ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

ຄວາມຈິງກ່ຽວກັບການເທຣດ Forex

ເລີ່ມຈາກ admin978, ກ.ຍ 09, 2024, 09:44 ຊ່ວງເຊົ້າ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

admin978

ຄວາມຈິງກ່ຽວກັບການເທຣດ Forex
 
You cannot view this attachment.

ຂ້ອຍເຊື່ອວ່າຫຼາຍຄົນເຂົ້າມາໃນຕະຫຼາດແຫ່ງນີ້ດ້ວຍສາຍຕາທີ່ຄິດວ່າຕະຫຼາດແຫ່ງນີ້ຈະມີເງິນທອງ ໄຫຼມາເທມາ ບາງຄົນຝັນວ່າໂຕເອງຈະໄດ້ມີລົດສະປອດຫຼູຂັບ ແຕ່ໃນຄວາມເປັນຈິງແລ້ວມີເທຣດເດີ້ໜ້ອຍຄົນທີ່ຈະສາມາດໄປເຖິງຈຸດນັ້ນໄດ້ ແລ້ວຄວາມເປັນຈິງແມ່ນຫຍັງ?

ສິ່ງທີ່ເປັນໄປໄດ້ໃນໂລກແຫ່ງຄວາມເປັນຈິງສຳຫຼັບການເທຣດ
ມັນຂື້ນຢູ່ກັບວ່າທ່ານມີທຶນເທົ່າໃດໃນການຢູ່ໃນຕະຫຼາດແຫ່ງນີ້ທ່ານເອົາເງິນເຂົ້າມາໃນຕະຫຼາດເທົ່າໃດ ທ່ານກໍ່ຈະໄດ້ອອກໄປໃນຈຳນວນປະມານນັ້ນ ມັນຕ່າງກັນຫຼາຍເລິຍລະຫວ່າງຄົນທີ່ເຂົ້າມາຕະຫຼາຍກັບເງິນ 1000$ ກັບຄົນທີ່ເຂົ້າມາກັບເງິນຈຳນວນເງິນ 100,000$ ຖ້າທຽບກັນແລ້ວຄົນທີ່ມີໂອກາດຈະໄດ້ໃນຊິວິດເທຣດເດີ້ງ່າຍໆ ກໍ່ຕ້ອງເປັນຄົນທີ່ມີທຶນຫຼາຍກວ່າແມ່ນບໍ່ ມັນເປັນການຄຳນວນໂຕເລກງ່າຍໆ ແຮງມີເງິນໃນບັນຊີຫຼາຍເທົ່າໃດນັ້ນກໍ່ໝາຍຄວາມວ່າຄົນໆນັ້ນບໍ່ຕ້ອງເທຣດຫຍັງຫຼາຍກໍ່ສາມາດເທຣດໄປມື້ໆໄດ້ຢ່າງສະບາຍໃຈ ແລະ ສາມາດໃຊ້ຊີວິດຢູ່ໄດ້ໂດຍການເທຣດແທ້ໆ ໄດ້

ເຈົ້າກວນຂອ້ອຍຫຼີ້ນຫວາ?
ເມື່ອອ່ານມາຮອດບ່ອນນີ້ຫຼາຍໆຄົນຈະມີຄຳຖາມທັນທີເລີຍວ່າ "ຊັນກໍ່ອອກຈາກວຽກທີ່ເຮັດເລີຍແລ້ວທຸ້ມເງີນຈັກ 10000$ ມາລົງກັບ Forex ເລີຍ" ລອງມາເບີ່ງຕົວຢ່າງຂ້າງລຸ່ມນີ້
ຕົວຢ່າງ
ສົມມຸດທ່ານຕ້ອງການເງີນ 50000$ ຕໍ່ປີເຖີງຈະພຽງພໍຕໍ່ການມີຊີວິດຢູ່ໄດ້ດ້ວຍການເທຣດ
ບັນຊີຂອງທ່ານ A ມີ 10000$ ຖ້າຈະເຮັດ 50000$ ຈະຕ້ອງເຮັດເຖີງ 500% ຕໍ່ປີ
ບັນຊີຂອງທ່ານ B ມີ 200,000$ ຖ້າຈະເຮັດ 50000$ ເຮັດ 25% ຕໍ່ປີກໍ່ພຽງພໍແລ້ວ

