ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

Buy Low and Sell High

ເລີ່ມຈາກ admin978, ກ.ຍ 09, 2024, 09:54 ຊ່ວງເຊົ້າ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

admin978

Buy Low and Sell High

You cannot view this attachment. 

ທ່ານ sandycarrot ມາຕັ້ງກະທູ້ຖາມເທຣດເດີ້ຄົນອື່ນໆວ່າ ຂ້ອຍມັກຈະໄດ້ຍິນຄົນເວົ້າສະເໝີວ່າ "ໃຫ້ຊື້ໃນຈຸດທີ່ຕໍ່າທີ່ສຸດ ແລະ ຂາຍໃນຈຸດທີ່ສູງທີ່ສຸດ" ຫຼື Buy Low Sell High ນັ້ນເອງ ແຕ່ຂ້ອຍສົງໄສວ່າເຮົາຈະກຳໜົດວ່າຈະ Buy Low Sell High ໄດ້ຈັ່ງໃດມີໃຜຈະອະທິບາຍໃຫ້ຂ້ອຍພ້ອມຍົກຕົວຢ່າງໃຫ້ຂ້ອຍເບິ່ງໄດ້ບໍ່
 
You cannot view this attachment.

ທ່ານ Gumrai ເຂົ້າມາຕອບວ່າ ຄຳວ່າ Buy Low Sell High ມັກຈະເປັນຄຳເວົ້າຂອງເທຣດເດີ້ທີ່ມັກເທຣດເປັນກອບຂອງລາຄາແຕ່ຂ້ອຍເຄີຍເຫັນຄົນເວົ້າວ່າ Buy High, Sell higher ຫຼື ຖ້າຊື້ໃນຈຸດທີ່ສູງແລ້ວໃຫ້ຂາຍໃນຈຸດທີ່ສູງກ່ວາໃຫ້ໄດ້ ເປັນຄຳເວົ້າຂອງພວກທີ່ມັກ້ເທຣດແບບ breakout ໃດ້ ເຂົ້າປະເດັນເລີຍລາກັນ ຄຳເວົ້າທີ່ທ່ານຄິດມາຂ້ອຍວ່າມັນເວົ້າງ່າຍແຕ່ເວລາເຮັດແທ້ໆຫັນມັນຍ້າກ ສຳຫຼັບຂ້ອຍແລ້ວຂ້ອຍຈະເລືອກເທຣດໃນຊ່ວງການປັບຖານຂອງລາຄາຕາມ ຟິໂບແນນຊີ່ ຂ້ອຍບໍ່ພະຍາຍາມຫາຈຸດທີ່ຕໍ່າທີ່ສຸດຫຼືສູງທີ່ສຸດດອກ ຂ້ອຍຈະເຂົ້າໃນຈຸດທີ່ຂ້ອຍເບິ່ງວ່າມີຄວາມເປັນໄປໄດ້ໃນການເຮັດກຳໄລເທົ່ານັ້ນ

You cannot view this attachment.
 
ທ່ານ kbp ເຂົ້າມາເສີມວ່າ ຄວາມເປັນໄປໄດ້ທີ່ຈະເຮັດຕາມຄຳເວົ້າ Buy Low sell High ຕໍ່າຫຼາຍນອກສະຈາກວ່າຈະໂຊກດີແທ້ໆ ເຮົາບໍ່ມີທາງເຂົ້າອໍ່ເດີ້ໂດຍບໍ່ລົບໄດ້ດອກ ມັນເປັນໄປບໍ່ໄດ້ເລີຍ
 
You cannot view this attachment.

ທ່ນ Parox ເວົ້າວ່າ ຄຳວ່າ Buy Low High ເປັນຄຳເວົ້າທີ່ມີມາດົນແລ້ວ ແຕ່ຄວາມຈິງທີ່ຄຳເວົ້ານີ້ບໍ່ໄດ້ບອກຄື High ຫຼື Low ທີ່ວ່າມັນຢູ່ບອນໃດ ຂ້ອຍເລີຍບໍ່ຄ່ອຍມັກຄຳເວົ້ານີ້ຈັກເທົ່າໃດ ສຳຫຼັບຂ້ອຍມັນຕ້ອງຄຳນີ້ "ເທຣນຄືໝູ່ແທ້ຂອງທ່ານ"
 
You cannot view this attachment.

ທ່ານ hayseed ເຂົ້າມາເຫັນນຳກັບ kbp ແລ້ວເສີມຄວາມຄິດຂອງເຂົາວ່າ ມັນເກືອບຈະເປັນໄປບໍ່ໄດ້ເລີຍທີ່ຈະເຮັດຕາມຄຳເວົ້ານີ້ ແຕ່ນັ້ນມັນບໍ່ແມ່ນປະເດັນສຳຫຼັບຂ້ອບລະ ວິທີເທຣດຂອງຂ້ອຍທີ່ຂ້ອຍມັກຄືຂ້ອຍຈະປ່ອຍມຫ້ກຼາບມັນສະແດງພຶດຕິກຳອອກມາກ່ອນໜ້ອຍໜຶ່ງ ຄືກັບການໂຜ່ຫາງອອກມາກ່ອນ ຈາກນັ້ນກໍ່ລໍ່ເລີຍ ລໍ່ລົວໆເລີຍຄືຢ່າງໃນຮູບທີ່ຂ້ອຍແນບມານຳ ຈະເຫັນວ່າຂ້ອຍມັກຖີ່ຍິກຈົນເຖິງຍົດສຸດທ້າຍເລີຍແລະ ມັນສະໃຈຂ້ອຍໂຄດໆເລີຍລະ ບອກຕົງໆຮ່າໆ ຄິດອີຫຍັງງ່າຍໆເຂົ້າໄວ້ບໍ່ຕ້ອງໄປເຮັດອີຫຍັງໃຫ້ມັນຫຍຸ່ງຍ້າກເຊື່ອຂ້ອຍແລ້ວສິດີເອງ
 
You cannot view this attachment.

