ຂ່າວ:

ข่าวสารบทความเกี่ยวกับ xm, Forex4you และทองคำ กำลังโพสทั้งหมด 30 บาทความ

Main Menu

ປະເພດຂອງ Forex Broker

ເລີ່ມຈາກ admin978, ກ.ຍ 09, 2024, 09:57 ຊ່ວງເຊົ້າ

ຫົວຂໍ້ກ່ອນໜ້ານີ້ - ຫົວຂໍ້ຕໍ່ໄປ

admin978

ປະເພດຂອງ Forex Broker

You cannot view this attachment. 

ປະເພດຂອງ Forex Broker
ຕະຫຼອດຄັ້ງທີ່ພວກເຮົາຈະໄດ້ຍິນເທຣດເດີ້ລົມກັນກ່ຽວກັບເລື່ອງໂບຼເກີ້ ທີ່ຈະມາພ້ອມກັບຂໍ້ຂ້ອງໃຈຫຼາຍໆວ່າເປັນຫຍັງມັນຈຶ່ງເປັນແບບນັ້ນແບບນີ້ ດັ່ງນັ້ນວັນນີ້ເຮົາຈະມາເຮັດຄວາມຮູ້ຈັກກັນກັບໂບຼກເກີ້ກັນກ່ອນວ່າມີຈັກປະເພດ ແລ້ວເຂົາເຮັດວຽກກັນຈັ່ງໃດເພື່ອເລືອກເບິ່ງວ່າແບບໃດທີ່ຖືກໃຈເຮົາຫຼາຍທີ່ສຸດ

ປະເພດຂອງໂບຼເກີ້
ຂັ້ນຕອນແລກຂອງການເລືອກໂບຼກເກີ້ຄື ຫາສິ່ງທີ່ທ່ານຕ້ອງການ ແລະ ສຳຫຼັບໂບຼກເກີ້ກໍຈະມີຢູ່ 2 ປະເພດຫຼັກຄື
-   Dealing Desks (DD) ຫຼືທີ່ເອີ້ນວ່າ Market Makers
-   No Dealing Desks (NDD)
-   Straight Through Processing (STP) ຄື ການປະມວນໂດຍກົງ
-  Eletronic Communication Network + Straight Through Processing (ECN+STP) ຄືລະບົບອັດຕະໂນມັດເພື່ອເກັບຄຳສັ່ງຊື້ທີ່ກົງກັນ - ການປະມວນຜົນໂດຍກົງ

 You cannot view this attachment.

Dealing Desks (DD) ຫຼື Market Makers ຄືອີຫຍັງ?
Dealing Desks ຄືໂບຼກເກີ້ທີ່ດຳເນີນການຜ່ານເຄົາເຕີ້ຈັດການ (DD) ໂບຼກເກີ້ຈະສ້າງລາຍໄດ້ຜ່ານຄ່າສະເປກແລະການຊື້ຂາຍກັບລູກຄ້າຂອງພວກເຂົາ ແລະ ທີ່ໄດ້ຊື່ວ່າ Market Makers ກໍເພ່າະວ່າໂບຼກເກີ້ປະເພດນີ້ຈະສ້າງລາຄາອັດຕາແລກປ່ຽນທຽມຂຶ້ນມາສຳຫຼັບລູກຄ້າຂອງພວກເຂົາ ຕອນນີ້ທ່ານແຈກຳລັງຄິດວ່າມັນເປັນອີຫຍັງທີ່ຂັດແຍ້ງກັບຜົນປະໂຫຍດຂອງທ່ານ ແຕ່ອັນທີ່ຈິງແລ້ວບໍ່ເລີຍເພ່າະ Market Makers ຈະທັງຊື້ທັງຂາຍໃນເວລາດຽວກັນ ເຊິ່ງກໍໝາຍຄວາມວ່າພວກເຂົາບໍ່ໄດ້ສົນໃຈກັບການຕັດສິນໃຈຊື້ຂາຍຂອງລູກຄ້າເລີຍ
ແລະເມື່ອ Market Markers ເປັນຜູ້ຄວບຄຸມລາຄາເອງ ເຮັດໃຫ້ມີຄວາມສ່ຽງທີ່ໜ້ອຍຫຼາຍໃນການຕັ້ງ Fixed Spread (ຄ່າສະເປກຄົງທີ່) ແລະ ລູກຄ້າຂອງໂບຼກເກີ້ຈະບໍ່ເຫັນລາຄ້າທີ່ແທ້ຈິງຈາກຕະຫຼາດລະຫວ່າງທະນາຄານ ແຕ່ບໍ່ຕ້ອງຢ້ານເມື່ອເຫັນໂບຼກເກີ້ທີ່ເປັນ DD ມີລາຄາປິດບໍ່ກົງກັນກັບຕະຫຼາດລະຫວ່າງທະນາຄານ (ຕະຫຼາດກາງ) ການຊື້ຂາຍໂດຍໃຊ້ເຄົາເຕີ້ຈັດການ (DD) ມີການດຳເນີນງານດັ່ງນີ້

You cannot view this attachment.
 