ຈາກຕົວຢ່າງຂ້າງເທີງສະແດງໃຫ້ເຫັນຊັດໆເລີຍວ່າເທຣດເດີ ເອ ຕ້ອງເຮັດໃຫ້ໄດ້ຕັ້ງ 500% ເຖີງຈະຢູ່ຮອດໄດ້ທັງປີໃນຂະນະທີ່ເທຣດເດີ ບີ ທີ່ມີເງີນຫຼາຍກວ່າຂໍພຽງ 25% ຂອງພອດກໍ່ຢູ່ໄດ້ແລ້ວ ອັນນີ້ຍັງບໍ່ລວມຄວາມສ່ຽງ ຫຼື ການເພີ່ມ lot ຂອງວິທີເທຣດຂອງແຕ່ລະຄົນອີກ ແລ້ວການທີ່ຕ້ອງເທຣດຫຼາຍກວ່າ 5% ຂອງພອດຕໍ່ເດືອນຖືວ່າເປັນຄວາມສ່ຽງຫຼາຍໆ ບາງຄົນອາດຈະເວົ້າວ່າ "5% ຂອງພອດຕໍ່ເດືອນໜ້ອຍດຽວເອງ" ແຕ່ 5% ລວມກັນ 12 ເດືອນກໍ່ເທົ່າກັບ 60% ເລີຍ ແລະ ຖ້າຫາກທ່ານເພີ່ມ lot ອີກ ຄວາມສ່ຽງຂອງທ່ານອາດຈະທະລຸສູງຂື້ນເຖີງ 80% ຂອງພອດເລີຍ
ຄວາມເພີ້ຝັນສົ່ງຜົນຫຍັງກັບບັນຊີຂອງທ່ານ?
ຫຼາຍໆຄົນຄີດວິທີການບໍລິຫານການເງີນທີ່ງາມຫຼາຍເຊັ່ນ 100 orders ກໍ່ສາມາດລວຍໄດ້ເລີຍເປັນຕົ້ນ ພໍມີຄົນຖາມວ່າແລ້ວຖ້າເສຍເດ້? ກໍ່ອື້ງກັນໄປເລີຍນີ້ເປັນສີ່ງທີ່ຫຼາຍໆຄົນພາດເພາະລືມຄີດໄປວ່າຖ້າເສຍຈະເຮັດແນວໃດ ແລະ ສີ່ງທີ່ເຮັດໃຫ້ແຜນອັນງາມຫຼາຍຕ້ອງພັງພິນາດລົງກໍ່ຄື 2 ສີ່ງນີ້
ຂໍ້ທີ່ 1: ການ Overtrade
ຂໍ້ທີ່ 2: ໃສ່ lot ຫຼາຍເກີນໄປໃນການເທຣດແຕ່ລະຄັ້ງ
ການ overtrade ເປັນຫຍັງທີ່ພົບເຫັນໄດ້ຕະຫຼອດບໍ່ວ່າຈະເທຣດເດີມືໃໝ່ມືເກົ່າທີ່ຍັງບໍ່ຫຼຸດອອກ ຈາກຄວາມເພີ້ຝັນຂອງຕົນເອງ ພວກເຂົາຈະມີຄວາມຄີດວ່າຍິ່ງເທຣດຫຼາຍກໍ່ຍິ່ງໄດ້ຫຼາຍແຕ່ຄວາມຈີງແລ້ວມັນກົງກັນຂ້າມເລີຍການທີ່ຍິ່ງເທຣດຫຼາຍໃນຕຳແໜ່ງທີ່ຕົວເທຣດເດີຄົນນັ້ນໆ ບໍ່ໄດ້ປຽບມີແຕ່ຈະເຮັດໃຫ້ເສຍຫຼາຍຂື້ນ
ການລົງ lot ທີ່ໜັກໄປກໍ່ເປັນສາເຫດທີ່ເຮັດໃຫ້ເງີນຂອງທ່ານເສຍໄປໄດ້ໃນພີບຕາເຊັ່ນດຽວກັນ ເທຣດເດີໜ້າໃໝເບາງຄັ້ງເວລາທີ່ໄດ້ເງີນມາຫຼາຍໆ ໃນຊ່ວງທຳອິດຈະຄີດວ່າພວກເຂົາເຮັດໄດ້ ແລະ ໃສ່ lot ໜັກກວ່າເກົ່າເພາະຢາກລວຍໄວໆ ແລະ ສຸດທ້າຍການເທຣດກໍ່ຈະບໍ່ຕ່າງຫຍັງໄປຈາກການພະນັນໃນທີ່ສຸດ ແລະ ບັນຊີຂອງພວກເຂົາເຫຼົ່ານັ້ນກໍ່ຕ້ອງກາຍເປັນ 0 ແລະ ຍ່າງອອກຈາກຕະຫຼາດໄປໃນທີ່ສຸດ
