ປີ ຜູ້ຄິດຄົ້ນຄື MUNEHISA HOMMA ຈາກການວິເຄາະຈິດຕະວິທະຍາຂອງຄົນໃນການຊື້ - ຂາຍ ແລະກຳນົດລາຄາເຂົ້້າ ແລະ ລາວໄດ້ຂຽນໜັງສືໄວ້ສອງຫົວຄື : Sakata  Henso ແລະ Soba No Den ໃນສະໃໝຕໍ່ມາແະເທດກຸ່ມຕາເວັນຕົກໄດ້ເຫັນຄວາມມີປະສິດທິພາບ ຈື່ງໄດ້ນຳໄປໃຊ້ວິເຄາະຕະຫຼາດຮຸ້ນ ຕະຫຼາດຊື້ - ຂາຍ ລ່ວງໜ້າ ຕະຫຼາດອ໋ອບຊັ່ນ ຕະຫຼາດເງີນຕາລະຫວ່າງປະເທດ ໂດຍຮູບແບບຕ່າງໆຂອງກຣາບແທ່ງທຽນນັ້ນມີຢູ່ຫຼາຍກວ່າ 50ປະເທດ ແຕ່ໃນມື່້ນີ້ເຮົາຈະນຳມາໃຊ້ໃນຕະຫຼາດ Forex

ກຮາບແບບແທ່ງທຽນນິຍົມຫຼາຍທີ່ສຸດໃນໂລກກໍ່ວ່າໄດ້ ຊື່ງຂ້າພະເຈົ້າເອງກໍ່ໃຊ້ເບີ່ງເປັນຫຼັກໃນການຕັດສີນໃຈໃນການເຂົ້າ - ອອກ ຕະຫຼາດ ເຮົາມາເບີ່ງພື້ນຖານຂອງ Candlestick ກັນກ່ອນ

You cannot view this attachment.
 
ຂ້າພະເຈົ້າໃຫ້ແທ່ງທຽນສີຂາວເປັນຂາຂື້ນ ແລະ ແທ່ງທຽນສີແດງເປັນຂາລົງ ສ່ວນໃຫຍ່ໃນຕະຫຼາດ Forex ແລ້ວລາຄາປິດຂອງແທ່ງທຽນກ່ອນໜ້າຈະເທົ່າກັບລາຄາເປີດຂອງແທ່ງທຽນຖັດໄປ ຍົກເວັ້ນກໍລະນີດຽວຄືການເປີດ Gap Gap ແມ່ນຫຍັງເຮົາມາເບີ່ງກັນເລີຍ
You cannot view this attachment.
 
Gap ແມ່ນລາຄາປິດຂອງແທ່ງທຽນກ່ອນໜ້າບໍ່ເທົ່າກັນຫຼືຫ່າງອອກຈາກກັນກັບລາຄາເປີດຂອງແທ່ງທຽນຖັດໄປ ເບີ່ງຕາມຮູບໄດ້ເລີຍ ເວົ້າງ່າຍໆກໍ່ຄືເກີດຊ່ອງວ່າງລາຄານັ້ນເອງ
ຕໍ່ໄປເຮົາມາເບີ່ງວ່າຖ້າລາຄາປິດກັບລາຄາເປີດເທົ່າກັນພາຍໃນແທ່ງທຽນດຽວກັນເຮົາຈະຮ້ອງແທ່ງທຽນນີ້ວ່າແນວໃດ
 
You cannot view this attachment.

ຖ້າລາຄາປິດກັບລາຄາເປີດເທົ່າກັນພາຍໃນແທ່ງທຽນດຽວກັນເຮົາຮ້ອງແທ່ງທຽນພວກນີ້ວ່າ Doji (ໂດຈິ) ເຊີ່ງເປັນຮູບແບບໜື່ງຂອງແທ່ງທຽນທີ່ສຳຄັນ ໃຊ້ເບີ່ງການກັບຕົວຂອງເທຮນ ຄືກັບໃນຮູບ ຈາກການຂື້ນຢູ່ ແຕ່ມາເຈິ ໂດຈິກໍ່ກັບຕົວ ປ່ຽນເທຮນ
ສຳລັບພື້ນຖານຂອງການເບີ່ງແທ່ງທຽນເອົາຊ່ຳນີ້ກ່ອນ ດຽວບົດຄວາມຕໍ່ໄປຈະມີຮູບແບບຂອງແທ່ງທຽນທີ່ຊັບຊ້ອນຂື້ນໄປຕາມລຳດັບ