ສົມມຸດວ່າທ່ານເປີດຄຳສັ່ງຊື້ສຳຫຼັບ EUR/USD 100,000 ກັບໂບຼກເກີ້ທີ່ເປັນ DD ແລະເພື່ອເປັນການຕອບສະໜອງຄວາມຕ້ອງການຂອງທ່ານ ຂັ້ນທຳອິດໂບຼກເກີ້ຈະພະຍາຍາມຫາຄຳສັ່ງຂາຍຂອງລູກຄ້າອື່ນໆເພື່ອມາຈັບຄູ່ກັບອໍ່ເດີ້ຊື້ຂອງທ່ານ ຫຼື ບໍ່ກໍ່ຈະສັ່ງອໍ່ເດີ້ຂອງທ່ານໄປໃຫ້ຝ່າຍບໍລິຫານຈັດການສະພາບຄ່ອງຂອງບໍລິສັດ ເຊິ່ງກໍ່ຄືນິຕິບຸກຄົນຂະໜາດໃຫ່ຍທີ່ພ້ອມຈະຊື້ຂາຍສິນຊັບທາງການເງິນຢູ່ແລ້ວ ເຊິ່ງການເຮັດແບບນີ້ຈະຊ່ວຍລົງຄວາມສ່ຽງຂອງພວກເຂົາໄດ້ ເພ່າະໂບຼກເກີ້ຈະໄດ້ເງິນຈາກຄ່າສະເປັກໂດຍບໍ່ຕ້ອງຮັບຖືອໍ່ເດີ້ທີ່ເປັນຝັ່ງກົງກັນຂ້າມກັບອໍ່ເດີ້ຂອງທ່ານ ແຕ່ຢ່າງໃດກໍ່ຕາມຖ້າບໍ່ສາມາດຈັບຄູ່ຄຳສັ່ງໃຫ້ກັບລູກຄ້າໄດ້ ພວກເຂົາກໍຕ້ອງຖືອໍ່ເດີ້ຝັ່ງກົງຂ້າມໃຫ້ລູກຄ້າເອງ ແລະ ທ່ານຄວນຈະຮູ້ໄວ້ເລີຍວ່າບັນດາໂບຼກເກີ້ທັງຫຼາຍ ຕ່າງກໍ່ມີນະໂຍບາຍການບໍລິຫານຄວາມສ່ຽງທີ່ແຕກຕ່າງກັນ ດັ່ງນັ້ນທ່ານຄວນທີ່ຈະກວດສອບໂບຼກເກີ້ຂອງທ່ານວ່າ ນະໂຍບາຍບໍລິຫານຄວາມສ່ຽງຂອງພວກເຂົາເປັນເຊັ່ນໃດ

No Dealing Desk Broker ຄືອີຫຍັງ?
ຕາມຊື່ກໍ່ບອກຢູ່ແລ້ວວ່າ No Dealing Desk (NDD) ນັ້ນກໍ່ຄື ໂບຼກເກີ້ທີ່ບໍ່ສົ່ງຄຳສັ່ງຊື້ຂາຍຂອງລູກຄ້າຜ່ານເຄົາເຕີ້ຈັດການ ເຊິ່ງໝາຍຄວາມວ່າໂບຼກເກີ້ບໍ່ໄດ້ຫາຜົນປະໂຫຍດຈາກດ້ານອື່ນໃນການເທຣດຂອງລູກຄ້າເລີຍ ທີ່ໂບຼກເກີ້ເຮັດກໍພ່ຽງແຕ່ເຊື່ອມໂຍງທັງສອງຝ່າຍເຂົ້າດ້ວຍກັນເທົ່ານັ້ນ

You cannot view this attachment.