ຄວາມຈີງແລ້ວ "ຫຍັງ" ທີ່ຈະເຮັດໃຫ້ທ່ານເປັນເທຣດເດີທີ່ແທ້ຈີງໄດ້
ກ່ອນອື່ນເລີຍຫາກທ່ານເຄີຍລ້າງພອດ ຫຼື ມີປະສົບການເທຣດມາແລ້ວໃນລະດັບໜື່ງເມື່ອທ່ານມາເຖີງບ່ອນນີ້ແລ້ວທ່ານຕ້ອງຍອມຮັບຄວາມຈີງຂ້າງເທີງໃຫ້ໄດ້ເສຍກ່ອນ ຈາກນັ້ນຄວາມຈີງອີກຂໍ້ທີ່ທ່ານຕ້ອງເຂົ້າໃຈຄື ເທຣດເດີແຕ່ລະຄົນບໍ່ມີທາງທີ່ຈະຄືກັນ ວິທີການຄີດ ວິທີການເທຣດ ວິທີການຕັດສີນໃຈໃນສະຖານະການທີ່ວຸ້ນວາຍຍ່ອມແຕກຕ່າງກັນອອກໄປແລ້ວແຕ່ຄົນ ການຮຽນຮູ້ທີ່ຈະເທຣດແບບ Price Action ເປັນອີກຫົນທາງໜື່ງທີ່ຈະຊ່ວຍເພີ່ມໂອກາດໃຫ້ກັບເທຣດເດີໃນການເປັນເທຣດເດີທີ່ປະສົບຄວາມສຳເລັດໄດ້ໃນອະນາຄົດ ເມື່ອທ່ານຮຽນຮູ້ທີ່ຈະເທຣດໃນແບບຂອງທ່ານ ແລະ ມີການບໍລິຫານເງີນທີ່ຢູ່ເທີງຄວາມເປັນຈີງຈະເຮັດໃຫ້ທ່ານເປັນເທຣດເດີທີ່ປະສົບຄວາມສຳເລັດໃນທີ່ສຸດ
ທີ່ຂ້ອຍເລືອກບົດຄວາມນີ້ມາແປເພາະຂ້ອຍຄີດວ່າຄົນທຸກຄົນມີສີດທີ່ຈະໄດ້ຮູ້ຄວາມຈີງຢູ່ວ່າສີ່ງທີ່ພວກເຂົາກຳລັງພົບຢູ່ມັນຄືຫຍັງ ມັນໂຫດຮ້າຍປານໃດ ບໍ່ມີຫຍັງໃນໂລກໄດ້ມາງ່າຍ ຍິ່ງເປັນອິດສະລະພາບທາງການເງີນແລ້ວຍິ່ງເປັນຂອງມີຄ່າຫຼາຍໆມັນກໍ່ຍິ່ງຍາກ ມັນບໍ່ຜີດທີ່ທ່ານຈະຝັນເຖີງການໄດ້ຂັບລົດສະປອດດ້ວຍເງີນຈາກ Forex ແຕ່ທ່ານກໍ່ຕ້ອງຍອມຮັບຄວາມເປັນຈີງວ່າຕະຫຼາດນີ້ມັນມີຄວາມສ່ຽງຢູ່ ຈາກການຄຳນວນຂ້າງເທີງຢ່າຄີດວ່າອ່ານບົດຄວາມນີ້ຈົບແລ້ວຈະຂາຍທຸກຢ່າງເພື່ອເອົາເງີນທັ້ງໝົດມາແລ້ວເຮັດໃຫ້ຕົນເອງຢູ່ໄດ້ພຽງ 25% ຕໍ່ປີ ທ່ານຍັງຕ້ອງຄີດອີກວ່າທ່ານມີປະສົບການຫຼາຍພໍໍບໍ ທ່ານເທຣດເກັ່ງແລ້ວ ຫຼື ບໍ ທ່ານຮູ້ວິທີແກ້ໄຂສະຖານະການທີ່ເໝາະສົມກັບຕົນເອງແລ້ວ ຫຼຶ ຍັງ