ອັນນີ້ເປັນຕົວຢ່າງຮູບແທ້ໆຂອງທ່ານ hayseed
 
You cannot view this attachment.

ທ່ານ hedging ບອກວ່າ ຖ້າຈະໃຫ້ງ່າຍໆໃນການຫາ Buy Low Sell High ກໍ່ລອງເລີ່ມຈາກການໃຊ້ Time Frame 4 ຊົ່ວໂມງແລ້ວໃສ່ Zigzag ເຂົ້າໄປແລ້ວທ່ານຈະເຫັນເອງວ່າ High ກັບ Low ຢູ່ໄສ ຈາກນັ້ນທ່ານກໍ່ຫາຈຸດເຂົ້າເອົາຕາມໃຈມັກໄດ້ເລີຍ ແຕ່ສ່ວນໂຕແລ້ວຂ້ອຍບໍ່ເຊື່ອຄຳເວົ້ານີ້ເລີຍ ຖ້າທ່ານມົວແຕ່ເຮັດຕາມຄຳເວົ້ານີ້ນະ ຂ້ອຍເຊື່ອວ່າບໍ່ດົນທ່ານຖັງແຕກແນ່ນອນ
 
You cannot view this attachment.

ທ່ານ Binaryex ເຂົ້າມາຕອບວ່າ ສ່ວນໂຕແລ້ວຂ້ອຍມັກຄຳວ່າ buy high sell higher ຫຼາຍກ່ວາໃດ້ ມັນໄດ້ຜົນທາງການວິເຄາະທາງເຕັກນິກແລະພື້ນຖານສຳຫຼັບຂ້ອຍ ເວລາຂ້ອຍເບິ່ງກຼາບມັນມັກຈະຂຶ້ນຍາວໆ 6 ເດືອນ ເຊິ່ງຂ້ອຍຈະເລີ່ມເຂົ້າໃນເດືອນທີ່ 2 (ສົງໄສລາຍນີ້ຈະມັກເທຣດຍາວ)
 
You cannot view this attachment.

ທ່ານ Greeneyez ຄິດຕ່າງໜ້ອຍໜຶ່ງເຂົາບອກວ່າ ຄວາມຈິງຄຳວ່າ Buy Low Sell High ກໍ່ບໍ່ໄດ້ຕົວະຊະເທື່ອດຽວດອກ ຖ້າທ່ານເຂົ້າບ່ອນທີ່ເປັນແນວຮັບແນວຕ້ານທີ່ມີໄນສຳຄັນໄດ້ ນັ້ນລະຄືການ Buy Low Sell High ທີ່ແທ້ຈິງ

You cannot view this attachment.
 
ແທ້ຢ່າງທີ່ທ່ານ Greeneyez ບອກ ຄວາມຈິງຄຳນີ້ມັນບໍ່ໄດ້ບໍ່ແທ້ຊະເທື່ອດຽວແຕ່ເທຣດເດີ້ໜ້າໃໝ່ ມັກຈະເຂົ້າໃຈຄຳນີ້ຜິດໆ ມັກຈະຄິດວ່າການເທຣດທີ່ດີເຮົາຕ້ອງຫາຈຸດສູງສຸດຫຼືຕໍ່າສຸດຂອງລາຄາໃຫ້ເຈິໃຫ້ໄດ້ ກ່ອນແລ້ວຄ່ອຍເທຣດເຊິ່ງຫາກເທຣດໄປເລື້ອຍໆ ກໍ່ຈະເຂົ້າໃຈເອງວ່າຈຸດເຫຼົ່ານັ້ນມັນບໍ່ມີເພ່າະກຼາບມັນຈະສ້າງໃໝ່ໄປເລື້ອຍໆ ຄຳເວົ້ານີ້ເປັນຄຳເວົ້າທີ່ມາຈາກເທຣດເດີ້ທີ່ມີປະສົບການໃນຕະຫຼາດຢູ່ແລ້ວເຊິ່ງຄວາມໝາຍຂອງເຂົາກໍ່ຄື ໃຫ້ຫາຈຸດເຂົ້າຈາກຈຸດທີ່ເປັນແນວຮັບແນວຕ້ານສູງສຸດຫຼືຕໍ່າສຸດທີ່ມີໄນສຳຄັນ ເພ່າະແນວເຫຼົ່ານັ້ນຈະມີຄວາມເປັນໄປໄດ້ທີ່ຈະເຮັດໃຫ້ລາຄາປັບໂຕໄດ້ ຂ້ອຍຈຶ່ງຢາກແນະນຳວ່າ ຫາກຈະຕາມຫາຈຸດເຂົ້າທີ່ຕໍແໜ່ງສູງສຸດຫຼືຕໍ່າທີ່ສຸດໃຫ້ປ່ຽນຄວາມຄິດເປັນຕາມຫາຈຸດເຂົ້າທີ່ເໝາະສົມທີ່ສຸດ ຈຸດເຂົ້າທີ່ຕົນເອງຮັບຈຸດສ່ຽງໄດ້ ຈຸດເຂົ້າທີ່ຕົນເອງສາມາດບໍລິຫານພອດໄດ້ວ່າຈະຄັດບ່ອນໃດ ຈະເພີ່ມອໍ່ເດີ້ບ່ອນໃດດີກ່ວາ