NDDs ເປັນເໝືອນຜູ້ສ້າງສະພານເຊື່ອມຕໍ່ລະຫວ່າງສອງທີ່ NDDs ສາມາດເອີ້ນເກັບຄ່ານາຍໜ້າທີ່ມີຂະໜາດນ້ອຍຫຼາຍສຳຫຼັບການຊື້ຂາຍ ຫຼື ໂດຍພຽງຄ່າສະເປັກພຽງເລັກໜ້ອຍ NDD ໂບຼກເກີ້ຍັງສາມາດເປັນໄດ້ທັງ STP ຫຼື STP+ECN



ໂບຼກເກີ້ STP ຄືອີຫຍັງ?
STP ຄືໂບຼກເກີ້ທີ່ມີລະບົບການປະມວນຜົນໂດຍກົງ ໂບຼກເກີ້ບາງແຫ່ງອ້າງວ່າພວກເຂົາເປັນໂບຼກເກີ້ ECN ແຕ່ອັນທີ່ຈິງແລ້ວ ພວກເຂົາພຽງມີລະບົບການປະມວນຜົນໂດຍກົງ ໂບຼກເກີ້ທີ່ມີລະບົບ STP ຈະສາມາດສົ່ງຄຳສັ່ງຊື້ຂາຍຂອງລູກຄ້າຕົງໄປຍັງຜູ້ໃຫ້ບໍລິການສະພາບຄ່ອງຂອງພວກເຂົາ ເຊິ່ງເຂົ້າເຖິງຕະຫຼາດລະຫວ່າງທະນາຄານໄດ້ໂດຍກົງ
ໂບຼກເກີ້ NDD STP ມັກຈະມີຜູ້ໃຫ້ບໍລິການສະພາບຄ່ອງຈຳນວນຫຼາຍ ເນື່ອງຈາກຜູ້ໃຫ້ບໍລິການສະພາບຄ່ອງແຕ່ລະບ່ອນກໍຈະມີການສະເໜີລາຄາແລະຂໍລາຄາ (Bid-Ask) ຂອງຕົນເອງ ສົມໝຸດວ່າ ໂບຼກເກີ້ NDD STP ຂອງທ່ານມີຜູ້ໃຫ້ບໍລິການສະພາບຄ່ອງ 3 ແຫ່ງ ໃນລະບົບຂອງໂບຼກເກີ້ ພວກເຂົາກໍຈະເຫັນການສະເໜີລາຄາແລະຂໍລາຄາຂອງສາມແຫ່ງທີ່ແຕກຕ່າງກັນ ຕົວຢ່າງຄືຮູບດ້ານລຸ່ມນີ້

You cannot view this attachment.

ໃນລະບົບຂອງພວກເຂົາກໍຈະເຫັນການສະເໜີລາຄາແລະຂໍລາຄາທີ່ດີທີ່ສຸດແລະບໍ່ດີທີ່ສຸດ ຈາກຕະລາງຕົວຢ່າງລາຄາທີ່ດີທີ່ສຸດຂອງການສະເໜີລາຄາ (Bid) ຄື 1,3000 (ທ່ານຕ້ອງການຂາຍສູງ) ແລະລາຄາທີ່ດີທີ່ສຸດຂອງການຂໍລາຄາ  ຄື 1,3001 (ທ່ານຕ້ອງການຊື້ຕໍ່າ) ດັ່ງນັ້ນລາຄາ Bid/Ask ຕອນນີ້ຄື 1,3000/1,3001
ແຕ່ວ່າທ່ານຈະບໍ່ເຫັນລາຄານີ້ເພ່າະວ່າໂບຼກເກີ້ບໍ່ໄດ້ເຮັດວຽກດ້ານກົນລະຍຸດ ດັ່ງນັ້ນໂຍຼກເກີ້ທີ່ຈະຄິດຄ່າບໍລິການຕ່າງໆເຫຼົ່ານີ້ ໂດຍການເພີ່ມຂະໜາດລາຄາມາດອັບຂຶ້ນໜ້ອຍໜຶ່ງ ເຊິ່ງປົກກະຕິການເພີ່ມຂະໜາດນີ້ຈະຄົງທີ່ ຖ້ານະໂຍບາຍຂຶງພວກເຂົາຄືການເພີ່ມມາດອັບເຂົ້າໄປອີກ 1 ຈຸດ ດັ່ງນັ້ນລາຄາທີ່ທ່ານຈະເຫັນທີ່ເພລດຟຼອມ (MT4) ຂອງທ່ານກໍຈະເປັນ 1,2999/1,3002 ດັ່ງນັ້ນ ທ່ານຈະເຫັນຄ່າ Spread ເປັນ 3 ຈຸດ ເຊິ່ງເພີ່ມມາຈາກ Spread ແທ້ໆທີ່ມີພຽງ 1 ຈຸດ
ແລະເມື່ອທ່ານຕັດສິນໃຈທີ່ຈະຊື້ EUR/USD 100,000 ໜ່ວຍທີ່ລາຄາ 1,3002 ໃບສັ່ງຊື້ຂອງທ່ານຈະຖືກສັ່ງຜ່ານໂບຼກເກີ້ໄປຍັງຜູ້ໃຫ້ບໍລິການສະພາບຄ່ອງແຫ່ງໃດແຫ່ງໜຶ່ງທີ່ໂບຼກເກີ້ມີຢູ່ ແລະ ຖ້າຄຳສັ່ງຊື້ຂອງທ່ານໄດ້ຮັບການຍອມຮັບຈາກຜູ້ໃຫ້ບໍລິການສະພາບຄ່ອງແຫ່ງໃດແຫ່ງໜຶ່ງ ແລ້ວຜູ້ໃຫ້ສະພາບຄ່ອງແຫ່ງນັ້ນກໍຈະຂາຍ EUR/USD 100,000 ໜ່ວຍໃນລາຄາ 1,3001 ແລະ ທ່ານຈະໄດ້ຊື້ EUR/USD 100,000 ໜ່ວຍໃນລາຄາ 1,3002 ໂບຼກເກີ້ຂອງທ່ານຈະໄດ້ຮັບສ່ວນຕ່າງ 1 ຈຸດເປັນລາຍໄດ້
ແລະການທີ່ມີການປ່ຽນລາຄາສະເໜີການຊື້ຂາຍ (Bid/Ask) ກໍຄືເຫດຜົນວ່າເປັນຫຍັງໂບຼກເກີ້ STP ສ່ວນໃຫ່ຍມີຄ່າສະເປັກທີ່ຜັນແປຕະຫຼອດເວລາ ຖ້າສະເປັກຂອງຜູ້ໃຫ້ບໍລິການສະພາບຄ່ອງຂອງພວກເຂົາເພີ່ມຂຶ້ນ ໂບຼກເກີ້ກໍຕ້ອງຂະຫຍາຍສະເປັກຂຶ້ນໄປນຳຢ່າງບໍ່ມີທາງເລືອກ ແຕ່ກໍ່ມີບາງໂບຼກເກີ້ STP ທີ່ສະໜີຄ່າສະເປັກທີ່ໃຫ້ລູກຄ້າ ແຕ່ສ່ວນຫຼາຍຈະມີສະເປັກທີ່ຜັນແປຫຼາຍກ່ວາ

ໂບຼກເກີ້ ECN ຄືອີຫຍັງ?
ECN ກໍ່ຄືລະບົບອັດຕະໂນມັດເພື່ອເກັບຄຳສັ່ງຊື້ທີ່ກົງກັນ ດັ່ງນັ້ນໂບຼກເກີ້ ECN ກໍ່ຄື ໂບຼກເກີ້ທີ່ຈັບຄູ່ຄຳສັ່ງຂອງລູກຄ້າໃນເຄືອຂ່າຍ ECN ຂອງຕົນເອງ ເຊິ່ງລູກຄ້າໃນເຄືອຂ່າຍນີ້ອາດຈະເປັນທະນາຄານ ເທຣດເດີ້ລາຍຍ່ອຍ ຫຼື ກອງທຶນປ້ອງກັນຄວາມສ່ຽງ ຫຼືແມ້ແຕ່ໂບຼກເກີ້ອື່ນໆໂດຍສິ່ງທີ່ສຳຄັນຄື ການທີ່ຜູ້ເຂົ້າຮ່ວມໃນລະບົບແຕ່ລະຄົນ ຕ່າງກໍ່ຈະແຂ່ງກັນສະເໜີລາຄາຊື້ຂາຍ ແລະ ECNs ຍັງຊ່ວຍໃຫ້ລູກຄ້າຂອງພວກເຂົາເຫັນ "ຄວາມເປັນໄປຂອງຕະຫຼາດແທ້ໆ" ເຊິ່ງຈະສະແດງຄຳສັ່ງຊື້ ແລະ ຂາຍຂອງນັກລົງທຶນໃນຕະຫຼາດອື່ນໆນຳເພ່າະທຳມະຊາດຂອງ ECN ຈຶ່ງເປັນການຢາກທີ່ຈະເພີ່ມຄ່າສະເປັກ ດັ່ງນັ້ນ ໂບຼກເກີ້ ECN ມັກຈະໃຫ້ຄ່າຕອບແທນພຽງເລັກໜ້ອຍຈາກ "ຄ່າຄອມມິດຊັ່ນ" ທີ່ເອີ້ນເກັບຈາກເຮົາເທົ່ານັ້ນເອງ